ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 23:43:01    
ຄື້ນ​ວິ​ທະ​ຍຸ​ສົ່ງ​ມິດ​ຕະ​ພາບ ສຽງ​CRI​​ເປັນ​ຂົວ​ທາງ​ອາ​ກາດ

cri Author: da

"ສະບາຍດີ ທ່ານ​ທັງຫຼາຍ,ມື້​ນີ້ ຂ້າພະ​ເຈົ້າ​ກັບ​ທ່ານປະທານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​​​ເລີ່​ມອອກ​ອາກາດ​ຂອງວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ CRI FM​93​MHz ​ທີ່​ວຽງ​ຈັນ. ກ່ອນ​ອື່ນ ຂ້າພະ​ເຈົ້າຂໍ​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນແລະ​ຄວາມ​ອວຍ​ພອນ​ອັນ​ດີງາມ​ຂອງ​ພັກ ລັດ​ແລະ​ປະຊາຊົນ​ຈີນ​ຕໍ່​ພັກ ລັດ​ແລະ​ປະຊາຊົນ​ລາວ."

ເວລາ 19 ​ໂມງ​ 50 ນາ​ທິຂອງ​ວັນ​ທີ 19 ພະ​ຈິກ​ນີ້,​ທ່ານ​ຫູ​ຈິນ​ທາວ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ​ມາ​ຍັງ​ປະ​ຊາ​ຊົນ​ລາວ ໂດຍ​ຜ່ານວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ CRI FM​93​MHz. ຄື້ນ​ວິ​ທະ​ຍຸ​ໄດ້​ສົ່ງ​ຄວາມ​ອວຍ​ພອນ​ອັນ​ດີ​ງາມ​ຂອງ​ທ່ານ​ປະ​ທານ​ຫູ​ຈິນ​ທາວ​ແລະ​ມິດ​ຕະ​ພາບ​ອັນ​ຈິງ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ໄປ​ເຖິງ​ຄອບຄົວ​ນັບ​ເປັນ​ພັນ​ເປັນ​ໝື່ນ​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ.

ຕອນຄ່ຳ​ມື້​ດຽວ​ກັນ,ຢູ່​ທີ່​ຫ້ອງ​ປະຊຸມ​ຂອງ​ຫ້ອງ​ວ່າການ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ​ທີ່​ກວ້າງ​ໃຫຍ່​ແລະ​ແຈ້ງ​ສະຫວ່າງ,ຢູ່​ເທິງ​ປ້າຍ​ແຜ່ນ​ໃຫຍ່​ສີ​ແດງ​ທີ່ແຕ້ມ​ສິ່ງ​ກໍ່ສ້າງ​ເປັນ​ສັນຍາ​ລັກ​ຂອງ​ຈີນ​ແລະ​ລາວ​ຄື:ຫໍ​ຟ້າ​ແລະ​ທາດຫຼວງ,​ແລະ​ໄດ້​ຂຽນ​ເປັນໜັງສື​ລາວ​ແລະ​ຈີນ​ທີ່​ວ່າ" ພິທີ​ເລີ່ມ​ອອກ​ອາ​ກາດ​ຂອງວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ CRI ​ FM​93 ​MHz ".ທ່ານ​ປະ​ທານ​ຫູ​ຈິນ​ທາວ​ທີ່​ໄປ​ເຖິງ​ນະ​ຄອນ​ຫຼວງ​ວຽງ​ຈັນ​ ຢ້ຽມຢາມ​ລາວ​ທາງ​ລັດ​ຖະ​ກິດ​ນັ້ນ ​ໄດ້​ຍ່າງ​ເຂົ້າ​ຫ້ອງ​ປະ​ຊຸມ​ຂອງ​ຫ້ອງ​ວ່າ​ການ​ສູນ​ກາງ​ພັກ​ທີ່​ມີທ່ານ​ຈູມມະ​ລີ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດ​ລາວ​ເປັນ​ເພື່ອນ,​ສອງ​ທ່ານ​ພ້ອມ​ກັນ​ກົດ​ປຸ່ມ​ເລີ່ມ​ອອກ​ອາ​ກາດ​ຂອງ​ CRI FM​93​ MHz ​ທີ່​ວຽງ​ຈັນ,​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ເຫດ​ການ​ໃຫຍ່​ສຳ​ລັບ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ລາວ.

ພາຍຫຼັງ​ໄດ້​ກົດ​ປຸ່ມ​ແລ້ວ,ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ CRI  FM​93​MHz ​ທີ່​ວຽງ​ຈັນ​ທັງ​ພາ​ສາ​ຈີນ​ກາງ ລາວ​ແລະ​ອັງ​ກິດ​ໄດ້​ດັງ​ຂຶ້ນ​ຢູ່​ເທິງ​ທ້ອງ​ຟ້າ​ນະ​ຄອນ​ຫຼວງ​ວຽງ​ຈັນ,​ປະ​ຊາ​ຊົນ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໄດ້​ຍິນ​ຄຳ​ເວົ້າ​ອັນ​ສະ​ໜິດ​ສະ​ໜົມ​ຂອງ​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ຢ່າງ​ຊັດ​ເຈນແລະ​ແທ້​ຈິງ​ເປັນ​ເທື່ອ​ທຳ​ອິດ.​ທ່ານ​ກ່າວ​ວ່າ:

"ຈີນ​ລາວ​ແມ່ນ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ມີພູຜາ​ແມ່ນ້ຳຕິດ​ຈອດ​ກັນ,​ປະ​ຊາ​ຊົນ​ສອງ​ຊາດ​ມີ​ມິດຕະພາບ​ອັນມີ​ມູນ​ເຊື້ອ​ອັນ​ເລິກ​ເຊິ່ງຍາວ​ນານ. CRI FM​93​ MHz ​ທີ່​​ວຽງ​ຈັນ​ເລີ່​ມອອກ​ອາ​ກາດ​ຈະ​ກ່າຍ​ຂົວ​ໃໝ່​ເພື່ອ​ເຊື່ອມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ,​ເຮັດ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ປະ​ສານ​ໃຈ​ຕໍ່​ໃຈ,​ແລະ​ມີ​ມິດ​ຕະ​ພາບ​ສືບ​ທອດ​ກັນ​ຕໍ່​ໄປ​ທຸກ​ເຊັ່ນ​ຄົນ,​ປະ​ກອບ​ສ່ວນ​ຫຼາຍ​ສົມ​ຄວນ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ທີ່​ໝັ້ນ​ຄົງ​ຍາວ​ນານ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ໄວ້​ເນື້ອ​​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ລາວ."


ປະ​ໂຫຍ​ກສຸດ​ທ້າຍ ​ແມ່ນທ່ານ​ປະທານ​ຫູ​ຈິນທາວ​ເວົ້າດ້ວຍ​ພາສາ​ລາວ​ຄື:​ມິດ​ຕະ​ພາບ​ຈີນ​ລາວ​ໝັ້ນ​ຍືນ,ຂອບ​ໃຈ.​

ຄຳ​ເວົ້າອັນ​ອົບ​ອຸ່ນຂອງ​ທ່ານ​ຫູ​ຈິນທາວ​ໄດ້​ດັງ​ຂຶ້ນ​ຢູ່​ເທິງທ້ອງຟ້າ​ໃນ​ຕອນ​ຄ່ຳທີ່​ວຽງ​ຈັນ, CRI FM​93​ MHz ​ແມ່ນ​ແຫ່ງ​ທີ 2 ທີ່ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຕ່າງ​ປະ​ເທດ​ທີ່​ຖັດ​ຈາກ​ຢູ່​ໄນ​ໂຣບີ​ ນະຄອນຫຼວງ​ຂອງ​ເຄັນ​ຢາໃນ​ຕົ້ນປີ​ນີ. ໃນ​ທຸກ​ມື້​ CRI FM​93​ MHz ຈະອອກ​ອາ​ກາດ​12​ຊົ່ວ​ໂມງ​ເຄິ່ງດ້ວຍ​ພາສາ​ລາວ ພາສາ​ຈີນ​ກາງ​ແລະ​ພາສາ​ອັງ​ກິດ​ທີ່​ກ່ຽວ​ພັນ​ເຖິງ​ສະ​ພາບ​ການ​ກໍ່​ສ້າງ​ເສດຖະກິດ ການ​ພັດ​ທະ​ນາ​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ​ຈີນ,​ການ​ຮ່ວມ​ມື​ແລກ​ປ່ຽນ​ແລະ​ການ​ໄປ​ມາ​ຫາ​ສູ່​ສັນຖະວະ​ໄມ​ຕີ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ລາວ ​ແລະ​ອື່ນໆ.

ຈີນ​ລາວ​ແມ່ນ​ສອງ​ປະ​ເທດທີ່​ມີ​ພູຜາ​ແມ່ນ້ຳຕິດ​ຈອດ​ກັນ,​ໃນ​ຖານະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,ສອງ​ປະ​ເທດ​ໄດ້​​ໄຂ​ທາງຂົນ​ສົ່ງ​ເທິງ​​ແມ່ນ້ຳລ້ານ​ຊ້າງ​-​ແມ່​ນ້ຳຂ​ອງ,​ທັງ​ໄດ້​​ໄຂ​ການ​ຂົນ​ສົ່ງ​​ທາງບົກ​ຈາກ​ວຽງ​ຈັນຫາ​ຄຸນ​ມິ​ງ​​ຢຸນນານຂອງ​ຈີນ.ປະຈຸ​ບັນ, CRI FM ​93​ MHz ທີ່​​ວຽງ​ຈັນ​ໄດ້​ສ້າງ​ຂົວ​ທາງ​ອາກາດ ​​ໄດ້​​ເພີ່ມ​ການຮັດ​ແໜ້ນດວງ​​ໃຈ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ອີກ​.

ທ່ານ​ສີ​ຄຸນ ບຸນ​ວິ​ໄລ ​ແມ່ນຜູ່​ຟັງ​ປະຈຳຂອງ​ວິທະຍຸ CRI ພາກ​ພາສາ​ລາວ,​ເມື່ອ​ໄດ້​ຮູ້​ຂ່າວ​ວ່າ​ CRI FM ​93​ MHz ​ທີ່​​ວຽງ​ຈັນ​ໄດ້​ອອກ​ອາກາດ​ແລ້ວ,ທ່ານ​ສະ​ແດງ​ຄວາມ​ອວຍ​ພອນ​ອັນ​ຈິງ​ໃຈ​ແລະ​ຄວາມ​ຄອງ​ຄອຍ​ຕໍ່​ລາຍ​ການ.​ທ່ານ​ເວົ້າວ່າ:

ຖ້າ​ເວົ້າ​ວ່າ​ນີ້​ແມ່ນ​ຂອງ​ຂວັນສຳລັບ​ປະ​ຊາ​ຊົນ​ລາວ,​ຂອງ​ຂວັນ​ນີ້​ກໍ​ແມ່ນ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ໄມຕີ​ຈິດ​ລະ​ຫວ່າງ​ຈີນ​ກັບ​ລາວ,ອັນ​ເປັນ​ສັນ​ຍະ​ລັກ​ທີ່​ສະ​ແດງ​ໃຫ້​ເຫັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຈີນ​ລາວ​ໄດ້​ຂະ​ຫຍາຍ​ຕື່ມ​ອີກ​ໃນ​ໄລ​ຍະ​ໃໝ່.​ໃນ​ການ​ກໍ່ສ້າງ​ວິ​ທະ​ຍຸ​CRI FM 93 Mhz , ​ພັກ​ແລະ​ລັດ​ຖະ​ບານ​ທັງ​ສອງ​ປະ​ເທດ​ຈີນ​ລາວ​ລ້ວນ​ແຕ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ແລະ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ.ມື້​ນີ້,ຜູ່​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ​ໄດ້​ກົດ​ປຸ່ມ​ໄຂ​CRI FM 93 Mhz ,ນີ້​ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ຜູ່​ນຳ​ສອງ​ປະ​ເທດ​​ໃຫ້​ຄວາມ​ສຳ​ຄັນ​ຕໍ່ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ.

ໂຄງ​ການ​ຮ່ວມ​ມື​ດັ່ງ​ກ່າວ​ກໍ​ໄດ້​ຮັບ​ຄວາມ​ຕີ​ລາ​ຄາ​ຢ່າງ​ສູງ​ຈາກ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຈີນ​ລາວ.ທ່ານ​ສີ​ພາ​ ນົງ​ລາດ ຫົວໜ້າ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ​:

(ປ່ອຍ​ສຽງ)

ຈີນ​ມີ​ສຸ​ພາ​ສິດ​ວ່າ:"ຍາດຕິ​ພີ່ນ້ອງ​ທາງ​ໄກ​ບໍ່​ສະ​ໜິດ​ທໍ່​ຄົນ​ຂ້າງ​ເຮືອນ​.ປະ​ຊາ​ຊົນ​ສອງ​ຊາດ​ຈີນ​ລາວ​ໃນ​ຖາ​ນະ​ເປັນ​ເພື່ອນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​ເພື່ອນ​ທີ່​ດີ​ແລະ​ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມືທີ່​ດີ,ຈະ​ຜ່ານ​ຈາກ​ຂົວ​ທາງ​ອາ​ກາດ​ຂອງ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ,​ເຮັດ​ໃຫ້​ດວງ​ໃຈ​ຫຍັບ​ເຂົ້າ​ໃກ້​ກັນ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ທັງ​ສອງ.​ທ່ານ​ວາງ​ເກິ່ງ​ນຽນ ຫົວ​ໜ້າ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ກ່າວ​ວ່າ:

"ການສ້າງ​ສຳ​ເລັດ​ແລະ​ເລີ່​ມອອກ​ອາກາດ​ຂອງCRI FM 93 Mhz ຈະ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ເພີ່ມ​ທະວີການ​ແລກປ່ຽນ​ດ້ານ​ການ​ເມືອງ,​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ,​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດຕະພາບ​ລະຫວ່າງ​ສອງ​ຊາດ,ຊຸກ​ຍູ້​ໃຫ້​ສອງ​ປະ​ເທດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພັດ​ທະ​ນາ​ພ້ອມ​ກັນ.​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ,​CRI FM 93 Mhz ຈະ​ນັບ​ມື້​ນັບ​ຈະ​ເລີ​ນ​ຂຶ້ນ,​ຍ່ອມ​ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ຊື່ສັດ​ກວ່າ​ໝູ່​ແລະ​ເພື່ອ​ທີ່​ສະ​ໜິດ​ສະ​ໜົມ​ກວ່າ​ໝູ່​ຂອງ​ປະ​ຊາ​ຊົນ​ລາວ."