ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-20 19:24:03    
ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ທ່ານ​ຄຳ​ໄຕ​ສີ​ພັນ​ດອນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ20​ພະຈິກ​ນີ້,ຢູ່​ທີ່​ວຽງ​ຈັນ,ທ່ານ​ຫູ​ຈິນ​ທາວ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນໄດ້​​ໄປ​ຢື້​ຢາມ​ຖາມ​ຂ່າວ​ທ່ານ​ຄຳ​ໄຕ​ສີ​ພັນ​ດອນ ອະ​ດີດ​ປະທານ​ຄະນະບໍລິຫານ​ງານ​ສູນກາງ​ພັກ​ປະຊາຊົນ​ປະ​ຕິ​ວັດ​ລາວ ອະ​ດີດ​ປະ​ທານ​ປະ​ເທດ​ລາວ.

ທ່ານ​ຫູ​ຈິນທາວ​ໄດ້​ແຈ້ງ​ໝາກຜົນແຫ່ງການ​ເຈລະຈາ​ລະຫວ່າງ​ທ່ານ​ກັບ​ທ່ານ​ຈູມມະ​ລີ​ໄຊ​ຍະ​ສອນ​ພ້ອມ​ດ້ວຍ​ຄວາມ​ເຫັນ​ຄື​ກັນ​ທີ່​ໄດ້​ຕົກລົງ​ກັນນັ້ນ​ໃຫ້​ທ່ານ​ຄຳ​ໄຕ​ຊາບ.​ທ່ານ​ກ່າວ​ວ່າ,​ການ​ຢ້ຽມ​ຢາມ​ລາວ​ເທື່ອ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ ຈົບງາມ.

ທ່ານ​ຄຳ​ໄຕ​ສີ​ພັນ​ດອນ​ໄດ້​ຊົມ​ເຊີຍ​ການ​ຢ້ຽມຢາມ​ລາວ​ຂອງ​ທ່ານ​ຫູ​ຈິນທາວ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ.ທ່ານ​ກ່າວ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈິນທາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງລະຫວ່າງ​ປະຊາຊົນ​ສອງ​ຊາດ​ລາວ​ຈີນ,​ແມ່ນ​ຂີດ​ໝາຍ​ໃໝ່​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.