ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-17 21:03:37    
ທ່ານ​ຫູ​ຈິນ​ທາວ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຜູ່​ນຳ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ອົງ​ການ​ເອ​ເປັກ​ແລະ​ພົບ​ປະ​ຜູ່​ນຳ​ຫວຽດ​ນາມ

cri
ຕາມ​ຂ່າວCRI,ວັນ​ທີ17​ພະຈິກ,ຢູ່​ທີ່​ຮ່າ​ໂນ​ຍ ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຜູ່​ນຳອຸດສາຫະກຳ​ການ​ຄ້າຂອງ​ອົງ​ການ​ເອ​ເປັກ​ແລະ​ໄດ້​ພົບ​ປະ​ກັບ​ຜູ່​ນຳ​ຂອງ​ຫວຽດນາມ.

ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​,ທ່ານ​ຫູ​ຈິນທາວ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ໄດ້​ຊີ້​ອອກ​ໂອກາດ​ແລະ​ການ​ທ້າ​ທາຍ​ທີ່​ພາກ​ພື້ນ​ອາຊີ​ປາຊີ​ຟິກປະ​ເຊີນ​ ​ແລະ​ສະ​ເໜີ​ເຈ​ຈຳນົງ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ໃຫ້ພາກ​ພື້ນພັດທະນາ​ຢ່າງ​ສະ​ໝ່ຳສະ​ເໝີ​ແລະ​ຍືນ​ຍົງ.

ທ່ານ​ຫູ​ຈິນທາວ​ຍັງ​ໄດ້​ກ່າວ​ຢ້ຳວ່າ,ຈີນ ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ,ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຊາດ​ໃນ​ຂອບ​ເຂດ​ແລະ​ຂົງ​ເຂດ​ກວ້າງ​ກວ່າ​ເກົ່າ​ແລະ​ມີ​ລະ​ດັບ​ສູງ​ກວ່າ​ເກົ່າ.​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແລະ​ການ​ເຈ​ລະ​ຈາ​ເຂດ​ການ​ຄ້າ​ເສ​ລີ​ຂອງ​ພາກ​ພື້ນ,​ສືບ​ຕໍ່​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ແລະ​ການ​ສະ​ໜັບ​ສະ​ໜູນ ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.

ວັນ​ທີ17​ພະຈິກ​ນີ້,ທ່ານ​ຫູ​ຈິນທາ​ວຍັງ​ໄດ້​ແຍກ​ອອກ​ພົບ​ປະ​ກັບ​ທ່ານ​ຫວຽນ​ຟູ​ຈົງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ແລະ​ທ່ານ​ຫວຽນ​ຕັນ​ດົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ຫວຽດນາມ,​ໄດ້​ບັນ​ລະ​ຍາຍ​ເຈ​ຈຳ​ນົງ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ແລະ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ.ທ່ານ​ຫວຽນ​ຟູ​ຈົງ​ກ່າວ​ວ່າ,​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ​ຄອງ​ຄອຍ​ໃຫ້​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ.ທ່ານ​ຫວຽນ​ຕັນ​ດົງ​ກໍ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຫູ​ຈິນທາວ​ກ່ຽວກັບ​ການ​ຂະ​ຫຍາຍ​ການ​ພົວພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ,ຫວັງ​ໃຫ້​ສອງ​ຝ່າຍ​ເລັ່ງ​ລັດ​ວາງ​ແຜນ​ການ​ໄລຍະ​ຍາວ​ໄກ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ.