ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 11:09:27    
ທ່ານ​ຫູ​ຈີ​ທາວ​ພົບ​ປະ​ຜູ່​ນຳ​ສະ​ມາ​ຊິກ​ເອ​ເປັກ​ສ່ວນ​ຫນຶ່ງ

cri Author: sayvanny
ຕາມຂ່າວ cri: ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ສະມາຊິກ​ອົງການ​​ເອ​ເປັກຄັ້ງທີ 14, ວັນ​ທີ 18 ພະຈິກ​ນີ້, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ທີ່​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ພົບ​ປະ​ກັບ​ຜູ່​ນຳ​ສະມາຊິກ​ສ່ວນ​ຫນຶ່ງ​ຢູ່​ຮ່າ​ໂນ​ຍ, ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບການ​ພົວພັນ​ສອງ​ຕໍ່​ສອງ​ແລະ​ບັນຫາຊຸກ​ຍູ້​ຂະ​ບວນວິວັດ​ຂອງ​ອົງການ​ເອ​ເປັກ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ,ທ່ານ​ຫູ​ຈີນ​ທາວ​ຊີ້​ອອກ​ວ່າ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ທຳ​ຄວາມພະ​ຍາ​ຍາມ, ທຸ່ມ​ເທ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ເປີດ​ກວ້າງ​ຂະຫນາດ​ການ​ຮ່ວມ​ມື, ຍົກ​ຄຸນ​ນະພາ​ບການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃຫມ່.ທ່ານ​ປູຕິ​ນ​ເວົ້າວ່າ, ຣັດ​ເຊຍ​ສະຫນັບສະຫນູນ​ວິສາ​ຫະກິດ​ຈີນ​ເຂົ້າຮ່ວມ​ການ​ພັດທະນາຊັບ​ພະຍາກອນ​ຂອງຣັດ​ເຊຍ.ຫວັງ​ໃຫ້​ສອງ​ຝ່າຍ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອະນຸລັກ​ສິ່ງ​ແວດ​ລ້ອມ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​​ແກ່ປະຊາຊົນ​ສອງ​ປະ​ເທດ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຊິນ​ໂຈ​ອາ​ເບ ນາຍົກລັດຖະມົນຕີຍີ່ປຸ່ນ, ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ​ຈະ​ສືບ​ຕໍ່​ຮັກສາ​ທ່ວງທ່າທີ່​ດີ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ກັນ​ຊຸກ​ຍູ້​ການ​ພົວພັນ​ສອງ​ຝ່າຍ​​ໃຫ້ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ກວ່​າ​ເກົ່າ. ສອງ​ຝ່າ​ຍຍັງ​ກ່າວ​ວ່ຈະ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ, ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫລມ​ເກົາຫລີ​ດ້ວຍ​ການ​ສົນທະນາ​ກັນ.
​ໃນ​ເວລາ​​ໂອ້​ລົມ​ກັບ​ທ່ານ​ຊູຊີ​ໂລ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ, ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງຮອບດ້ານ​ແລະ​ການ​ກໍ່ສ້າງ​ໃນ​ດ້ານ​ພະລັງງານ ພະລັງ​ໄຟຟ້າ​ແລະ​ສິ່ງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ດ້ານ​ຕ່າງໆ, ​ເຫັນ​ວ່າ​ຈະ​ລົງ​ເລິກ​ການ​ພົວພັນ​ສອງ​ຝ່າຍ​ເລື້ອຍໆ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ວັນ​ທີ 19 ພະຈິກ​ນີ້, ທ່ານ​ຫູ​ຈີນ​ທາວ​ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ບຸ​ສ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ.