ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-13 18:42:05    
ທ່ານ​ນາງ​ອູ​ຢີຫວັງ​ໃຫ້​ຈີນ​ອາ​ເມ​ລິ​ກາ​ຕ່າງ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 13 ພະຈິກ, ທ່ານ​ນາງ​ອູ​ຢີ ຮອງ​ນາຍົກລັດຖະມົນຕີຈີນ​ກ່າວ​ວ່າ, ຫວັງ​ໃຫ້​ຈີນ​ອາ​ເມ​ລິ​ກາຕ່າງ​​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ໃຜລາວ, ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດການ​ຄ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ, ​​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນປະ​ໂຫຍ​ດ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຄາລົສ ກູ​ເຕຍ​ເຣັສ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມຢາມ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ອູ​ຢີກ່າວ​ວ່າ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແມ່ນ​ພາກສ່ວນ​ປະກອບ​ອັນສຳຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ. ຫວ່າງ​ມໍ່ໆ​ນີ້ ຈີນ​ອາ​ເມ​ລິ​ກາ​ໄດ້​ປະກາດ​ສ້າງ​ກົນ​ໄກ​ເຈ​ລະ​ຈາ​ເສດ​ຖະ​ກິດ​ທາງ​ຍຸດ​ທະ​ສາດ, ອັນ​ໄດ້​ສ້າງ​ພື້ນຖານ​ອັນ​ດີງາມ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ. ທ່ານ​ນາງ​ອູ​ຢີກ່າວ​ເນັ້ນວ່າ, ສອງ​ຝ່າຍ​ຄວນ​ປະ​ຕິ​ບັດ​ຕໍ່​​ແລະ​ແກ້​ໄຂບັນ​ຫາ​ໃໝ່​ທີ່​ປະ​ກົດ​ອອກ​ໃນ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ໂດຍ​ຈາກ​ຄວາມ​ສູງ​ຍຸດ​ທະ​ສາດ​ແລະ​ມຸມ​ຍາວ​ໄກ.

ທ່ານ​ກູ​ເຕຍ​ເຣັສກ່າ​ວວ່າ, ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ ສືບ​ຕໍ່​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຂະ​ຫຍາຍ​ຕົວ.