ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-22 15:40:40    
ສື່​ມວນ​ຊົນ​ສຳຄັນ​ຂອງ​ລາວ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ທ່ານ​ຫູ​ຈີນ​ທາວ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ວິ​ທະ​ຍຸ CRI FM ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ

cri
ຕາມ​ຂ່າວ CRI: ວັນ​ທີ 21 ພະຈິກ​ນີ້, ສື່​ມວນ​ຊົນ​ສຳຄັນ​ຂອງ​ລາວ​ພາກັນ​ແຈ້ງ​ຂ່າວ​ກ່ຽວ​ກັບ​ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ພິທີ​ໄຂ​ວິທະຍຸ CRI FM ຢູ່​ນະຄອນຫຼວງວຽງ​ຈັນ​​ໃນ​ວັນ​ທີ 19 ພະຈິກ​ໃນ​ໄລຍະ​ຢ້ຽມຢາມ​ລາວ.

ໜັງສືພິມ "ວຽງ​ຈັນ​​ໃໝ່" ໄດ້​ພິມ​ຮູບ​ສີ​ທີ່​ທ່ານ​ປະທານຫູ​ຈີນ​ທາວ​ເຂົ້າ​ຮ່ວມ​ພິທີ​ໄຂ​ວິທະຍຸ CRI FM ຢູ່​ນະຄອນຫຼວງ​ວຽງ​ຈັນ​​​ໃສ່​ບ່ອນ​ເດັ່ນ​ທີ່ໜ້າ​ໜຶ່ງ, ​ແລ​ະ​ໄດ້​ພິມ​ບົດ​ນຳ​ຕີ​ລາຄາ​ວ່າ, ວິທະ​ຍຸ FM ທີ່ວຽງ​ຈັນ​ຈະ​ແນະນຳ​ຂ່າວ​ຈາກ​ຈີນ​ແລະ​ແຫ່ງ​ຕ່າງໆ​ໃນ​ໂລກ​ໃຫ້​ຜູ້​ຟັງ​ວຽງ​ຈັນ, ​​ແນ່ນອນ​ຈະ​ກາຍ​ເປັນ​ຊ່ອງ​ທາງ​ໃໝ່​ສຳລັບ​ສອງ​ປະ​ເທດ​ລາວຈີນ​ແລກປ່ຽນ​ບົດຮຽນ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ, ການ​​​ໄຂ​ວິທະຍຸ FM ຈະ​ເຮັດ​ໃຫ້ການ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ​ຍິ່ງ​ແໜ້ນ​ແຟ້ນກວ່າ​ເກົ່າ.

ໜັງສືພິມ "ວຽງ​ຈັນ​ໄທ​ມ໌" ​ເຊິ່ງ​ແມ່ນ​ໜັງ​ສື​ພິມ​ພາສາ​ອັງກິດ​ທີ່​ສຳຄັນ​ແລະ​ເປັນ​ທາງ​ການ​ຂອງ​ລາວ​ກໍ່​ໄດ້​ພິມ​ຮູບ​ສີ​ແຜ່ນ​ໃຫຍ່​ທີ່​ທ່ານ​ປະທານ​ຫູ​ຈີນ​ທາວ​ເຂົ້າ​ຮ່ວມ​ພິທີ​ໄຂ​ວິທະຍຸ CRI FM ທີ່ວຽງ​ຈັນ​​ໃສ່​ບ່ອນ​ເດັ່ນ​ໜ້າ​ທີໜຶ່ງ, ​ແລະ​ໄດ້​ຂຽນ​ຄຳ​ບັນ​ລະ​ຍາຍ​ຮູບ​ວ່າ: ວິທະຍຸ FM ​ແຫ່ງ​ນີ້​ຈະ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາ​ຊົນ​ສອງ​ປະ​ເທດ, ​ເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໃກ້ຊິດ​ກັນກວ່າ​ເກົ່າ.