ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-20 17:26:53    
ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

cri
ຕາມ​ຂ່າວCRI,ວັນ​ທີ20​ພະຈິກນີ້,ຢູ່​ທີ່​ວຽງ​ຈັນ,​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ທອງ​ສິງ​ທຳ​ມະ​ວົງ ປະ​ທານ​ສະພາ​ແຫ່ງ​ຊາດ​ລາວ,ທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ລາວ​ສືບ​ຕໍ່​ຮັກສາ​ການ​ໄປມາຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ຮອບ​ດ້ານ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ຕິ​ນິບັນຍັດ​ແລະ​ການ​ຕິດ​ຕາມ​ກວດ​ກາ​ເປັນ​ຕົ້ນ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ຮັກ​ສາ​ການ​ໄປມາຫາ​ສູ່​ກັນ​ທີ່​ມີ​ໄມ​ຕິ​ຈິດ​ຢ່າງ​ສະ​ໜິດ​ແໜ້ນ,​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ການ​ກໍ່ສ້າງ​ລະບອບ​ກົດ​ໝາຍ​ປະ​ຊາ​ທິ​ປະ​ຕິ​ສັງ​ຄົມ​ນິຍົມ​ເຊິ່ງ​ກັນ​ແລະ​ກັນ,​ແລະ​ໄດ້​ຮັບ​ໝາກ​ຜົນ​ອັນ​ດີ​ງາມ.​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະ​ພາ​ແຫ່ງ​ຊາດ​ລາວ​ມີ​ພາລະ​ບົດ​ບາດ​ທີ່​ຄືນ​ກັນ​ໃນ​ການ​ກໍ່​ສ້າງ​ລະ​ບອບ​ກົດ​ໝາຍ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ​ຂອງ​ປະ​ເທດ​ໃຜ​ລາວ,​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ດ້ານ​ວຽກ​ງານ​ນິ​ຕິ​ບັນ​ຍັດ​ແລະ​ອື່ນໆ​ນັ້ນ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ.

ທ່ານ​ທອງ​ສິງ​ທຳ​ມະ​ວົງ​ກ່າວ​ວ່າ,​ສະ​ພາ​ແຫ່ງ​ຊາດ​ລາວ​ແລະ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ມີ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ດີງາມ​ທີ່​ສຸດ,​ຝ່າຍ​ຈີນ​ໄດ້​ສະ​ໜອງ​ບົດ​ຮຽນ​ດ້ານ​ນິ​ຕິ​ບັນ​ຍັດ​ອັນ​ປະ​ເສີດ​ໃຫ້​ແກ່​ສະ​ພາ​ແຫ່ງ​ຊາດ​ລາວ,​ອັນ​ໄດ້​ຍົກ​ປະ​ສິດ​ທິ​ພາບ​ໃນ​ການ​ສ້າງ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ​ໃຫ້​ສູງ​ຂຶ້ນ.​ຝ່າຍ​ລາວ​ຫວັງ​ໃຫ້​ສອງ​ຝ່າຍ​ດຳ​ເນີນ​ການ​ແລກ​ປ່ຽນ​ກັນ​ຫຼາຍ​ກວ່າ​ເກົ່າ,​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ອົບ​ຮົມ​ພະ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ​ລາວ.