ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-15 18:26:23    
ຂົວ​ທາງ​ພາສາ​ທີ່​​ເຊື່ອມ​ໂຍງ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ຫວຽດ​ນາມ

cri Author: LM

ຕາມ​ຂ່າວ CRI: ຈີນກັບ​ຫວຽດນາມ​​ມີ​ພູຜາແມ່​ນ້ຳລຳ​ເຊ​ຕິດ​ຈອດ​ກັນ ມີວັດ​ທະ​ນະ​ທຳ​ຄ້າຍ​ຄື​ກັນ. ​ໃນ​ຫຼາຍປີ​ມາ​ນີ້, ພາຍ​ໃຕ້​ການສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຂອງ​ສອງ​ພັກ​ສອງ​ລັດ​, ການ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ຖາ​ນບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ຂະນະ​ດຽວ​ກັນ, ການ​ຮຽນ​ແລະ​ການ​ແລກ​ປ່ຽນ​ກັນ​ດ້ານພາສາ​ລະຫວ່າງ​ສອງ​ປະ​ເທດ​ກໍນັບ​ມື້​ນັບ​ຟົດຟື້ນ, "ການ​ນິຍົມ​ກັນ​ຮຽນ​ພາ​ສາ​ຈີນ" ​ແລະ "ການ​ນິຍົມກັນ​ຮຽນ​ພາສາ​ຫວຽດນາມ" ​ໄດ້​ກາຍ​ເປັນ​ພາບ​ທີ່​ສວຍ​ງາມ​ຂອງ​ການ​ພົວ​ພັນ​​ໄມຕີ​ຈິດລະຫວ່າງສອງ​ປະ​ເທດ. ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະ​ກອບ​ສຽງ​ຂອງ​ນັກ​ຂ່າວ CRI ທີ່​ພາດ​ຫົວ​ເລື່ອງ​ວ່າ: ຂົວ​ທາງ​ພາສາ​ທີ່​​ເຊື່ອມ​ໂຍງ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ຫວຽດນາມ.

ມະຫາວິທະຍາ​ໄລ​ຮ່າ​ໂນ​ຍສ້າງຕັ້ງຂຶ້ນ​ເມື່ອ​ປີ 1959, ​ໃນ​ຄາວ​ນັ້ນ​ຊື່ວ່າມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງປະ​ເທດ​ຮ່າ​ໂນ​ຍ, ​ໃນ​ເວລາ​ໂຮງຮຽນ​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ​ກໍ​ຕັ້ງ​ໃຫ້​ມີ​ພະ​ແນກ​ພາ​ສາ​ຈີນ​​ໂລດ, ລະດັບການ​ສອນ​ພາສາ​ຈີນ​​ແມ່ນມີ​ຊື່​ສຽງ​ດົ່ງ​ດັງ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ. ​ໃນ​ມະຫາວິທະຍາ​ໄລ​ດັ່ງກ່າວ​ມີ​ນັກ​ສຶກສາ 3 ຄົນຊີງ​ໄດ້​ລາງ​ວັນ​ໃນ​ການ​ແຂ່ງ​ຂັນ "ຂົວ​ທາງ​ພາສາ" ທີ່​ຈັດ​ຂຶ້ນຢູ່​ຈີນ​ໃນ​ປີ​ກາຍ​ແລະ​ປີ​ນີ້. ທ່ານ​ໂດະ​ດຸຍ​ຈວຽນ ຮອງ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງກ່າວ​ເວົ້າວ່າ:

"ກໍ​ຍ້ອນຄຸນ​ນະພາ​ບການ​ສິດສອນ​ຂອງ​ພວກ​ຂ້າພະ​ເຈົ້າສູງ​ແລະ​ດີຄື​ແນວ​ນີ້, ສະ​ນັ້ນ ມະ​ຫາ​ວິ​ທະ​ຍາ​ໄລ​ພວກ​ຂ້າພະ​ເຈົ້າຈຶ່ງມີ​​ແຮງ​ດຶງ​ດູດ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ປັດ​ຈຸ​ບັນ ບໍ່​ວ່າ​ເວົ້າສຳລັບ​ທົ່ວ​ປະ​ເທດ​ຫວຽດນາມຫຼື​ເວົ້າສຳລັບ​ຮ່າ​ໂນ​ຍ​ແລ້ວ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ຮຽນ​ພາສາ​ຈີນ​ພວມ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ."

ທ່ານ​ໂດະດຸ​ຍຈວຽນ​ກ່າວ​ວ່າ, ພາຍ​ໃຕ້ການ​ຊ່ອຍ​ເຫຼືອຂອງລັດຖະບານຈີນ​ແລະ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດນາມ, ຄູ​ສອນ​ໃນ​ພະ​ແນ​ກພາສາ​ຈີນ​ຂອງ​ມະຫາວິທະ​ຍາ​ໄລ​ຮ່າ​ໂນຍ​ລ້ວນ​ແຕ່​ໄດ້​ຮັບ​ການ​ອົບຮົມ​ດ້ານ​ພາສາ​ຈີນ​ຢ່າງ​ເປັນ​​ລະບົບ, ​ແຕ່​ລະ​ປີ ຍັງ​ມີ​ນັກ​ຮຽນ​ຫວຽດນາມ​ຈຳນວນຫຼວງຫຼາຍ​ໄປ​ຮຽນ​ຕໍ່ຢູ່​ມະຫາວິທະຍາ​ໄລ​ປະ​ເພດ​ຕ່າງໆ​ຂອງ​ຈີນ​ອີກ​ດ້ວຍ. ປັດຈຸບັນ ພະ​ແນ​ກພາສາ​ຈີນ​ມະຫາວິທະຍາ​ໄລ​ຮ່າ​ໂນ​ຍມີ​ນັກ​ສຶກສາ​ປະມານ 1600 ຄົນ, ​ແມ່ນ​ໜຶ່ງ​ໃນ​ພະ​ແນ​ກທີ່​ມີ​ນັກ​ສຶກສາຫຼາຍກວ່າ​ໝູ່​ໃນ​ມະຫາວິທະຍາ​ໄລ​ດັ່ງກ່າວ, ​ແຕ່ລະ​ປີ​ໄດ້​ບຳ​ລຸງ​ສ້າງ​ນາຍ​ພາສາ​ແລະ​ຄູ​ສອນ​ພາສາ​ຈີນ​ ​ໃຫ້​ແກ່​ອົງການ​ພັກ​ລັດ ວິ​ສາ​ຫະກິດ​​ແລະ​ຫົວ​ໜ່ວຍ​ຕ່າງໆ​ຂອງ​ຫວຽດ​ນາມ​ເປັນ​ຈຳນວນຫຼວງຫຼາຍ.

​ໃນ​ເວລາ​ກ່າວ​ເຖິງ​ສາ​ເຫດທີ່​ຮຽນ​ພາສາ​ຈີນ, ນາງ​ດັງ​ຫົງ​ທູ່ ນັກ​ສຶກສາ​ປີ​ສາມ​ຂອງ​ພະ​ແນກ​ພາສາ​ຈີນ​ມະຫາວິທະຍາ​ໄລ​ຮ່າ​ໂນ​ຍບອກ​ນັກ​ຂ່າວ​ວ່າ:

"ຂ້ອຍສົນ​ໃຈ​ນຳ​ແນວ​ຄິດວັດທະນະທຳຂອງ​ຈີນ​ທີ່​ສຸດ, ຈີນ​ມີ​ປະຫວັດວັດ​ທະ​ນະ​ທຳ​ອັນ​ຍາວ​ນານ, ​ໃນຫຼາຍສີ​ບປີ​ມາ​ນີ້, ​ເສດຖະກິດ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ສະ​ນັ້ນ ຄົນ​ຫວຽດນາມຄິດ​ຢາກ​ຖອດ​ຖອນ​ບົດຮຽນ​ຂອງ​ຈີນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມ."

ຂະນະ​ດຽວ​ກັນ, ຢູ່​ພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ ​ເຊັ່ນ ເຂດ​ກວາງຊີ​ແລະ​ແຂວງ​ຢຸນ​ນານ​ກໍ​ມີ​ຄົນຮຽນພາສາ​ຫວຽດນາມ​ນັບ​ມື້​ນັບຫຼາຍ.

ຕາມ​ສະຖິຕິ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ, ປັດຈຸບັນ, ນັກ​ສຶກສາ​ຈີນ​ທີ່​ຮຽນ​ພາ​ສາ​ຫວຽດ​ນາມ​ຢູ່​ຫວຽດນາມ ພຽງ​ແຕ່​ຢູ່​ຮ່າ​ໂນ​ຍກໍ​ມີ 1000 ຄົນຂຶ້ນ​ໄປ. ທ່ານ​ໂດະ​ດຸຍ​ຈວຽນ ຮອງ​ອະ​ທິ​ການ​ບໍດີ​ມະຫາວິທະຍາ​ໄລ​ຮ່າ​ໂນ​ຍ​ເວົ້າວ່າ:

"ປັດຈຸບັນ ມີ​ນັກ​ສຶກສາ​ຈີນ​ທີ່​ມາ​ຮຽນ​ພາສາ​ຫວຽດນາມ​ຢູ່​ມະຫາວິທະ​ຍາ​ໄລ​ພວກ​ຂ້າ​ພະ​ເຈົ້າ​ຫຼາຍສົມຄວນ, ​ແຕ່​ຍ້ອນ​ພວກ​ຂ້າພະ​ເຈົ້າມີ​ຄວາມ​ຫຍຸ້ງຍາກ​ດ້ານ​ຫໍພັກ, ສະ​ນັ້ນ ປັດ​ຈຸ​ບັນ​ມີ​ແຕ່​ຮັບ​ເອົາ​ນັກ​ສຶກສາ​ຈີນ​ຢ່າງ​​ຈຳກັດ."

ການ​ທີ່​ມີ​ນັກຮຽນ​ຮຽນ​ພາສາ​ຂອງ​ກັນ​ແລະ​ກັນຢ່າງຫຼວງຫຼາຍນັ້ນ ​​ແມ່ນ​ຍ້ອນ​ວ່າ ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ​ການ​ພົວພັນ​ທາງການ​ເມືອງລະຫວ່າງຈີນ​ກັບ​ຫວຽດ​ນາມ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າກ້າວສູ່​ລວງ​ເລິກ​ເປັນ​ກ້າວໆ. ​ໃນ​ຖາ​ນະ​ເປັນ​ຂົວ​ທາງ​​ແຫ່ງ​ການ​ແລກປ່ຽນ​ກັນ, ການ​ແລກປ່ຽນ​ກັນ​ດ້ານ​ພາສາ​ທີ່​ນັບ​ມື້​ນັບ​ຟົດ​ຟື້ນ​ຈະ​ຂຽນ​ໜ້າ​ໃໝ່ຂອງ​ການ​ຮ່ວມ​ມື​ແລະ​ມິດຕະພາບ​ທີ່​ມີ​ມູນ​ເຊື້​ອ​ລະ​ຫວ່າງ​ຈີນ​ຫວຽດ​ນາມ​​ໃນ​ສະ​ຕະວັດ​ໃໝ່.