ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 17:02:40    
ທ່ານ​ຫູ​ຈິນທາວ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ໄລ​ຍະ​ທີ​ສອງ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອົງ​ການ​ເອ​ເປັກ​ແລະ​ກ່າວ​ຄຳ​ປາ​ໄສ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 19 ພະຈິກ​ນີ້, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄລຍະ​ທີ​ສອງ​ຂອງ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງການ​ຮ່ວມ​ມື​ພາກ​ພື້ນອາຊີ​ອາຊີ​ຟິກຫຼື ​ເອ​ເປັກຄັ້ງທີ 14 ທີ່​ຈັດ​ຂຶ້ນຢູ່​ຮ່າ​ໂນ​ຍຂອງ​ຫວຽດ​ນາມ ​ແລະ​ໄດ້​ບັນ​ຍາຍ​ທັດ​ສະນະ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ພະລັງງານ​ກັບ​ສິ່ງ​ແວດ​ລ້ອມ ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ແລະ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ.

​ໃນ​ຄຳ​ປາ​ໄສ ທ່ານ​ຫູ​ຈິນທາວ​ກ່າວ​ວ່າ, ບັນຫາ​ພະລັງງານ​ກ່ຽວ​ພັນ​ເຖິງ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ພາກພື້ນອາຊີ​ປາຊີ​ຟິກ. ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ, ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ການ​ພັດທະນາ​​ແລະ​ນຳ​ໃຊ້ພະລັງງານ, ສ້າງ​ລະບົບ​ຄົ້ນຄວ້າ​ແລະ​ເຜີຍ​ແຜ່​ເຕັກ​ໂນ​ໂລ​ຊີ​ພະ​ລັງ​ງານ​ທີ່​ກ້າວໜ້າ; ຍັງ​ຕ້ອງ​ສ້າງ​ສະ​ພາບ​ແວດ​ລ້ອມ​ທາງ​ການ​ເມືອງ​ອັນ​ດີງາມ, ບູ​ລະ​ນະ​ກົນ​ໄກ​ຕະ​ຫຼາດ​ພະ​ລັງ​ງານ​ສາ​ກົນ​ໃຫ້​ສົມ​ບູນ​ຂຶ້ນ, ບັນລຸ​ການສະໜອງພະລັງ​ງານ​ຂອງ​ສາ​ກົນ​ທີ່​ໝັ້ນ​ທ່ຽງ​ຍືນ​ຍົງ ​ແລະ​ລາ​ຄາ​ສົມ​ເຫດ​ສົມ​ຜົນ.

ກ່ຽວ​ກັບ​ບັນຫາ​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ, ທ່ານ​ຫູ​ຈິນທາວ​ຊີ້​ອອກ​ວ່າ, ຊູ່​ມື້​ນີ້​ທີ່​ໂລ​ກາ​ພິວັດ​ພັດທະນາ​​ໄວ​ເຂົ້າ, ມີແຕ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຊາດ​ເທົ່າ​ນັ້ນ, ຈຶ່ງ​ສາ​ມາດ​ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ລະບາດ​ແຜ່​ລາມ​ຢ່າງ​ບັງ​ເກີດ​ຜົນ, ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ.

​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ, ທ່ານ​ຫູ​ຈິນທາວ​ກ່າວ​ເນັ້ນວ່າ, ການ​ຍຶດ​ໝັ້ນ​ແຫຼມ​ເກົາຫຼີປອດ​ນິວ​ເຄຼຍ, ຜ່ານ​ການ​ເຈລະຈາ​ມາ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ນັ້ນ, ​ແມ່ນ​ຫຼັກໝັ້ນສະ​ເໝີ​ຕົ້ນສະ​​ເໝີ​ປາຍ​ຂອງ​ຝ່າຍ​ຈີນ, ຈີນ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ ​ເສີມ​ຂະ​ຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການຊຸກ​ຍູ້​ຂະ​ບວນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ດ້ວຍ​ສັນ​ຕິ​ວິ​ທີ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.