ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-20 09:23:38    
ປະ​ມຸກ​ລັດ​ຈີນ​ລາວ​ຈັດ​ການ​ເຈ​ລະ​ຈາ​ກັນ

cri

ຕາມ​ຂ່າວCRI,​ວັນ​ທີ19ພະ​ຈິກນີ້,​ທ່ານ​ຫູ​ຈິນທ່າວ ​ເລ​ຂາທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ທີ່​ຫາ​ກໍ​ເດີນທາງ​ໄປຮອດ​ວຽງ​ຈັນ​ເລີ່ມ ຢ້ຽມ​ຢາມ​ສປປ​ລາວ​ທາງ​ລັດ​ຖະ​ກິດ​ໄດ້​ຈັດ​ການ​ເຈລະ​ຈາ​ກັບ​ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ປະຊາ​ຊົນ​ປະຕິ​ວັດ​ລາວ ປະທານ​ປະ​ເທດ​ລາວ.

ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ມິດຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ​ລາວ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງຂອງ​ສອງ​ຝ່າຍ ​ເຮັດ​ໃຫ້ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກ້າວ​ສູ່​ລວງ​ເລິກ​ແລະຈັດ​ວາງ​ແຜນ​ການ​ແຫ່ງ​ອະນາ​ຄົດ​ອັນ​ດີ​ງາມ​ຂອງ​ການ​ພົວພັນ​ຈີນ ລາວ.

ກ່ອນ​ການ​ເຈລະ​ຈາ,​ທ່ານ​ຈູມມະ​ລີ​ໄດ້​ຈັດ​ພິທີ​ຕ້ອນ​ຮັບ​ເພື່ອ​ເປັນ​ກຽດ​ແກ່​ທ່ານ​ຫູ​ຈິນ​ທ່າວ ຢ່າງ​ຄຶກ​ຄື້ນ.