ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-17 15:19:06    
ຫໍ​ແລະສະໜາມກິລາ​​ແລະ​ສິ່ງ​ກໍ່​ສ້າງ​ອື່ນໆ​ຂອງ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ ​ໝົດ​ກ່ອນ​ທ້າຍ​ປີ 2007

cri Author: lm

ຕາມ​ຂ່າວສານ​ຈີນ: ຫວ່າງ​ມໍ່ໆ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫວາງ​ເວິ​ຍ ຮອງ​ປະທານ​ບໍ​ລິ​ຫານ​ງານ​ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ຫໍ​ແລະ​ສະ​ໜາມ​ກິ​ລາ​ແລະ​ສິ່ງ​ກໍ່ສ້າງ​​ທີ່​ກ່ຽວຂ້ອງຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໝົດ​ກ່ອນ​ທ້າຍ​ປີ 2007, ​ເພື່ອ​ຮັບປະກັນ​ໃຫ້ການ​ແຂ່ງຂັນ​ທົດ​ລອງ​​ໃຊ້​ປະ​ເພດ​ຕ່າງໆ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ປົກ​ກະ​ຕິ, ​ແລະ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ງານ​ກິລາ​ໂອ​ລິມ​ປິກ.

ຕາມ​ແຜນການ ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຈະ​ນຳ​ໃຊ້​ຫໍ​ແລະສະໜາມແຂ່ງ​ຂັນ 37 ​ແຫ່ງ​ຫໍ​ແລະ​ສະໜາມ​ຝຶກ​ແອບ 76 ​ແຫ່ງ.

ທ່ານ​ຫວາງ​ເວິ​ຍ​ແນະນຳ​ວ່າ, ປັດຈຸບັນ ສະໜາມກິລາ​ໃນສູນ​ກິລາ​ໂອ​ລິ​ມປິກ​ທີ່​ນະ​ຄອນ​ສິນ​ຫວງ​ຕາວ​ໄດ້​ສ້າງ​ສຳ​ເລັດ​ແລ້ວ, ຫໍ​ແລະສະໜາມກິລາທັງ​ໝົດ​ທີ່​ສ້າງ​ໃໝ່​ ສູນ​ປະ​ຊຸມ​ແຫ່ງ​ຊາດ ບ້ານ​ໂອ​ລິ​ມປິກ​ແລະບ້ານ​ສື່​ມວນ​ຊົນ​ເປັນຕົ້ນ​ລ້ວນ​ແຕ່​ເລີ່​ມລົງ​ມື​ກໍ່​ສ້າງ​ແລ້ວ, ຫໍ​ແລະ​ສະ​ໜາມ​ກິລາ​ທີ່​ດັດສ້າງ​ຫຼືສ້າງ​ຂະຫຍາຍ​ພ້ອມ​ດ້ວຍ​ຫໍ​ແລະ​ສະ​ໜາມ​ກິ​ລາ​ຊົ່ວ​ຄາວ​ສ່ວນ​ຫຼາຍ​ກໍ​ພວມ​ກໍ່​ສ້າງ​ຢູ່. ທາງ​ລົດ​ລາງຫຼາຍ​ເສັ້ນທີ່​ກ່ຽວ​ຂ້ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ເສັ້ນ​ທາງ​ໃນ​​ເຂດ​ໃຈ​ກາງ​ໂອ​ລິ​ມປິກ​ກໍ​ພວມ​ກໍ່ສ້າງ​ຢ່າງ​ຮອບ​ດ້ານ, ​ແລະ​ພວມ​ມີ​ຄວາມ​ຄືບ​ໜ້າ​​ໄປ​ຢ່າງ​ສະ​ດວກ.