ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 12:44:33    
ທ່ານ​ຫູ​ຈິນ​ທາວ​ສະ​ເໜີ​ຂໍ້​ສະ​ເໜີ​4​ຂໍ້​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ

cri

ທ່ານຫູຈິນທາວກ່າວຄຳປາໄສໃນກອງປະຊຸມ

ຕາມ​ຂ່າວCRI,ວັນ​ທີ18​ພະຈິກ,ຢູ່​ທີ່​ຮ່າ​ໂນ​ຍ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາຊີ​ຟິກ​ຫຼື​ເອ​ເປັກ​ຄັ້ງ​ທີ​14,ທ່ານ​ໄດ້​າສະ​ເໜີ​ຂໍ້​ສະ​ເໜີກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ,​ສ້າງ​ສາ​ມະ​ຫາ​ຄອບ​ຄົວ​ອາ​ຊີ​ປາ​ຊີ​ຟິກ​ທີ່​ມີ​ສັນ​ຕິ​ພາບ​ຖາວອນ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ.

ທ່ານຫູຈິນທາວສະເໜີວ່າ: ໜຶ່ງ, ປົກປັກຮັກສາສັນຕິພາບແລະສະຖຽນລະພາບ.ຜ່ານ ຈາກການສົນທະນາກັນເພື່ອເພີ່ມຄວາມໄວ້ເນື້ອເຊື່ອໃຈກັນແລະແກ້ຄວາມລະແວງສົງ
ໃສ,ແກ້ໄຂຄວາມເຫັນຂັດກັນດ້ວຍການປຶກສາຫາລືກັນ,ແກ້ໄຂຄວາມຂັດແຍ່ງດ້ວຍ
ການເຈລະຈາກັນ.ໂຈມຕີການກໍ່ການຮ້າຍແລະອາຊະຍາກຳຂ້າມຊາດທຸກຮູບແບບ,
ເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນບັນດາປະເທດແລະວັດທະນະທຳທີ່ຕ່າງກັນ.
ສອງ, ຊຸກຍູ້ການພັດທະນາພ້ອມກັນ. ການພັດທະນາຂອງເສດຖະກິດສັງຄົມພາກພື້ນ
ແຫ່ງນີ້ຍັງບໍ່ສະໝ່ຳສະເໝີກັນ.ສະມາຊິກພັດທະນາຄວນມີສາຍຕາຍາວໄກ,ເຮັດແທ້
ທຳຈິງເພື່ອຫຼຸດຄວາມຜິດໂຕນກັນໃນການພັດທະນາ,ຊຸກຍູ້ການພັດທະນາພ້ອມກັນ.ສາມ,
ບັນລຸການໄດ້ຮັບຜົນປະໂຫຍດນຳກັນ.ປັດຈຸບັນ,ພາກພື້ນອາຊີປາຊີຟິກປະເຊີນກັບບັນຫາ
ຕ່າງໆເຊັ່ນລາຄາພະລັງງານໃນຕະຫຼາດປັ່ນປ່ວນໃນລະດັບສູງ,ການພັດທະນາຂອງເສດ
ຖະກິດເສຍຄວາມດຸນດ່ຽງ,ພະຍາດຕິດແປດທີ່ຮ້າຍແຮງໄດ້ເກີດຂຶ້ນເລື້ອຍໆເປັນຕົ້ນ.ສະ
ມາຊິກຕ່າງໆຄວນກຳໂອກາດ,ຮັບມືກັບທ້າທາຍ.ສີ່, ປະຕິບັດການໄຂປະຕູແລະມີທ່າທີ
ໂອບອ້ອມອາລີ.ຄວາມຫຼາກຫຼາຍແມ່ນຈຸດເດັ່ນຂອງພາກພື້ນອາຊີປາຊີຟິກ,ສະມາຊິກ
ຕ່າງໆຄວນເຄົາລົບເຊິ່ງກັນແລະກັນ,ຕ່າງຄ້ຳຊູກັນ,ແລະຢູ່ຮ່ວມກັນຢ່າງປອງດອງກັນ.

ທ່ານຫູຈິນທາວຍັງໄດ້ວາງເຈດຈຳນົງຂອງຝ່າຍຈີນກ່ຽວກັບທິດຂະຫຍາຍຕົວໃນຕໍ່ໜ້າ
ຂອງອົງການເອເປັກ.ທ່ານຊີ້ອອກວ່າ,ອົງການດັ່ງກ່າວຄວນຍຶດຖືການຮ່ວມມືດ້ານເສດ
ຖະກິດເປັນຈຸດໜັກ,ຕັ້ງໜ້າສະໜັບສະໜູນການພັດທະນໂຄງປະກອບການຄ້າຫຼາຍຝ່າຍ,
ພະຍາຍາມບັນລຸເປົ້າໝາຍໂບກໍ.