ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-15 20:40:50    
ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ອົງ​ການ​ເອ​ເປັກ​ໄຂ​ຂຶ້ນ​ແລ້ວ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ15​ພະຈິກ​ນີ້,ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງ​ອົງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກຫຼືເອ​ເປັກ​ຄັ້ງ​ທີ18​ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ຮ່າ​ໂນ​ຍ ນະ​ຄອນ​ຫຼວງ​ຂອງ​ຫວຽດ​ນາມ. ທ່ານ​ຟານ​ເກ​ຍ​ກຽມ ຮອງ​ນາ​ຍົກ​ລັດ​ຖະມົນຕີ​ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດ​ນາມ​ແລະ​ທ່ານ​ຈອງ​ດິງ​ທວນ​ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຄ້າ​ຫວຽດນາມ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ຂອງ​ກອງ​ປະ​ຊຸມ​ເທື່ອ​ນີ້.

ຜູ່ແທນຂອງຈີນທີ່ເຂົ້າຮ່ວມກອງປະຊຸມ

ກ່ອນ​ໄຂກອງ​ປະຊຸມ,ທ່ານ​ຟານ​ເກ​ຍ​ກຽມ​ໄດ້​ແຈ້ງຕໍ່​ສື່​ມວນ​ຊົນ​ວ່າ,ກອງ​ປະຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ນີ້​ຈະ​ປະ​ເມີນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຊິກ​ຂອງ​ອົງ​ການ​ເອ​ເປັກ​ໃນ​ໜຶ່ງ​ປີທີ່ຜ່ານມາ.ກຳນົດ​ແຜນການ​ດຳ​ເນີນ​ງານ​ອັນ​ໃໝ່​ຂອງ​ອົງການ​ເອ​ເປັກ​ເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງທຶນ​ແລະ​ການ​ຄ້າ​ໃຫ້​ດີ​ຂຶ້ນ,ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ພາກ​ພື້ນ.​ທ່ານ​ກ່າວວ່າ,​ລັດ​ຖະ​ມົນ​ຕີ​ທີ່​ຮັບ​ຜິດ​ຊອບ​ການ​ຕ່າງ​ປະ​ເທດ​ແລະ​ການ​ຄ້າ​ຈະ​ຫາ​ລື​6ຫົວ​ຂໍ້​ເຊັ່ນ​ການ​ຈັດ​ວາງ​ການ​ຄ້າ​ໃນ​ພາກ​ພື້ນ,​ເພີ່ມ​ທະ​ວີ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​ຈັດ​ການ​ເຈ​ລະ​ຈາ​ຮອບ​ໂດ​ຮາ​ຄືນ​ໃໝ່​ເປັນ​ຕົ້ນ.

ທ່ານ​ປາສ​ການ ລາ​ມີ​ຜູ່​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ຫຼື​WTO​ກໍ່​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ​2​ມື້.