ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-16 21:26:03    
ທ່ານ​ຫູ​ຈິນທາວ​ພົບ​ປະ​ເຈ​ລະ​ຈາ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​​ແລະ​ປະ​ທານ ປະ​ເທດ​ຫວຽດ​ນາມ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 16 ພະຈິກ​ນີ້ ຢູ່​ທີ່​ຮ່າ​ໂນ​ຍ, ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນທີ່​ພວມ​ຢ້ຽມຢາມ​ຫວຽດນາມ​ທາງ​ລັດ​ຖະ​ກິດ ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບທ່ານ​ນົງ​ດຶກ​ແມັງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ແລະ​ທ່ານ​ຫງຽນ​ມິນຈຽດ ປະທານປະເທດຫວຽດນາມ.

ຜູ່ນຳຈີນ​ແລະຫວຽດນາມໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາທີ່​ສຳ​ຄັນ​ລະ​ຫວ່າງ​ສອງພັກສອງລັດ ຈາກຄວາມສູງດ້ານຍຸດທະ​ສາດ​ແລະ​ພາກ​ສ່ວນ​ທັງ​ໝົດ.

ກ່ອນເຈລະຈາ, ທ່ານຫູຈິນທາວໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງຄຶກຄື້ນ​ເຊິ່ງ​ແມ່ນ​ທ່ານ​ນົງ​ດຶກ​ແມັງ​ແລະ​ທ່ານ​ຫງຽນມິນ​ຈຽດ​ຮ່ວມ​ກັນ​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ທ່ານ.

​ໃນ​ໄລຍະ​ຢ້ຽມຢາມ​ຢູ່​ຮ່າ​ໂນ​ຍ, ທ່ານ​ຫູ​ຈິນທາວ​ຍັງ​ຈະ​ພົບ​ປະ​ກັບ​ຜູ່​ນຳ​ສະ​ພາ​ແຫ່ງ​ຊາດ​ແລະ​ລັດຖະບານຫວຽດນາມ ​ແລະ​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງ​ການ​ເອ​ເປັກຄັ້ງທີ 14.