ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-18 21:12:07    
ທ່ານ​ຫຸຍ​ລຽງ​ຢູກ່າວ​ວ່າ​ຫວັງ​ໃຫ້​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ຕື່ມ​ອີກ​ເພື່ອ​ເພີ່ມ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຝັ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ18ພະຈິກ​ນີ້,ຢູ່​ເມືອງ​ຈ່າງ​ໂຈ່​ວ​ແຂວງ​ຟູ​ຈ້ຽນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນ,​ທ່ານ​ຫຸຍ​ລຽງ​ຢູ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຈີນ​ກ່າວ​ວ່າ,​ຫວັງ​ໃຫ້​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເກາະ​ແຂນ​ກັນ,​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ຕື່ມ​ອີກ,​ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ,​ເປີດ​ກວ້າງ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື,​ເພີ່ມ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຝັ່ງ.

ທ່ານ​ຫຸຍ​ລຽງ​ຢູ​ແມ່ນ​ໃຫ້​ທັດ​ນະ​ນະ​ດັ່ງ​ກ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ດອກ​ໄມ້​ແລະ​ງານ​ສັງ​ສັນ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ທີ​8.

ທ່ານ​ຫຸຍ​ລຽງ​ຢູ​ກ່າວ​ວ່າ,​ກະ​ສິ​ກຳ​ຂອງ​ສອງ​ຝັ່ງ​ຊ່ອມ​ແຄບ​ໄຕ້​ຫວັນ​ຕ່າງ​ມີ​ທ່າ​ແຮງ​ຂອງ​ໃຜ​ລາວ,​ຕ່າງ​ຄ້ຳ​ຊູ​ກັນ,​ມີ​ຊ່ອງ​ຫວ່າງ​ແລະ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​ໃນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.