ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-20 16:08:52    
ທ່ານ​ຫູ​ຈິນ​ທ່າວ​ພົບ​ປະ​ກັບ​ທ່ານ​ບົວ​ສອນ ບຸບ​ຜາ​ວັນ

cri
ຕາມ​ຂ່າວCRI,​ວັນ​ທີ20​ພະຈິກ​ນີ້,​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກ​ລັດ​ຖະ​ມົນ​ຕີ​ລາວຢູ່​ວຽງ​ຈັນ,​ທ່ານ​ຫູ​ຈິນທ່າວ ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່ປະ​ຊາ​ຊົນ​ສອງ​ຊາດ,​ສອງ​ປະ​ເທດ​ຈີນ​ລາວ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ ​ເພື່ອນ​ທີ່ດີ ສະ​ຫາຍທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ຢ່າງ​ແທ້​ຈິງ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ,ທ່ານ​ຫູ​ຈິນທ່າວ​ຊີ້​ອອກ​ວ່າ,​ການ​ຮ່ວມມື​ໃນ​ດ້ານ​ນີ້​ມີ​ກຳລັງ​ບ່ອມ​ຊ້ອນ​ຢ່າງ​ຫຼວງ​ຫຼາຍ,​ມີ​ຊ່ອງ​ທາງ​ພັດ​ທະ​ນາ​ອັນ​ກວ້າງ​ຂວາງ,​ໜ້າ​ທີ່​ຕົ້ນ​ຕໍ​ໃນ​ຂັ້ນ​ຕໍ່​ໄປ​ແມ່ນ​ການ​ຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ.​ເພື່ອ​ເລື່ອງ​ນີ້,​ທ່ານ​ຫູ​ຈິນທ່າ​ວສະ​ເໜີ​ວ່າ, ​ໜຶ່ງ,​ເພີ່ມ​ທະວີ​ການ​ຄ້າ​ສອງ​ຝ່າຍ,​ຫວັງ​ໃຫ້​ຝ່າຍ​ລາວ​ນຳ​ໃຊ້​ສິດ​ທີ່​ບໍ່​ຕ້ອງ​ເສຍ​ພາສີ​ຂອງ​ຜະ​ລິດ​ຕະ​ພັນ​330​ຊະ​ນິດ​ທີ່​ຝ່າຍ​ຈີນ​ສະ​ໜອງ​ໃຫ້ນັ້ນ​ຢ່າງ​ເຕັມ​ສ່ວນ,​ພັດທະ​ນາ​ຜະລິດ​ຕະພັນ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ,​ເພີ່ມ​ການ​ສົ່ງ​ອອກ​ສິນຄ້າ​ຕໍ່ຈີນ.​ສອງ​ແມ່ນ​ເຮັດ​ໃຫ້ການ​ຮ່ວມມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍດ​ຂະ​ຫຍາຍ​ລົງ​ສູ່​ລວງ​ເລິກ,​ລັດຖະ​ບານ​ຈີນ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຈີນ​ທີ່​ມີ​ກຳລັງ​ຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ​ໄປ​ດຳ​ເນີນ​ການ​ຮ່ວມ​ມື​ຢູ່​ລາວ,​ລັດຖະ​ບານ​ສອງ​ປະ​ເທດ​ຈະ​ອຳ​ນວຍ​ຄວາມ​ສະດວກ​ທີ່ຈຳ​ເປັນ​ເພື່ອ​ເລື່ອງ​ນີ້.​ສາມ,​ນຳໃຊ້​ການ​ຊ່ອຍ​ເຫຼືອ​ຂອງ​ຈີນ​ເປັນ​ຢ່າງ​ດີ.ສີ່,​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ ເສດຖະ​ກິດ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ,​ຊຸກ​ຍູ້ການ​ພັດ​ທະ​ນາ​ດ້ານ​ເສດ​ຖະກິດ​ແລະ​ຄວາມ​ໝັ້ນ​ຄົງ​ດ້ານ​ສັງຄົມ​ຂອງ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ.

ທ່ານ​ບົວ​ສອນ​ກ່າວ​ວ່າ,ການ​ລົງທຶນ​ຂອງ​ຈີນ​ຢູ່​ລາວ​ມີ​ຜົນ​ດີ​ຕໍ່​ການ​ເສີມ​ຂະຫຍາຍ​ທ່າ​ແຮງ​ດ້ານ​ເສດ​ຖະກິດ​ຂອງ​ລາວ​ແລະ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະຊາ​ຊົນ,​ການ​ຮ່ວມ​ມື​ໃນ​ໂຄງການ​ໃຫຍ່​ລະຫວ່າງ​ສອງ​ຝ່າຍ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ພື້ນຖານ​ເສດ​ຖະກິດ​ຂອງ​ລາວ.ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຫູ​ຈິນທ່າວ​ຈະ​ເຮັດ​ໃຫ້ການ​ພົວ​ພັນ​ຮ່ວມມື​ດ້ວຍ​ໄມ​ຕີ​ຈິດທີ່​ມີ​ຢູ່​ແລ້ວ​ນັ້ນ​ກ້າວ​ສູ່​ລະດັບ​ໃໝ່.