ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-17 21:11:23    
ແອສ​ປາຍ​ຝະ​ຣັ່ງ​ແລະ​ອີ​ຕາ​ລີ​ຕົກ​ລົງ​ສະ​ເໜີ​ແຜນ​ການ​ໃໝ່​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ ປາ​ເລັສ​ຕິນ​ກັບ​ອິສຣາ​ແອນ​ທຳ​ປະ​ຕິ​ກິ​ລິ​ຍາ​ຕ່າງ​ກັນ​ຕໍ່​ເລື່ອງ​ນີ້

cri
ຕາມ​ຂ່າວCRI,ວັນ​ທີ16​ພະຈິກ​ນີ້,ສາມ​ປະ​ເທດ​ຄື​ແອ​ສປາຍ ຝະຣັ່ງ​ແລະ​ອີ​ຕາ​ລີ​ໄດ້​ຕົກ​ລົງ​ຮ່ວມ​ກັນ​ສະ​ເໜີ​ແຜນ​ການ​ໃໝ່​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັສ​ຕິນ​ອິສ​ຣາ​ແອນ,​ແລະ​ຈະ​ຍື່ນ​ແຜນ​ການ​ດັ່ງ​ກ່າວ​ໃຫ້​ສະ​ຫະ​ພາບ​ເອີ​ລົບ​ເພື່ອ​ປຶກ​ສາ​ຫາ​ລື.

ທ່ານ​ຊາ​ປາ​ເຕ​ໂຣ ນາຍົກລັດຖະມົນຕີ​ແອ​ສປາຍ​ແນະນຳ​ວ່າ,​ແຜນ​ການ​ດັ່ງ​ກ່າວ​ມີ​ເນື້ອ​ໃນ5​ຂໍ້​ຄື: ສອງ​ຝ່າຍ​ປາ​ເລັສຕິ​ນອິສຣາ​ແອນ​ຢຸດຕິ​ການ​ການ​ເຄື່ອນ​ໄຫວ​ໃຊ້​ກຳ​ລັງ​ຮຸນ​ແຮງ​ທັງ​ໝົດ​ໃນ​ທັນ​ທີ, ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ທີ່​ປະ​ຊາ​ຄົມ​ໂລກ​ຮັບ​ຮອງ​ຢູ່​ປາ​ເລັສ​ຕິນ.​ສອງ​ຝ່າຍ​ແລກ​ປ່ຽນ​ສະ​ເລີຍ​ເສິກ​ແລະ​ຈັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ຜູ່​ນຳ,​ແຕ່ງ​ຕັ້ງ​ຜູ່​ສັງ​ເກດ​ການ​ສາ​ກົນ​ປະ​ຈຳ​ເຂດ​ກາຊາ​ເພື່ອ​ຕິດ​ຕາມ​ການ​ຢຸດ​ຍິງ​ແລະ​ຈັດ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ທີ່​ມີ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ໃນ​ເວ​ລາ​ອັນ​ເໝາະ​ສົມ.

ວັນ​ທີ16​ພະ​ຈິກ​ນີ້,ທ່ານ​ອາ​ບູ ​ເລ​ເຕ​ນາ​ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ເລັສ​ຕິນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ແຕ່​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ,​ແຜນ​ການ​ທີ່​ສະ​ເໜີ​ໂດຍ​ແອສ​ປາຍ ຝະ​ຣັ່ງ​ແລະ​ອີ​ຕາ​ລີ​ບໍ່​ສາມາດ​ຕາງ​ໜ້າ​ຫຼັກ​ໝັ້ນ​ຂອງ​ສີ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຄື​ສະ​ຫະ​ປະ​ຊາ​ຊາດ,​ສະ​ຫະ​ພາບ​ເອີ​ລົບ,​ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ.​ຝ່າຍ​ອິສ​ຣາ​ແອນ​ຍິ່ງ​ຫວັງ​ໃຫ້​​ແກ້​ໄຂ​ບັນ​ຫາ​ອິສ​ຣາ​ແອນ​ປາ​ເລັສ​ຕິນ​ດ້ວຍ​ການ​ເຈ​ລະ​ຈາ​ໂດຍ​ກົງ.