
ຕາມຂ່າວ CRI: ວັນທີ 18 ພະຈິກນີ້, ທ່ານຫູຈິນທາວ ປະທານປະເທດຈີນທີ່ພວມເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ່ນຳອົງການຮ່ວມມືເສດຖະກິດພາກພື້ນອາຊີປາຊີຟິກຫຼື ເອເປັກທີ່ຮ່າໂນຍ ນະຄອນຫຼວງຫວຽດນາມ ໄດ້ພົບປະກັບທ່ານຊິນໂຈ ອາເບ ນາຍົກລັດຖະມົນຕີຍີ່ປຸ່ນ. ສອງຝ່າຍເປັນເອກະສັນກັນກ່າວວ່າ, ຈະສືບຕໍ່ຮັກສາທ່ວງທ່າຂະຫຍາຍຕົວອັນດີງາມຂອງການພົວພັນລະຫວ່າງສອງປະເທດ, ແລະພ້ອມກັນຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າເກົ່າ.
ທ່ານຫູຈິນທາວກ່າວວ່າ, ຫ່າງກັນໜຶ່ງເດືອນປາຍ ຜູ່ນຳສອງປະເທດໄດ້ພົບປະກັນອີກ, ນີ້ໄດ້ສະແດງໃຫ້ເຫັນຄວາມປາຖະໜາຮ່ວມຂອງສອງຝ່າຍທີ່ປັບປຸງແລະຂະຫຍາຍການພົວພັນລະຫວ່າງສອງປະເທດ. ທ່ານກ່າວວ່າ, ປັດຈຸບັນ ການຂະຫຍາຍການພົວພັນລະຫວ່າງຈີນຍີ່ປຸ່ນພວມຢູ່ໃນໄລຍະທີ່ສຳຄັນ. ຜູ່ນຳຂອງສອງປະເທດມີໜ້າທີ່ຮັບຜິດຊອບກຳທິດທາງອັນຖືກຕ້ອງຂອງການຂະຫຍາຍການພົວພັນລະຫວ່າງສອງປະເທດໃຫ້ແໜ້ນຈາກຄວາມສູງຍຸດທະສາດແລະພາກສ່ວນທັງໝົດ.
ທ່ານຫູຈິນທາວໄດ້ວາງຂໍ້ສະເໜີ 5 ຂໍ້ສຳລັບສອງປະເທດສ້າງສະພາບການໃໝ່ຂອງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານ ໃນຂົງເຂດກວ້າງຂວາງແລະໃນຫຼາຍລະດັບດັ່ງລຸ່ມນີ້ ຄື ໜຶ່ງ ກຳນົດທິດທາງຂະຫຍາຍຕົວຂອງການພົວພັນລະຫວ່າງສອງປະເທດຢ່າງຈະແຈ້ງ. ສອງ ເພີ່ມມິດຕະພາບລະຫວ່າງປະຊາຊົນສອງຊາດ. ສາມ ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງໜັກແໜ້ນ. ສີ່ ພ້ອມກັນຊຸກຍູ້ສັນຕິພາບ ສະຖຽນລະພາບແລະການພັດທະນາຂອງອາຊີ. ຫ້າ ແກ້ໄຂບັນຫາທີ່ສະດຸ້ງໄວ ເຊັ່ນ ບັນຫາປະຫວັດສາດ ບັນຫາໄຕ້ຫວັນແລະບັນຫາທະເລຈີນຕາເວັນອອກເປັນຕົ້ນຢ່າງເໝາະສົມ.
ທ່ານຊິນໂຈກ່າວວ່າ, ຫວັງໃຫ້ສອງຝ່າຍຮັກສາການໄປມາຫາສູ່ກັນລະຫວ່າງຜູ່ນຳຂັ້ນສູງ, ພ້ອມກັນຊຸກຍູ້ໃຫ້ການພົວພັນລະຫວ່າງຍີ່ປຸ່ນກັບຈີນຂະຫຍາຍໄປສູ່ລະດັບສູງກວ່າເກົ່າ. ທ່ານສະເໜີໃຫ້ສອງຝ່າຍຈັດກອງປະຊຸມລະດັບລັດຖະມົນຕີເສດຖະກິດໂດຍໄວ, ເພື່ອປະສານງານການຮ່ວມມືດ້ານເສດຖະກິດການຄ້າ; ເຈລະຈາກັນດ້ານນະໂຍບາຍລະຫວ່າງພາກສ່ວນພະລັງງານສອງຝ່າຍ, ເພີ່ມທະວີການຮ່ວມມືໃນຂົງເຂດປະຢັດພະລັງງານແລະການອະນຸລັກສິ່ງແວດລ້ອມເປັນຕົ້ນ; ຈັດຕັ້ງປະຕິບັດຄວາມຮັບຮູ້ຄືກັນລະຫວ່າງສອງຝ່າຍ, ເພີ່ມທະວີການປຶກສາຫາລືກັນ, ເຮັດໃຫ້ທະເລຈີນຕາເວັນອອກກາຍເປັນທະເລທີ່ສັນຕິພາບ ມິດຕະພາບແລະຮ່ວມມືກັນ; ເພີ່ມທະວີການຮ່ວມມືລະຫວ່າງຍີ່ປຸ່ນ ຈີນແລະສ.ເກົາຫຼີ, ພ້ອມກັນຊຸກຍູ້ການຮ່ວມມືພາກພື້ນອາຊີຕາເວັນອອກ. ທ່ານຊິນໂຈກ່າວວ່າ, ຍີ່ປຸ່ນຈະສືບຕໍ່ແກ້ໄຂບັນຫາໄຕ້ຫວັນຕາມຫຼັກການທີ່ກຳນົດໄວ້ໃນຖະແຫຼງການຮ່ວມລະຫວ່າງຍີ່ປຸ່ນຈີນ, ຫຼັກໝັ້ນດັ່ງກ່າວບໍ່ມີການປ່ຽນແປງ.
|