ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-15 15:11:18    
ທ່ານ​ຫູ​ຈິນທາວ​ເດີນທາງ​ຈາກ​ປັກ​ກິ່ງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ລາວ ອິນ​ເດຍ​ແລະ​ປາ​ກິສ​ຖານ ທັງ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງ​ການ​ເອ​ເປັກ

cri Author: lm

ຕາມຂ່າວ CIR: ວັນ​ທີ 15 ພະຈິກ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​​ໄດ້​ເດີນ​ທາງ​ອອກ​ຈາກ​ປັກ​ກິ່ງ, ​ໄປຢ້ຽມຢາມຫວຽດນາມ ລາວ ອິນ​ເດຍ​ແລະ​ປາ​ກິ​ສຖານ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊີນ, ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ປາຊີ​ຟິກຫຼື​ເອ​ເປັກຄັ້ງທີ 14 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ທີ່​ຮ່າ​ໂນຍ​ຂອງ​ຫວຽດ​ນາມ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ທີ່​ສຳຄັນ​ເທື່ອ​ໜຶ່ງ​ຂອງ​ຜູ່​ນຳ​ຂັ້ນສູງ​ຂອງ​ຈີນ​ທີ່​ມີ​ຕໍ່​ພາກ ພື້ນອາຊີ​ແຕ່​ປີ​ນີ້​ມາ. ​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ແລະ​ມີ​ຜົນ​ສະທ້ອນ​ເລິກ​ເຊິ່ງ​ຍາວ​ໄກ​​ຕໍ່ການ​ຊຸກ​ຍູ້​ການ​ພົວ​ພັນ​ລະຫວ່າງ​ຈີນ​ກັບ 4 ປະ​ເທດ​ດັ່ງກ່າວ, ​ແລະ​ກໍມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ພາກ​ພື້ນອາຊີ​ປາຊີຟິກ.

​ໃນ​ຄະນະ​ຢ້ຽມຢາມ​ເທື່ອ​ນີ້ ຍັງ​ມີ​ທ່ານ​ນາງຫຼິວຢົງ​ຊິ່ງ ພັນ​ລະ​ຍາ​ທ່ານ​ຫູ​ຈິນທາວ ທ່ານ​ຫວາງ​ກ່າງ ​ເລຂາ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຫົວໜ້າ​ຫ້ອງວ່າການ​ສູນ​ກາງ ທ່ານ​ຫຼີ​ຈ້າວ​ຊິ່ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ທ່ານ​ຫວາງ​ເຈ່ຍ​ຢຸ້ຍ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ກັບ​ຕ່າງປະ​ເທດສູນ​ກາງ​ພັກ​ກອມ​ມູສິດ​ຈີນ ທ່ານ​ມາ​ຄາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ພັດທະນາ​ແລະ​ການປະຕິ​ຮູບ​ແຫ່ງ​ລັດ​ແລະ​ທ່ານ​ປໍ​ຊີ​ລາຍ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າຈີນ​ເປັນຕົ້ນ.