ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 12:31:09    
ທ່ານ​ບຸ​ສກ່າວ​ວ່າ,ຖ້າ​ສປປ​ເກົາຫລີ​ປະລະ​​ແຜນການນີວ​ເຄຼຍ ອາ​ເມ​ລິ​ກາສາ​ມາດ​ພິຈາລະນາຈະ​ຫາລືບັນຫາຄວາມ​ປອດ​ໄພ​ແລະ​ການ​ຊ່ອຍ​ເຫືຼອ​ດ້ານ​ເສດຖະກິດ​ກັບສປປ​ເກົາຫລີ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 18 ພະຈິກ,ຢູ່​ຮ່າ​ໂນ​ຍ ທ່ານ​ຈັອດ ບຸ​ສ  ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ເຂົ້າຮ່ວມ​ກອງ​ປະຊຸ​ມບໍ່​ເປັນ​ທາງ​ການ​ຜູ້ນຳ​ອົງການ​ຮ່ວມ​ມືດ້ານ​ເສດຖະກິດ​ອາຊີ​ປາ​ຊິກ​ຟິກຫລື​ເອ​ເປັກຄັ້ງທີ 14​ເວົ້າວ່າ,ຖ້າ​ສປປ​ເກົາຫລີ​ປະລະ​ແຜນການ​ນີວ​ເຄຼຍ,ອາ​ເມ​ລິ​ກາສາ​ມາດ​ພິຈາລະນາ​ຈະ​ຫາລື​ການຈັດ​ວາງ​ດ້ານ​ຄວາມ​ປອດ​ໄພ​ແລະ​ບັນຫາ​ຊ່ອຍ​ເຫືຼອ​ດ້ານ​ເສດຖະກິດ​ກັບສປປ​ເກົາຫລີ.

ທ່ານ​ບຸ​ສ​ແມ່ນ​ສະ​ແດງ​ທັດສະນະ​ດັ່ງ​ກ່າວ​ໃນ​ເວລາ​ພົບ​ປະ​ໂອ້​ລົມ​ກັບ​ທ່ານ​ໂຣມູຢຸນ ປະທານາທິບໍດີ​ສ.​ເກົາຫລີ​ໃນມື້​ດຽວ​ກັນ.​ໃນ​ການ​ພົບ​ປະ​ໂອ້​ລົມ​ກັນ,ທ່ານ​ບຸ​ສຍັງ​ຢາກຊັກ​ຊວນ​ໃຫ້​ສ.​ເກົາຫລີ​ປະຕິບັດ​ມະຕິ​ຕົກລົງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ລົງ​ໂທດ​ສປປ​ເກົາຫລີ​ນັ້ນຢ່າງຮອບດ້ານ,​ແລະ​ຮັບ​ເອົາ​ຂໍ້​ລິ​ເລີ່​ມຄວາມ​ປອດ​ໄພ​ປ້ອງ​ກັນ​ການ​ແຜ່ຜາຍ​ທີ່​ມີ​ຈຸດປະສົງ​ປ້ອງ​ກັນ​ການ​ແຜ່ຜາຍ​ອາວຸດ​ທຳລາຍ​ລ້າງ​ຢ່າງ​ຂະໜາດ​ໃຫຍ່​ແລະ​ອຸປະກອນ​ທີ່​ກ່ຽວຂ້ອງ​ນັ້ນຢ່າງຮອບດ້ານ.

ທ່ານ​ໂຣມູຢຸນກ່າວ​ວ່າ,ສ.​ເກົາຫລີ​ຈະບໍ່ເຂົ້າຮ່ວມຂໍ້​ລິ​ເລີ່​ມຄວາມ​ປອດ​ໄພ​ປ້ອງ​ກັນ​ການ​ແຜ່ຜາຍ​ຢ່າງຮອບດ້ານ,​ແຕ່​ສະໜັບສະໜູນ​ຫລັກການ​ແລະ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້​ໃນ​ຂໍ້​ລິ​ເລີ່​ມ,ທັງ​ເຫັນ​ດີ​ໃຫ້ການ​ຮ່ວມ​ມື​​ໃນ​ດ້ານ​ສະກັດ​ກັ້ນການ​ຂົນ​ສົ່ງ​ອາວຸດ​ທຳລາຍ​ລ້າງ​ຢ່າງ​ຂະໜາດ​ໃຫຍ່​ຢູ່​ພາກພື້ນອາຊີ​ຕາ​ເວັນ​ອອກສຽງ​ເໜືອ.