ຕາມຂ່າວ CRI: ຕອນບ່າຍວັນທີ 18 ພະຈິກນີ້, ກອງປະຊຸມບໍ່ເປັນທາງການຂອງຜູ່ນຳອົງການຮ່ວມມືເສດຖະກິດພາກພື້ນອາຊີອາຊີຟິກຫຼື ເອເປັກຄັ້ງທີ 14 ໄດ້ໄຂຂຶ້ນຢູ່ຮ່າໂນຍຂອງຫວຽດນາມ. ກອງປະຊຸມຈະຈັດຂຶ້ນເປັນເວລາ 2 ມື້, ຕົ້ນຕໍປຶກສາຫາລືຫົວຂໍ້ຕ່າງໆ ເຊັ່ນ ຊຸກຍູ້ການຟື້ນຟູການເຈລະຈາຮອບໂດຮາຂອງອົງການການຄ້າໂລກໂດຍໄວ ຊຸກຍູ້ການຄ້າແລະການລົງທຶນແບບເສລີ ເພີ່ມທະວີຄວາມປອດໄພຂອງມະອນຸດ ການຮ່ວມມືຕ້ານລັດທິກໍ່ການຮ້າຍ ການຮ່ວມມືດ້ານພະລັງງານແລະການປະຕິຮູບອົງການເອເປັກເປັນຕົ້ນ.
ຫົວຂໍ້ຫຼັກຂອງກອງປະຊຸມເທື່ອນີ້ແມ່ນ "ກ້າວໄປສູ່ມະຫາຄອບຄົວທີ່ເຕັມໄປດ້ວຍພະລັງຊີວິດ ບັນລຸການພັດທະນາແບບຍືນຍົງແລະຄວາມຈະເລີນຮຸ່ງເຮືອງ". ທ່ານຫງຽນມິນຈຽດ ປະທານປະເທດຫວຽດນາມໄດ້ນັ່ງເປັນປະທານຂອງກອງປະຊຸມ, ຜູ່ນຳຫຼືຜູ່ແທນຂອງ 21 ສະມາຊິກອົງການເອເປັກ ເຊັ່ນ ທ່ານຫູຈິນທາວ ປະທານປະເທດຈີນ ທ່ານບຸສ ປະທານາທິບໍດີອາເມລິກາ ທ່ານປູຕິນ ປະທານາທິບໍດີຣັດເຊຍແລະທ່ານຊິນໂຈ ອາເບ ນາຍົກລັດຖະມົນຕີຍີ່ປຸ່ນເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມ.
|