ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-20 12:04:05    
ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ

cri Author: da

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ19​ພະຈິກ​ນີ້,ທ່ານ​ຫູ​ຈິນທາວ ​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະທານ​ປະ​ເທດ​ຈີນ​ທີ່​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ​ເພື່ອເລີ່ມຢ້ຽມຢາມ​ລາວ​ທາງ​ລັດ​ຖະ​ກິດ​ນັ້ນ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ຈູມ​ມະ​ລີ​ໄຊ​ຍະ​ສອນ ເລ​ຂາ​ທິ​ການ​ໃຫຍ່​ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ.​ຜູ່​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ພ້ອມ​ກັນ​ພະ​ຍາ​ຍາມ​ເພື່ອ​ປະ​ຕິ​ບັດ​ຕາມ​ທິດ​ທາງ​ທີ່​ໝັ້ນ​ຄົງ​ຍາວ​ນານ,ມີ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຮ່ວມ​ມື​ກັນ​ຢ່າງຮອບດ້ານ,ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ ສອງ​ລັດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ນັບ​ແຕ່ສ.ປ.ປ.ລາວ​ສະຖາປະນາ​ ເປັນ​ເວລາ30​ປີມາ​ນີ້,​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ນຳພາ​ປະຊາຊົນ​ລາວ​ສ້າງສາ​ປະ​ເທດ​ຢ່າງ​ຫ້າວ​ຫັນ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ.ພັກ ລັດ​ແລະ​ປະຊາຊົນ​ຈີນ​ເດັດດ່ຽວ​ຢືນຢູ່​ຄຽງ​ຂ້າງ​ພັກ ລັດ​ແລະ​ປະ​ຊາ​ຊົນ​ລາວ,​ຂໍ​ອວຍ​ພອນ​ໃຫ້​ປະຊາຊົນ​ລາວ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​ໃນ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ແລະ​ພາລະກິດ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ.

ທ່ານ​ຈູມ​ມະ​ລີ ​ໄລຍະ​ສອນ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຫູ​ຈິນ​ທາວ​ມາ​ຢ້ຽມ​ຢາມ​ລາວ​ຢ່າງ​ອົບ​ອຸ່ນ.​ທ່ານ​ກ່າວ​ວ່າ,​ທ່ານ​ຫູ​ຈິນ​ທາວ​ໄດ້​ນຳ​ເອົາ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ແລະ​ຄວາມ​ຮັກ​ແພງຖານ​ມິດ​ສະ​ຫາຍ​ຂອງ​ປະ​ຊາ​ຊົນ​ຈີນມາ​ໃຫ້​ປະຊາຊົນ​ລາວ,​ເຊື່ອ​ວ່າ,ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຍ່ອມ​ຈະ​ຍົກ​ສູງມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ຊາດ​ລາວ​ຈີນ,​ເຮັດ​ໃຫ້​ຄວາມ​ສາ​ມັກ​ຄີ​ລະຫວ່າງ​ສອງ​ພັກ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​ຍິ່ງ​ແໜັ້ນ​ແຟ້ນ​ກວ່າ​ເກົ່າ.​ທ່ານ​ຈູມ​ມະ​ລີ​ໄດ້​ອວຍ​ພອນ​ໃຫ້​ພັກ​ກອມ​ມູນິດ​ຈີນ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ຈົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍ​ກວ່າ​ເກົ່າ​ໃນ​ພາ​ລະ​ກິດ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

ທ່ານ​ຫູ​ຈິນທາວ​ຊີ້​ອອກ​ວ່າ,ນັບ​ແຕ່​ກ້າວ​ເຂົ້າສະຕະວັດ​ໃໝ່​ມານີ້,ການ​ພົວພັນ​ລະຫວ່າງ​ສອງ​ພັກ​ແລະ​ລັດ​ຈີນ​ລາວ​ໄດ້​ຂະຫຍາຍຕົວ​ຢ່າງຮອບດ້ານ​ແລະ​ກ້າວ​ສູ່​ລວງ​ເລິກ,​ມີ​ທ່ວງ​ທ່າ​ອັນ​ດີ​ງາມ​ທີ່​ຂະ​ຫຍາຍ​ຕົວ​ໃນ​ຫຼາຍ​ຂົງ​ເຂດ​ແລະ​ຫຼາຍ​ລະດັບ. ຜູ່ນຳ​ສອງ​ຝ່າຍ​ຕິດ​ຕໍ່​ພົວ​ພັນ​ກັນ​ເລື້ອຍໆ,​ແລກ​ປ່ຽນ​ກັນ​ຢ່າງ​ຈິງ​ໃຈ,ການ​ແລກປ່ຽນກັນ​ດ້ານທິດ​ສະ​ດີກັບ​ພຶດຕິ​ກຳ​ດ້ານ​ສັງຄົມ​ນິຍົມ​ແລະ​ການ​ຮ່ວມ​ມື​ອົບ​ຮົມ​ພະນັກງານ​ໄດ້​ພັດທະນາ​ຢ່າງ​ກ້າວ​ໜ້າ​,ການ​ຄ້າ​ສອງ​ຝ່າຍ​ບັນລຸ​ການ​ເຕີບ​ໂຕ​ແບບ​ກ້າວ​ກະ​ໂດດ,​ໂຄງການ​ຮ່ວມ​ມື​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ສະ​ດວກ,​ອົງ​ການ​ນິ​ຕິ​ບັນ​ຍັດ ອົງການ​ຂອງ​ພັກ​ລັດ​ແລະ​ອົງການ​ຈັດຕັ້ງມະຫາຊົນ​ໄດ້ໄປມາຫາສູ່​ກັນ​ຢ່າງ​ສະ​ໜິດ​ແໜ້ນ,​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະ​ຫງົບ ການ​ສຶກ​ສາ​ແລະ​ຊາວ​ໜຸ່ມ​ເປັນ​ຕົ້ນ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຢ່າງ​ຕໍ່​ເນື່ອງ,ການ​ຮ່ວມ​ມື​ໃນ​ວຽກ​ງານ​ພາກ​ພື້ນ​ກໍ​ແໜ້ນ​ແຟ້ນ​ຂຶ້ນ. ພັກ​ແລະ​ລັດ​ຖະ​ບານ​ລາວ​ໄດ້​ສະ​ໜັບ​ສະ​ໜູນ​ຈີນ​ຢ່າງ​ເດັດດ່ຽວ​ໃນ​ບັນ​ຫາ​ສຳ​ຄັນ​ທີ່​ກ່ຽວ​ຂ້ອງ​ກັບ​ອະ​ທິ​ປະ​ໄຕ​ ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່ເປັນໃຈ​ກາງຂອງ​ຊາດ​ຈີນ​ເຊັ່ນ ບັນ​ຫາ​ໄຕ້​ຫວັນ ບັນ​ຫາ​ຕິ​ເບດ​ແລະ​ສິດ​ທິ​ມະ​ນຸດ​ເປັນ​ຕົ້ນ,​ຝ່າຍ​ຈີນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເລື່ອງ​ນີ້.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ກ່າວ​ວ່າ,ການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ຈີນ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ,​ພັກ​ແລະ​ລັດ​ສອງ​ປະ​ເທດ​ໄດ້​ສະໜັບ​ສະ​ໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ຂະ​ບວນ​ການ​ປະ​ຕິ​ວັດ​ແລະ​ການ​ສ້າງ​ສາ​ເປັນ​​ເວລາ​ດົນ​ນານ. ນັບ​ແຕ່ກ້າວ​ສູ່​ສະ​ຕະ​ວັດ​ໃໝ່​ມາ​ນີ້,​ການ​ພົວ​ພັນ​ລະ​ຫວ່າງ​ລາວ​ຈີນ​ທີ່​ສ້າງ​ຂຶ້ນ​ບົນ​ພື້ນຖານ​ໝັ້ນຄົງ​ຍາວ​ນານ ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ ​ແລະ​ຮ່ວມ​ມື​ຮອບ​ດ້ານ​ນັ້ນ ​ໄດ້​ຮັບ​ໝາກ​ຜົນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,​ກາຍ​ເປັນ​ຊັບ​ສິນຮ່ວມອັນ​ລ້ຳຄ່າ​ຂອງ​ພັກ ລັດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ. ທ່ານ​ກ່າວ​ວ່າ,ບໍ່​ວ່າ​ສະ​ຖາ​ນະ​ການ​ສາກົນ​ຈະ​ປ່ຽນ​ແປງ​ແນວ​ໃດ​ກໍ່ຕາມ,ລາວ​ກໍ່​ຈະ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ​ຢ່າງ​ເດັດດ່ຽວ,ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ສອງ​ຊາດ​ແລະ​ປະຊາຊົນ​ສອງ​ປະ​ເທດ.ລາວ​ຍຶດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍບາຍ​ຈີນ​ດຽວ,ສະໜັບສະໜູນ​ພາລະກິດ​ການ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ​ດ້ວຍ​ຮູບ​ການ​ໃດໆກໍ່ຕາມ.

ທ່ານຫູ​ຈີນ​ທາວ​ກ່າວ​ເນັ້ນ​ວ່າ, ຈີນ​ແລະ​ລາວ​ລ້ວນ​ແຕ່​ພວມ​ສ້າງ​ສາ​ສັງຄົມ​ນິຍົມູ, ຊຸກ​ຍູ້​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ຊອກ​ຫາ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາ​ບຕົວ​ຈິງ​ຂອງ​ປະ​ເທດ​ຕົນ, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ຫຼວງ​ຫຼາຍ. ການ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້. ພັກ​, ​ລັດ​ແລະ​ປ​ະຊາ​ຊົນ​ຈີນ​ສຸດ​ທີ່​ຫວງ​ແຫນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ລາວ, ​ເອົາ​ໃຈ​ໃສ່​ນຳ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ລາວ​ໃນ​ລະ​ດັບ​ສູງ, ຍິນ​ດີ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ,​ສະ​ຫາຍ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ກັບ​ຝ່າຍ​ລາວ​ຕະ​ຫຼອດ​ໄປ. ທ່ານ​ຫູ​ຈີນ​ທາວ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 5​ຂໍ້​ກ່ຽວ​ກັບ ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ຄື: 1 ຮັກ​ສາ​ກົນ​​ໄກ​ພົບ​ປະ​ປະ​ຈຳ​ປີ​ຂອງ​ຜູ້​ນຳ​ຊັ້ນ​ສູງ​ສອງ​ປະ​ເທດ, ​ແລ​ກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ,​ເພີ່ມ​ທະ​ວີ​ການ​ຊີ້​ນຳ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝ່າຍ. 2 ເພີ່ມ​ທະວີ​ການ​ແລ​ກປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ພັກ​ແລະ​ລັດ, ຖອດ​ຖອນ​ເອົາ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ,​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ພຶ້ອມ​ກັນ.  3 ເພີ່ມ​ທະວີ​ການ​ຊີ້​ນຳ​ແລະ​ການ​ປະສານ​ງານ​ຕໍ່​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ສອງ​ປະ​ເທດ,​ຊອກ​ຫາ​ຮູບ​ແບບ​ແລະ​ຊ່ອງ​ທາງ​ການ​ຄ້າ​ໃໝ່,ສ້າງໃຫ້ມີບາດກ້າວກະໂດດໃໝ່,​ເລັ່ງຈັດຕັ້ງປະຕິບັດ​​ໂຄງ​ການ​ຮ່ວມ​ມື​ຈຸດ​ໜັກ​ທີ່​ໄດ້​ຕົກ​ລົງ​ກັນ​ແລ້ວ, ຝ່າຍ​ຈີນ​ຈະ​ຊຸກ​ຍູ້​ວິສາ​ຫະ​ກິດ​ຈີນ​ທີ່​ມີ​ກຳ​ລັງ​ຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ​ໄປ​ລົງ​ທຶນ​ຢູ່​ລາວ,​ຍິນ​ດີ​ສືບ​ຕໍ່​ສະໜອງ​ການ​ຊ່ອຍ​ເຫຼືອ​ເທົ່າ​ທີ່​ສາ​ມາດ​ເຮັດ​ໄດ້​ໃຫ້​ແກ່​ລາວ.​4 ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ຮັກ​ສາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ຕາມ​ຊາຍ​ແດນ​ແລະ​ຕໍ່​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ໄປມາຫາ​ສູ່​ກັນ​ລະ​ຫວ່າງ​ຊາວ​ໜຸ່ມ​​ເຍົາ​ວະ​ຊົນ,​ຝ່າຍ​ຈີນ​ຈະ​ສືບ​ຕໍ່​ສົ່ງ​ອາ​ສາ​ສະ​ໝັກ​ຊາວ​ໜຸ່ມ​ໄປ​ຊ່ວຍລາວ,​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ດ້ານ​ການ​ສຶກ​ສາ, ສາ​ທາ​ລະນະ​ສຸກ​ແລະ​ການ​ທ່ອງ​ທ່ຽວ. 5 ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ກັນ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ,​ປະ​ສານ​ຫຼັກ​ໝັ້ນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ຢ່າງ​ທັນ​ການ.​ຮັດ​ແໜ້ນ​ການ​ປະ​ສານ​ງານ​ແລະ​ການ​ປະ​ສານ​ສົມ​ທົບ​ໃນ​ກົນ​ໄກ​ຫຼາຍ​ຝ່າຍ,​ເຊັ່ນ: ຈີນ​ອາ​ຊຽນ,​ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຕົ້ນ,​ປັກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​​ສອງ​ປະ​ເທດ.

ທ່ານ​ຈູມ​ມະ​ລີ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຫູ​ຈິນ​ທ່າວ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ປະ​ເທດ​ໂດຍ​ກ່າວ​ວ່າ​ຈະ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ພະ​ຍາ​ຍາມ​ຈັດ​ຕັ້ງປະ​ຕິ​ບັດ​ຂໍ້​ສະ​ເໜີ​ດັ່ງກ່າວ.​ທ່ານ​ຈູມ​ມະ​ລີ​ໄດ້​ແຈ້ງ​ສະ​ພາບ​ການ​ກໍ່ສ້າງ​ພາຍ​ໃນ​ປະ​ເທດ​ລາວ,​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ເສດ​ຖະກິດ​ການ​ຄ້າ​ກັບ​ຝ່າຍ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເສີມ​ຂະ​ຫຍາຍ​ບົດບາດ​ຂອງ​ກົນ​ໄກ​ຄະນະ​ກຳມະ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ,​ຄົ້ນ​ຄວ້າ​ຮູບ​ການ​ໃໝ່​ແລະ​ຊ່ອງ​ທາງ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ການ​ຄ້າ,​ຍົກ​ປະ​ສິດ​ທິ​ພາບ​ແຫ່ງ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,​ເຊັ່ນ​ການ​ຄ້າ ການ​ລົງ​ທຶນ ພະ​ລັງ​ໄຟ​ຟ້າ ຂະ​ແໜງ​ການ​ບໍ່​ແຮ່ ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ການ​ທ່ອງ​ທ່ຽວ​ແລະ​ອື່ນໆ.

ຫຼັງ​ຈາກ​ການ​ພົບ​ປະ​ເຈ​ລະ​ຈາ,​ທ່ານ​ຫູ​ຈິນທ່າວ​ແລະ​ທ່ານ​ຈູມ​ມະ​ລີ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ໃນ​ເອກະ​ສານ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເຕັກ​ນິກ​ເສດ​ຖະ​ກິດ ສາ​ທາ​ລະນະ​ສຸກ ໄຟຟ້າ​ແລະ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ເອ​ເລັກ​ໂຕຼນິກ​ເປັນ​ຕົ້ນ​ພ້ອມ​ດ້ວຍ​ພິ​ທີ​ເລີ່ມ​ອອກ​ອາກາດ​ຂອງສະ​ຖານີ​ວິ​ທະຍຸ​CRI FM 93​MHz.

ກ່ອນ​ການ​ເຈລະ​ຈາ,​ທ່ານ​ຫູ​ຈິນ​ທ່າວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ​ທີ່​ທ່ານ​ຈູມ​ມະ​ລີ​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ທ່ານ​ຢ່າງ​ຄຶກ​ຄື້ນ.​ຕອນ​ຄ່ຳ​ມື້​ດຽວ​ກັນ,​ທ່ານ​ຫູ​ຈິນ​ທ່າວ​ຍັງ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຮັບ​ຮອງ​ທີ່​ທ່ານ​ຈູມ​ມະ​ລີ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​.