ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-21 20:24:00    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ເວົ້າ​ວ່າ, ຈີນ​ອາ​ເມ​ລິ​ກາ​​ເຫັນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ເຈ​ລະ​ຈາ 6 ຝ່າຍ​ຟື້ນ​ຟູ​ການ​ເຈລະຈາ​ໂດຍ​ໄວ​ແລະ​ໄດ້​ຮັບ​ຄວາມ​ຄື​ບໜ້າ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 21 ພະຈິກນີ້, ຢູ່​ທີ່​ປັກ​ກິ່ງ, ນາງ​ຈ່ຽງອີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ, ຈີນ​ອາ​ເມ​ລິ​ກາ​​ເຫັນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກ​ຍູ້​ການ​ເຈລະຈາ 6 ຝ່າຍ​ຟື້ນຟູ​ການ​ເຈລະຈາ​ໂດຍ​ໄວ​​ແລະ​ໄດ້​ຮັບ​ຄວາມ​ຄື​ບໜ້າ.

​ໃນ​ກ​ອງປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ນາງ​ຈ່ຽງອີ້​ເວົ້າ​ວ່າ, ຕອນ​ຄ່ຳ​ວັນ​ທີ 20 ພະຈິກນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ຕ້າ​ເວີຍ ລັດຖະມົນຕີ​ຊ່ອຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ແລກປ່ຽນ​ຄວາມ​​ເຫັນ​ກ່ຽວ​ກັບການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີກັບ​ທ່ານ​ຮິ​ວ, ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍຕ່າງໆ​ໃຊ້​ການ​ເຄື່ອນ​ໄຫວ​ຕົວ​ຈິງ​​ເພື່ອ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ໂດຍ​​ໄວ, ຕັ້ງໜ້າ​ປະຕິ​ບັດ "ຖະ​ແຫຼງການ​ຮ່ວມ​ຂອງ​ການ​ເຈລະຈາ 6 ຝ່າຍ​ຮອບ 4", ​ເພື່ອ​ໃຫ້ບັນ​ລຸ​​ເຖິງ​ການປອດ​ນິວ​ເຄຼຍຢູ່​ແຫຼງ​ເກົາຫຼີ. ນາງ​ເວົ້າ​ວ່າ, ຝ່າຍ​ຈີນ​ພວມ​ດຳ​ເນີນ​ການ​ເປິ​ກສາ​ຫາລື​ກັບ​ຝ່າຍຕ່າງໆ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ເວລາ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ.

ສຳລັບ​ກ່ອນ​ນີ້​ມີ​ຂ່າວ​ແຈ້ງວ່າ​ທະນາ​ຄານ​ບານ​ໂຄ ​ເດ​ວຕາອາຊີ​ ມາ​ກາວ​ຍົກ​ເລີກ​ການ​ກີ​ກທຶນ​ຈຳນວນ​ໜຶ່ງ​ຂອງ​ສ.ປ.ປ​ເກົາຫຼີ, ນາງ​ຈ່ຽງອີ້​ເວົ້າ​ວ່າ, ຝ່າຍ​ຈີນ​ຍັງ​ບໍ່​ທັນ​ໄດ້​ຮູ້​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ເທື່ອ. ນາງ​ເວົ້າ​ວ່າ​, ກ່ຽວ​ກັບ​ບັນຫາ​ລົງ​ໂທດທາງ​ດ້ານ​ການ​ເງິນ, ພວກ​ເຮົາ​ສະໜັບ​ສະໜູນ​ອົງການ​ປົກຄອງ​ເຂດ​ພິ​ເສດມາ​ກາວ​ດຳ​ເນີນຕາມ​ກົດໝາຍ, ​ແລະ​ກໍ່​ຫວັງ​ໃຫ້​ຝ່າຍຕ່າງໆ​ຖື​ການ​ເຈລະຈາ 6 ຝ່າຍ​ແລະ​ການ​ປອດ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ​ເປັນ​ສິ່ງ​ສຳຄັນ​ໃນ​ບັນຫາ​ນີ້, ​ແລະແກ້​ໄຂ​ຢ່າງ​ເໝາະ​ສົມ​ໂດຍ​ໄວ.