ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-14 19:09:37    
ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ​ຈີນ​ຕ້ອງ​ສ້າງ​ບັນ​ຍາ​ກາດ​ທາງ​ສັງ​ຄົມ​ແລະ​ເງື່ອນ​ໄຂ​ດ້ານ​ວິ​ຊາ​ການ​ອັນ​ດີ​ງາມ​ໃຫ້​ແກ່​ການ​ສຶກ​ສາ​ຄົ້ນ​ຄວ້າ​ວິ​ຊາ​ການ​ແລະ​ການ​ປະ​ດິດ​ສ້າງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ

cri

ທ່ານເວິ່ນເຈ່ຍປາວ(ກາງ)ລາຍງານສະພາບເສດຖະກິດໃນກອງປະຊຸມ

ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ,ວັນ​ທີ13​ພະຈິກ,​ໃນ​ເວລາ​ລາຍ​ງານ​ສະ​ພາບ​ເສດ​ຖະ​ກິດ​ຕໍ່​ຜູ່​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ່​ແທນ​ທົ່ວ​ປະ​ເທດ​ຂອງ​ສະ​ຫະ​ພັນ​ວັນ​ນະ​ຄະ​ດີ​ຈີນ​ຄັ້ງ​ທີ​8​ແລະ​ກອງ​ປະຊຸມ​ຜູ່​ແທນ​ທົ່ວ​ປະ​ເທດ​ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ຈີນ​ຄັ້ງ​ທີ​7,​ທ່ານ​ເວິ່ນ​ເຈ່ຍ​ປາວ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ຈີນ​ຕ້ອງ​ສ້າງ​ບັນ​ຍາ​ກາດ​ທາງ​ສັງ​ຄົມ​ແລະ​ເງື່ອນ​ໄຂ​ດ້ານ​ວິ​ຊາ​ການ​ອັນ​ດີ​ງາມ​ໃຫ້​ແກ່​ການ​ສຶກ​ສາ​ຄົ້ນ​ຄວ້າ​ວິ​ຊາ​ການ​ແລະ​ການ​ປະ​ດິດ​ສ້າງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ.

ທ່ານ​ກ່າວ​ວ່າ:ປະ​ເທດ​ໜຶ່ງ​ຄັນ​ຢາກ​ບັນລຸ​ການ​ຫັນ​ເປັນ​ທັນ​ສະ​ໄໝ,​ບໍ່​ພຽງ​ແຕ່​ຕ້ອງ​ອາ​ໄສ​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ,​ແລະ​ປັບປຸງ​ຊີວິດ​ການ​ເປັນຢູ່​ໃຫ້​ດີ​ຂຶ້ນ​ເທົ່າ​ນັ້ນ,​ຍັງ​ຕ້ອງ​ອາ​ໄສ​ລະ​ບອບ​ກົດ​ໝາຍ​ປະ​ຊາ​ທິ​ປະ​ໄຕ,​ອາ​ລະ​ຍະ​ທຳ​ດ້ານ​ຈິດ​ໃຈ,ຄຸນ​ທາດ​ຂອງ​ປະ​ຊາ​ຊົນ​ແລະ​ກຳ​ລັງ​ທາງ​ຄຸນ​ສົມ​ບັດ.​ການ​ພັດ​ທະ​ນາ​ສິນ​ລະ​ປະ​ວັນ​ນະ​ຄະ​ດີ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ.​ຜູ່​ເຮັດ​ວຽກ​ງານ​ດ້ານ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ອັນ​ໄພ​ສານ​ຕ້ອງ​ປະ​ດິດ​ສ້າງ​ສິ່ງ​ປະ​ພັນ​ທີ່​ດີ​ເລີດ,​ຕ້ອງ​ໃຫ້​ປະ​ກົດ​ມີ​ນັກ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ທີ່​ມີ​ທັງ​ຄວາມ​ສາ​ມາດ​ແລະ​ຄຸນ​ສົມ​ບັດ.