ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 19:13:51    
ກອງ​ປະ​ຊຸມ​ສຸດ​ຍອດ​ຜູ່​ນຳ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ອົງ​ການ​ເອ​ເປັກ​ປິດ​ປະ​ຊຸມ

cri Author: sayvanny
ຕາມ​ຂ່າວ cri:ກອງ​ປະຊຸມ​ສຸດ​ຍອດຜູ່​ນຳ​ອຸດສາຫະກຳ​ການ​ຄ້າ​ຂອງ​ອົງການ​ເອ​ເປັກ​ທີ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນຍ​ຂອງ​ຫວຽດ​ນາມ​ເປັນ​ເວລາ 2 ມື້​ໄດ້​ປິດ​ປະຊຸມ.ທ່ານ​ວູທຽນ​ລົກ ປະທານ​ສະພາ​ອຸດສາຫະກຳ​ການ​ຄ້າ​ຫວຽດ​ນາມ ປະທານ​ກອງ​ປະຊຸມ​ດັ່ງກ່າວ​​ໄດ້ກ່າວ​ຄຳ​ປິດ​ປະຊຸມ,ທ່ານ​ເວົ້າວ່າ, ​ເພື່ອ​ສ້າງ​ປະຊາ​ຄົມ​ພາກ​ພື້ນ​ທີ່​ປອດ​ໄພ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ,ບັນດາ​ສະມາຊິກ​ອົງການ​ເອ​ເປັກ​ຍັງ​ຕ້ອງການ​ພະຍາຍາມ​ຫລາຍ​ກວ່າ​ເກົ່າ.

ທ່ານ​ວູທຽນ​ລົກ​ເວົ້າວ່າ, ​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ຜູ່​ຮ່ວມ​ປະຊຸມ​ໄດ້​ຫາລື​ກັນ​ຢ່າງ​​ມີ​ຜົນ​ປະ​ໂຫຍ​ດກ່ຽວ​ກັບສິ່ງ​ທ້າ​ທາຍ​ທີ່ອົງການ​ເອ​ເປັກປະ​ເຊີນໃນ​ສະ​ເພາະ​ຫນ້າ​ນີ້​​ເຊ່ນ​ບັນຫາ ຈະ​ຈັດການ​ເຈລະຈາ​ການ​ຄ້າ​ຮອບ​ໂດ​ຮາ​ຂອງ​ອົງການ​ກາ​ນຄ້າ​ໂລກຄືນ​ໃຫມ່​,ການ​ປະຕິ​ຮູບ​ເສດ ຖະກິດ​ແລະ​ການ​ແກ່ງ​ແຍ່ງ​ເປັນຕົ້ນ, ​ແລະ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ເປົ້າຫມາຍ​ພັດທະນາ​ບູລິ​ມະ​ສິດ​ໃນ​ອະນາຄົດ​ຂອງ​ອົງການ​ເອ​ເປັກ.ທ່ານ​ຍັງ​ເວົ້າວ່າ, ​ເພື່ອ​ສ້າງ​ອົງ​ກອນ​ພາກ​ພື້ນ​ທີ່​ປອດ​ໄພ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ,ບັນລຸ​ໃຫ້ການ​ຄ້າ​ແລະ​ເຕັກນິກ​ຈໍລະຈອນ​​ຢ່າງ​ເສລີ, ບັນດາສະມາຊິກ​ອົງການ​ເອ​ເປັກ​ຍັງ​ຕ້ອງ​ເຮັດ​ວຽກ​ຢ່າງ​ຫລວງຫລາຍ.