ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-13 17:46:43    
ຈີນ​​ຍົກ​ລະດັບ​ການ​ສຶກສາ​ຂອງ​​​ໂຮງ​ຮຽນ​ອາ​ຊີບ​ຊັ້ນ​ສູງ​ໃຫ້​ສູງ​ຂຶ້ນ

cri Author: lm

ຕາມ​ຂ່າວ ​CRI: ວັນ​ທີ 13 ພະຈິກ ລັດຖະບານ​ຈີນ​ເລີ່​ມປະຕິບັດ "​ແຜນການ​ສ້າງ​​ໂຮງ​ຮຽນ​ອາ​ຊີບ​ຊັ້ນ​ສູງ​ເພື່ອ​ເປັນ​ແບບຢ່າງ​ຂອງ​ຊາດ". ຕາມ​ແຜນການ​ດັ່ງກ່າວ, ​ໃນ 5 ປີ​ຕໍ່​ໜ້າ, ການ​ເງິນ​ສູນ​ກາງຢ່າງ​ໜ້ອຍ​ຈະ​ເບີກ​ເງິນ 2 ຕື້​ຢວນ, ​ໃຊ້​ເຂົ້າ​ໃນ​ການ​ຍົກ​ສູງ​ລະ​ດັບ​ການ​ສຶກ​ສາ​ຂອງ​​ໂຮງ​ຮຽນ​ອາ​ຊີບຊັ້ນສູງ 100 ​ແຫ່ງ​.

​ໂຮງຮຽນ​ອາຊີບ​ຊັ້ນສູງ​ຂອງ​ຈີນ​ສ່ວນຫຼາຍມີ​ບັນຫາ​ທີ່​ເງື່ອນ​ໄຂອ່າວຫຼ້າ​ຫຼັງ​​ແລະ​ຄູ​ສອນ​ວິ​ຊາ​ສະ​ເພາະບໍ່ພໍ​ເປັນຕົ້ນ. ລັດຖະບານ​ຈີນ​ໄດ້​ເລືອກ​ເອົາ​ໂຮງ​ຮຽນ 100 ​ແຫ່ງ​ທີ່​ກຳ​ລັງ​ບົ່ມ​ຊ້ອມ​ໃນ​ການ​ພັດທະນາອ່າວ​ໃຫຍ່ຈາກ 1000 ​ແຫ່ງ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ, ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ສ້າງ​​ທີ່​ໝັ້ນຫຼືຫ້ອງ​ຈັກທີ່​ມີ​ອຸປະ​ກອນ​ກ້າວ​ໜ້າ​ງວດ​ໜຶ່ງ​ເພື່ອ​ຝຶກ​ແອບ​ຕົວ​ຈິງ; ຕັ້ງ​ຫຼັກ​ສູດ​ທີ່​ດີຢ່າງ​ເປັນ​ລະບົບ​ແລະ​ແບບ​ຮຽນ​ທີ່​ມີ​ສີ​ສັນ​ພິ​ເສດ; ​ເພີ່ມ​ທະ​ວີ​ການ​ອົບ​ຮົມ​ຄູ​ຫຼັກ​ແຫຼ່ງ, ​ແລະ​ເພີ່ມທະວີ​ການ​ຊ່ອຍ​ເຫຼືອ​ຕໍ່​ນັກ​ຮຽນ​ຜູ່​ທຸກ​ຍາກ.