ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 16:56:36    
ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ອົງ​ການ​ເອ​ເປັກ​ຄັ້ງ​ທີ​14​ໄດ້​ອັດ​ລົງ

cri

ຕາມ​ຂ່າວCRI,ວັນ​ທີ19​ພະຈິກ​ນີ້,ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ອາຊີ​ປາ​ຊີ​ຟິກຫຼື​​ເອ​ເປັກ​ຄັ້ງ​ທີ14​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ2​ມື້​ຢູ່​ທີ່​ຮ່າ​ໂນ​ຍ​ໄດ້​ອັດ​ລົງ​ແລ້ວ.ກອງ​ປະຊຸມ​ໄດ້​ຜ່ານ​ຖະ​ແຫຼ​ງການ​ຮ່າ​ໂນ​ຍ,​ແລະ​ໄດ້​ຖະ​ແຫຼ​ງກ່ຽວ​ກັບ​ບັນຫາ​ ສ.ປ.ປ.​ເກົາຫຼີ​ທົດ​ລອງ​ນີວ​ເຄຼຍ.

ຖະ​ແຫຼງການ​ຮ່າ​ໂນ​ຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະມາຊິກ​ຕ່າງໆ​ທີ່​ໄດ້​ວາງ​ຂໍ້​ມາດຕາ​ແບບຢ່າງ​ກ່ຽວ​ກັບ​ການຈັດ​ວາງ​ການ​ຄ້າ​ໃນ​ພາກ​ພື້ນ​ແລະ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃນ​6​ຂົງ​ເຂດ,​ແລະ​ອະນຸມັດ​ແຜນການ​ດຳ​ເນີນ​ງານ​ຮ່າ​ໂນ​ຍທີ່​ສ້າງ​ຂຶ້ນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ໂບກໍ​ຕາມ​ເວລາ​ກຳນົດ.ຖະ​ແຫຼ​ງການ​ຂຽນ​ວ່າ,ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ບັນ​ລຸ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຢ່າງ​ເສ​ລີ​ແລະ​​ເປີດ​ປະ​ຕູ​ຂອງ​ເອ​ເປັກ.ປ້ອງ​ກັນ​ບໍ່​ໃຫ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຖືກ​ຂົ່ມ​ຂູ່,​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ປອດ​ໄພ​ແລະ​ດີງາມ,​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ຂອງ​ມະນຸດ.

ຖະ​ແຫຼ​ງການ​ຍັງ​ກ່າວ​ຢ້ຳວ່າ,ການສະໜັບສະໜູນລະບຽບ​ວາລະການ​ພັດທະນາ​ໂດ​ຮາຂອງ​ອົງ​ການ​ການ​ຄ້າ​ໂລກ​ຍັງ​ຄົງ​ແມ່ນ​ທິດ​ທາງ​ທີ່​ອົງການ​ເອ​ເປັກ​ພິຈາລະນາ​ກ່ອນ​ໝູ່.​ສະ​ມາ​ຊິກ​ຕ່າງໆ​ຂອງ​ອົງ​ການ​ເອ​ເປັກ​ຈະ​ທຳ​ຄວາມ​ພະຍາຍາມ​ສຸດ​ຂີດ​ເພື່ອ​ທັບ​ມ້າງ​ສະ​ພາບ​ບໍ່​ໄປ​ບໍ່​ມາໃນ​ປັດ​ຈຸ​ບັນ,​ເຮັດ​ໃຫ້​ການ​ເຈລະຈາ​ຮອບ​ໂດ​ຮາ​ໄດ້​ຮັບ​ໝາກ​ຜົນ​ອັນ​ໃຫຍ່​ຫຼວງ​ແລະ​ດຸນ​ດ່ຽງ​ກັນ.

ຄຳ​ຖະ​ແຫຼ​ງຂອງ​ກອງ​ປະຊຸມ​ທີ່​ແນ​ໃສ່​ບັນຫາ​ສ.ປ.ປ​.​ເກົາຫຼີ​ທົດ​ລອງ​ນີວ​ເຄຼຍ​ໄດ້​ກ່າວ​ຢ້ຳ​ຄວາມ​ຕັດສິນ​ໃຈ​ຂອງ​ອົງການ​ເອ​ເປັກ​ທີ່​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ແລະ​ອາ​ຊີ​ຕາ​ເວັນ​ອອກສຽງ​ເໜືອ​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ,​ແລະ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​​ແຫຼມ​ເກົາ​ຫຼີ​ໂດ​ຍສັນຕິ.ຄຳ​ຖະ​ແຫຼ​ງກ່າວ​ເນັ້ນ​ວ່າ,​ຕ້ອງ​ປະ​ຕິ​ບັດ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະຊາ​ຊາດ​ຢ່າງ​ເຕັມ​ສ່ວນ,​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ.​ຄຳ​ຖະ​ແຫຼງ​ຍັງ​ຮຽກ​ຮ້ອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ໃຊ້​ບາດ​ກ້າວ​ທີ່​ເປັນ​ຮູບ​ປະ​ທຳ​ທີ່​ບັງ​ເກີດ​ຜົນ​ເພື່ອ​ຜັນ​ຂະ​ຫຍາຍ​ຖະ​ແຫຼງ​ການ​ຮ່ວມ​ທີ່​ຕົກ​ລົງ​ກັນ​ໃນ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​4​ແລະ​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່​ໂດຍ​ໄວ.