ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 17:05:11    
ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​​ເອ​ເປັກ​ອອກ​ຖະ​ແຫຼງ​ການ​ຮຽກ​ຮ້ອງ​ໃຫ້​ຟື້ນ​ຟູ​ການ​ເຈລະ​ຈາ​ຮອບ​ໂດ​ຮາ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 18 ພະຈິກ,ຢູ່​ຮາ​ໂນ້ຍ ນະຄອນຫຼວງ​ຫວຽດນາມ,ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ເອ​ເປັກຄັ້ງ​ທີ 14 ​ໄດ້​ອອກ​ຖະ​ແຫຼ​ງການ,ຮຽກຮ້ອງ​ໃຫ້​​ແກ້​ໄຂສະພາບທີ່ບໍ່​ໄປ​ບໍ່​ມາ​ຂອງ​ການ​ເຈລະຈາ​ຮອບ​ໂດ​ຮາ,ຟື້ນ​ຟູ​ການ​ເຈລະຈາ,​ແລະ​ເຮັດ​ໃຫ້ການ​ເຈລະຈາສຳ​ເລັດ​ຜົນ​ຢ່າງຈົບງາມ.

ຖະ​ແຫຼງ​ການ​ຂຽນ​ວ່າ,ຜູ້ນຳ​ຂອງ​ສະມາ​ຊິກ​ອົງ​ການ​ເອ​ເປັກກ່າວ​ຢ້ຳວ່າ,ຈະ​ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ແຕ່ລະ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ເພື່ອເຮັດ​ໃຫ້ການ​​ເຈລະຈາ​ຮອບ​ໂດ​ຮາ​ໄດ້​ຮັບໝາກ​ຜົນ​ທີ່"​ໃຫຍ່​ຫຼວງ​ແລະ​ສະ​ໝ່ຳສ​ະ​ເໝີ​ກັນ".​ເພື່ອ​ເລື່ອງ​ນີ້,ການ​ແກ້​ໄຂສະ​ພາບ​ທີ່​ບໍ່​​ໄປ​ບໍ່​ມາ​ຂອງ​ການ​​ເຈລະ​ຈາ​ຮອບ​ໂດ​ຮາ​ໃນ​ປະຈຸ​ບັນ​ນີ້,​​ໄດ້​ເປັນ​ເລື່ອງ​ຮີບ​ດ່ວນ,ການ​ຟື້ນ​ຟູ​ການ​ເຈລະຈາ​ເລື່ອນ​ເວລາ​ອີກ​ບໍ່​ໄດ້.

ຖະ​ແຫຼງ​ການ​ຂຽນ​ວ່າ,​ໃນ​ການ​ເຈລະຈາ​ຮອບ​ໂດ​ຮາ,ສະມາ​ຊິກ​ອົງການ​​ເອ​ເປັກລ້ວນ​ແຕ່​ຈະ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃນ​ຫຼັກ​ໝັ້ນ​ຂອງ​ຕົນ​ໃນ​ປະຈຸ​ບັນ.ຜູ້​ນຳ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຫຼຸ​ດ​ເງິນ​ເກື້ອກູນ​ດ້ານ​ກະສິກຳ​ແລະພາ​ສີຜະ​ລິດ​ຕະພັນ​ອຸດ​ສາ​ຫະ​ກຳ​ຕື່ມ​ອີກ.