ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-14 18:27:54    
ທ່ານ​ເວິນ​ເຈຍ​ປາວ​ຫວັງ​ໃຫ້​ຈີນ​ອາ​ເມ​ລິ​ກາ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ບົນ​ຈິດ​ໃຈ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ແກ່​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 14 ພະຈິກ ຢູ່​ທີ່​ປັກ​ກິ່ງ, ທ່ານ​ເວິນ​ເຈຍ​ປາວ ນາຍົກລັດຖະມົນ​ຕີ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ຈີນ​ອາ​ເມ​ລິ​ກາ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ ​ບົນຖື​ຈິດ​ໃຈ​ຜ່ອນ​ສັ້ນຜ່ອນ​ຍາວ​ແກ່​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຄາລົສ ກູ​ເຕຍ​ເຣັສ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ທ່ານ​ເວິນ​ເຈຍ​ປາວ​ກ່າວ​ວ່າ, ​ໃນຫຼາຍປີ​ມາ​ນີ້, ຈີນ​ອາ​ເມ​ລິ​ກາ​ໄດ້​ປຶກ​ສາ​ຫາ​ລື​ແລະ​ເຈ​ລະ​ຈາກັນ​ຫຼາຍ​ເທື່ອ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ​ໄດ້​​ແກ້​ໄຂ​ບາງ​ບັນ​ຫາ​ທີ່​ປະ​ກົດ​ອອກ​ໃນ​ການ​ຮ່ວມ​ມື, ​ໄດ້​ຮັກສາ​ການ​ພັດທະນາ​ຢ່າງ​ໝັ້ນທ່ຽງ​ຂອງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງສອງ​ຝ່າຍ. ພຶດຕິ​ກຳ​ສະ​ແດງ​​ໃຫ້​ເຫັນ​ວ່າ, ການ​ປຶກ​ສາ​ຫາ​ລື​ແລະ​ເຈລະຈາ​ກັນ​ແມ່ນ​ວິທີ​ອັນ​ຖືກຕ້ອງ​ໃນ​ການ​ແກ້​ໄຂ​ການ​ວິ​ວາດ​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ມີ​ແຕ່​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ຝ່າຍ​ຖືກ​ທຳ​ລາຍ​ເທົ່າ​ນັ້ນ. ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ອາ​ເມ​ລິ​ກາ, ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ຍາວ​ນານ.