ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-15 18:36:35    
ທ່ານ​ຫູ​ຈິນ​ທາວ​ຢ້ຽມ​ຢາມ 4 ປະ​ເທດ​​​ອາຊີ​ມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​ມີ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ໄກ

cri Author: da
ຕາມ​ຂ່າວCRI:ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ອອກ​ຈາກ​ປັກ​ກິ່ງ​ໃນ​ວັນ​ທີ 15 ພະຈິກ​ນີ້,​ໄປ​ຢ້ຽມຢາມ​ຫວຽດນາມ ລາວ ອິນ​ເດຍ​ແລະ​ປາ​ກີ​ສະຖານ​ທາງ​ລັດຖະກິດ,​ແລະ​ຈ​ະ​ເຂົ້າຮ່ວມກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງການຮ່ວມ​ມື​ເສດຖະກິດ​ອາຊີ​ປາຊິ​ຟິກຫຼື​ເອ​ເປັກຄັ້ງທີ 14 ທີ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍຂອງ​ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ທີ່​ສຳຄັນ​ເທື່ອ​ໜຶ່ງອີກ​ຂອງຜູ່​ນຳ​ລະດັບສູງ​ຂອງ​ຈີນ​ຢູ່​​ເຂດ​ອາຊີ​ແຕ່​ປີ​ນີ້​ມາ. ​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ການ​ຢ້ຽມຢາມ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ 4 ປະ​ເທ​ດດັ່ງກ່າວ​ຢ່າງຮອບດ້ານ,ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກ,ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ປາຊິ​ຟິກ.

ຫວຽດນາມ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳຄັນ​ຂອງຈີນ,​ໃນ​ຫຼາຍ​ປີ​ມາ​ນີ້ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງຮອບດ້ານ,ບັນຫາ​ທີ່​ຕົກ​ຄ້າງມາ​​ແຕ່ປະຫວັດສາດ​ໄດ້​ຮັບ​ການ​ແກ້​​​ໄຂໃຫ້​ຕົກ​ເປັນ​ກ້າວໆ,ການ​ແລກປ່ຽນ​ບົດຮຽນ​ດ້ານ​ການ​ປົກຄອງ​ນັບ​ມື້​ນັບ​ກ້າວ​ສູ່​ລວງ​ເລິກ,​ໄດ້​ຮັກສາ​ການ​ປະສານ​ງານ​ແລະ​ປະສານ​ສົມທົບ​ກັນ​ເປັນ​ຢ່າງ​ດີ​ໃນ​ວຽກ​ງານ​ລະຫວ່າງ​ຊາດ.ທ່ານ​ຊຸ່ຍ​ທ່ຽນ​ໄຂ ຜູ່​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແນະນຳ​ວ່າ,ທ່ານ​ຫູ​ຈິ​ນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄປ​ຢ້ຽມຢາມ​ຫວຽດນາມ​ທາງ​ລັດຖະກິດ,​ແມ່ນ​ຜູ່​ນຳ​ສູງ​ສຸດ​ຂອງ​ພັກ​ແລະ​ລັດ​ຈີນຢ້ຽມຢາມ​ຫວຽດນາມ​ເປັນ​ເທື່ອ​ທຳ​ອິດພາຍ​ຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 10 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ແລະເລືອກ​ຕັ້ງຄະນະ​ນຳພາ​ຊຸດ​ໃໝ່​.ທ່ານ​ເວົ້າວ່າ:

"​ຮອດ​ຍາມ​ນັ້ນ,ຜູ່​ນຳ​ສອງ​ປະ​ເທດ​ຈີນ​ກັບ​ຫວຽດນາມ​ຈະ​ແລກປ່ຽນ​ຄວາ​ມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ພັກ​​ແລະ​ສອງລັດ​ຈາກ​ດ້ານຍຸດ​ທະ​ສາດ​ແລະດ້ານ​ມະຫາ​ພາກ. ພວກ​ຂ້າພະ​ເຈົ້າຫວັງ​ວ່າ ຜ່ານ​ຈາກ​ການ​ຢ້ຽມຢາມ​ເທື່ອ​ນີ້ ຈະ​ເພີ່​ມທະວີ​ມິດຕະພາບ​ທີ່​ມີ​ມູນ​​ເຊື້ອ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນທາງ​ການ​ເມືອງ​,​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ພ້ອມ​ກັນກຳນົດ​ທິດ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ."

ລາວ​ແມ່ນ​ປະ​ເທດ​​ເພື່ອນບ້ານ​ໃກ້​​ຄຽງທີ່​ມີ​ພູຜາ​ແມ່ນ້ຳຕິດ​ຈອດ​ກັບ​ຈີນ. ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ກັບ​ລາວ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ 45 ປີ,ສອງ​ປະ​ເທດ​​ໄດ້​ຈັດການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ຢ່າງ​ເປັນ​ລະບົບ,ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຕື່ມ​ອີກ.ທ່ານ​ຊຸ່ຍ​ທ່ຽນ​ໄຂເວົ້າວ່າ:

"ທ່ານ​ຫູ​ຈິນທາວ ​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ລາວ​ທາງ​ລັດຖະກິດ,​ແມ່ນ​ຜູ່​ນຳ​ສູງ​ສຸດຂອງ​ຈີນ​ຢ້ຽມຢາມ​ລາວ​ເປັນ​ເທື່ອ​ທຳ​ອິດ​ຫຼັງຈາກ​ທີ່​ລາວ​ໄດ້​ເລືອກ​ຕັ້ງຄະນະ​ນຳພາ​ຊຸດ​ໃໝ່​ຂອງ​ພັກ​ແລະ​ລັດ​ລາວ,ທັງ​ແມ່ນ​ຜູ່​ນຳ​ສູງ​ສຸດ​ຈີນ​ຢ້ຽມຢາມ​ລາວ​ອີກ​ຫຼັງ​ຈາກ 6 ປີ. ພວກ​ຂ້າພະ​ເຈົ້າຫວັງ​ໃຫ້​ຜ່ານ​ຈາກ​ການ​ຢ້ຽມຢາມ​ເທື່ອ​ນີ້,​ເພີ່ມທະວີ​​ມິດຕະພາບ​ທີ່​ມີ​ມູນ​​ເຊື້ອ​ລະຫວ່າງ​ຈີນ​ກັບລາວ​,​ເພີ່ມທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງ​ກັນ​ແລະ​ກັນ​ທາງ​ການ​ເມືອງ​,​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ກ້າວ​ສູ່​ລວງ​ເລິກ,ພ້ອມ​ກັນ​ກຳນົດທິດ​ຂະຫຍາຍ​ຕົວ​ຂອງການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ."

ຈີນ​ແລະອິນ​​ເດຍ​ລ້ວນ​ແຕ່ແມ່ນ​ປະ​ເທດ​ພວມ​ພັດທະນາ,ທັງ​ແມ່ນ​ປະ​ເທດ​ໃຫຍ່​ໃນ​ອາຊີ.ຄວາມ​ໝາຍ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ​ໄດ້​ລື່ນ​ກາຍ​ຂອບ​ເຂດ​ສອງ​ຝ່າຍ. ​ໃນ​ເດືອນ​ເມສາ​ປີ 2005 ທ່ານ​ເວີນ​​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ຢ້ຽມຢາມ​ອິນ​ເດຍ​ຢ່າງ​ມີ​ຜົນສຳ​ເລັດ,ສອງ​ປະ​ເທດ​ປະກາດ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມຸ່ງ​ໜ້າ​ໄປ​ສູ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ,ອັນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວພັນ​ລະຫວ່າ​ງຈີນ​ກັບ​ອິນ​ເດຍ​ໄດ້​ກ້າວ​ເຂົ້າສູ່​ໄລຍະ​ຂະຫຍາຍຕົວ​ອັນ​ໃໝ່.ທ່ານ​ຊຸ່ຍ​ທ່ຽນ​ໄຂກ່າວ​ວ່າ:

"ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ສະ​ແດງ​ໃຫ້​ທົ່ວ​ໂລກ​​ເຫັນວ່າ,ຈີນ​ກັບ​ອິນ​ເດຍ​ພັດທະນາ​​ພ້ອມ​ກັນນັ້ນ ບໍ່​ພຽງ​ແຕ່​ຈະ​ນຳ​ເອົາ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດນີ້ທໍ່​ນັ້ນ,ຫາກ​ຍັງ​ຈະ​ປະກອບສ່ວນ​ອັນຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ ສະຖຽນລະ​ພາບແລະການ​ພັດທະນາ​ຂອງ​ໂລກ."

​ນັບ​ແຕ່ຈີນ​ກັບ​ປາ​ກີ​ສະຖານ​ໄດ້​ສ້າງສາ​ຍສຳພັນ​ທາງ​ການທູດ​ຄົບຮອບ 55 ປີ​ມາ​ນີ້,ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ກາຍ​ເປັນ​ຕົວຢ່າງ​​ໃຫ້​ແກ່ປະ​ເທດຕ່າງໆທີ່​ມີລະບອບ​ສັງຄົມ​ແລະ​ວັດທະນະທຳ​ຕ່າງ​ກັນ​ສາມາດ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ໄມຕີ​ຈິດ.​ເດືອນ​ເມສາ​ປີ 2005 ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ຢ້ຽມຢາມ​ປາ​ກີ​ສະຖານ​ຢ່າງ​ສຳ​ເລັດ​ຜົນ,ສອງ​ປະ​ເທດ​ໄດ້​ເຊັນ"ສັນຍາ​ຮ່ວມ​ມື​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​",​ແລະ​ປະກາດ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.ທ່ານ​ຊຸ່ຍ​ທ່ຽນ​ໄຂເວົ້າວ່າ:

"ພວກ​ຂ້າພະ​ເຈົ້າຫວັງ​ຜ່ານ​ຈາກການ​ຢ້ຽມຢາມ​ເທື່ອ​ນີ້ຈະ​ສາມາດ​ປັບປຸງ​ແລະ​ຍົກ​ລະດັບ​ການ​ພົວພັນ​ທາງ​ການ​ເມືອງ​ລະຫວ່າງ​ຈີນ​ກັບ​ປາ​ກີ​ສະຖານ,​ເປີດ​ກວ້າງ​ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ລະຫວ່າງ​ສອງ​ປະ​ເທດໃນ​ຂົງ​ເຂດ​ຕ່າງໆ​,ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ກ້າວສູ່​ລວງ​ເລິກ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ກາຍ​ເປັນຂີດ​ໝາຍອັນ​ສຳຄັນ​ໃນ​ຂະ​ບວນການ​ພົວພັນ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ແລະ​ມີ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບປາ​ກີ​ສະຖານ."

​ເນື້ອ​ໃນ​ສຳຄັນ​​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ຫູ​ຈິນທາວ​ເທື່ອ​ນີ້ ​ແມ່ນ​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງການ​ເອ​ເປັກຄັ້ງທີ 14.ທ່ານ​ຊຸ່ຍ​ທ່ຽນ​ໄຂກ່າວ​ວ່າ:

"​ໃນ​ກອງ​ປະຊຸມ​ຄັ້ງນີ້ ທ່ານ​ປະທານ​ຫູ​ຈິນທາວ​ຈະ​ສະ​ເໜີ​ກ່ຽວ​ກັບນະ​ໂຍບາຍ​ແລະ​ເຈດ​ຈຳນົງຂອງ​ຈີນ​ໃນ​ການ​ລົງ​ເລິກ​ດຳ​ເນີນ​ການ​ຮ່ວມ​ມື​​ໃນພາກ​ພື້ນ,ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ແລະອະນາຄົດ​ຂອງ​ການ​ຮ່ວມ​ມື​ຂອງ​ອົງການ​ເອ​ເປັກ,​ແລະ​ຈະ​ສະ​ເໜີ​ຂໍ້​ລິ​ເລີ່​ມອັນ​ລະອຽດ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ເຕັກນິກ​ຂອງ​ອົງການ​ເອ​ເປັກ​ຕື່ມ​ອີກ.ທ່ານ​ຍັງ​ຈະ​ແນະນຳ​ທັດສະນະ​ພັດທະນາ​ຕາມ​ຫຼັກ​ວິທະຍາສາດ​ຂອງ​ຈີນ,ບັນ​ລະ​ຍາຍ​ການ​ພັດທະນາ​ຂອງ​ຈີນ​ຈະ​ນຳ​ເອົາ​ໂອກາດ​ໃໝ່​​ໃຫ້​ແກ່​ການ​ພັດທະນາ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ."