ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-22 17:51:59    
ໃຫ້​ຊາວ​ຫນຸ່ມ​ຂຽນ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​​ແຫ່ງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ອິນ​ເດຍ

cri Author: sayvanny
ຕອນ​ແລງ​ວັນ​ທີ 21 ພະຈິກ​ນີ້,ຢູ່​ນິວ​ແດນ​ລີ ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ອິນ​ເດຍທາງ​ລັດຖະກິດ​ໄດ້ພ້ອມ​ກັບ​ທ່ານອັບ​ດຸນ​ຄາ​ລາມ ປະທານາທິບໍດີ​ອິນ​ເດຍພົບ​ປະ​ຜູ່​ແທນ​ຊາວ​ຫນຸ່ມ​ຈີນ​ແລະ​ອິນ​ເດຍ 200 ຄົນ.

ການ​ພົບ​ປະກັນ​ແມ່ນ​ດຳ​ເນີນ​ຢູ່​​ເດີ່ນ​ຫຍ້າ​ຕໍ່ຫນ້າ​ໂຮງ​ແຮມ​ທີ່​ເປັນ​ບ່ອນ​ພຳນັກ​ຂອງທ່ານ​ຫູ​ຈີນ​ທາວ​.​ໃນ​ທ່າມກາງ​ສຽງ​ຮ້ອງ​ຂອງ​ນົກ​ບິນ, ນາງ​ວິ​ເດຍ.ຊາ​ໄດ້​ອ່ານ​ບົດ​ກະວີ​ຂອງຊຸບຣາມາ​ເນຍ.ບາລະຕິ ນັກ​ກະວີ​ອຳ​ມະ​ຕະ​ຂອງ​ອິນ​ເດຍດ້ວຍ​ສຽງ​ເພງ,ກະວີບົດ​ນີ້​ມີ​ຄວາມ​ຫມາຍວ່າ:ຄວາມ​ຮັກ​ແພງ​ແລະ​ຄວາມ​ທະ​ນົງ​ໃຈ​ຕໍ່​ອິນ​ເດຍ​ແລະ​ວັດທະນະທຳ​ອິນ​ເດຍບໍ່​ຫນ້ອຍ​ກວ່າ​ຄວາມ​ຮັກ​ຂອງ​ນັກ​ກະວີ​ທີ່​ມີ​ຕໍ່​ພໍ່​ແມ່​ຂອງ​ຕົນ.ນາງ​ວີ​ເດຍ.ຊາ​ເວົ້າວ່າ, ຈີນ​ອິນ​ເດຍລ້ວນ​ແຕ່​ແມ່ນ​ປະ​ເທດ​ອາລະຍະ​ທຳ​ບູຮານ​ທີ່​ມີ​ປະຫວັດ​ພັນ​ກວ່າ​ປີ, ກະວີ​ດັ່ງກ່າວ​ກໍ່​ສາມາດ​ສະ​ແດງ​ຄວາມ​ຮັກ​ແພງ​ຂອງ​ນາງ​ທີ່​ມີ​ຕໍ່​ຈີນ​ແລະ​ວັດທະນະທຳ​ຈີນ.

​ເດືອນ​ຕຸລາ​ປີ​ນີ້, ນາງ​ວິ​ເດຍຊາ​ພ້ອມ​ກັບ​ຊາວ​ຫນຸ່ມອິນ​ເດຍຮ້ອຍຄົນ​ໄດ້​ໄປ​ຢ້ຽມຢາມ​ຈີນ,​ເທື່ອ​ນີ້, ຊາວ​ຫນຸ່ມ​ອິນ​ເດຍ​ເຫລົ່າ​ນີ້​ກໍ່​ໄດ້​ພົບ​ກັບ​ຊາວ​ຫນຸ່ມ​ຈີນ​ທີ່​ໄປ​ຢ້ຽມຢາມ​ອິນ​ເດຍ, ​ແລະ​ພ້ອມ​ກັນ​ເຂົ້າຢ້ຽມ​ຄຳນັບ​ຜູ່​ແນຳ​ຂອງສອງ​ປະ​ເທດ.

​​ໃນ​ໂອກາດ​ພົບກັບ​ຊາວ​ຫນຸ່ມ​ທີ່​ຫັນ​ມັງຂອງ​ຈີນ​ແລະ​ອິນ​ເດຍ, ທ່ານ​ປະທານ​ຫູ​ຈີນ​ທາວ​ກໍ່​ໄດ້​ຫວນ​ຄືນ​​ເຫດການຂອງ​ຄະນະ​ຜູ່​ແທນ​ຊາວ​ຫນຸ່ມ​ຈີນທີ່​ທ່ານ​ນຳພາ​ໃນ​ນາມ​ເປັນ​ປະທານ​ສະຫະພັນ​ຊາວ​ຫນຸ່ມ​ທົ່ວ​ປະ​ເທດ​ຈີນ​ໄປ​ຢ້ຽມຢາມ​ອິນ​ເດຍເມື່ອ 22 ປີ​ກ່ອນ, .ທ່ານ​ເວົ້າວ່າ, ​ເພື່ອ​ໃຫ້​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີ​ນອິນ​ເດຍສືບ​ຕໍ່ກັນ​ໄປ​ທຸກ​ເຊັ່ນ​ຄົນ, ລັດຖະບານ​ຈີນ​ຕົກລົງ​ເຊື້ອ​ເຊີນ​ຊາວ​ຫນຸ່ມ​ອິນ​ເດຍ 500 ຄົນ​ໄປ​ຢ້ຽມຢາມ​ຈີນ​ພາຍ​ໃນ​ໄລຍະ 5 ປີ​ຂ້າງ​ຫນ້າ​ນີ້.ທ່ານ​ຍັງ​ໄດ້​ນຳ​ເອົາບົດ​ກະວີ​ຂອງ​ທາ​ໂກ ນັກ​ກະວີທີ່​ມີ​ຊື່​ສຽງ​ຂອງ​ອິນ​ເດຍມາ​ລະດົມ​ໃຈ​ຊາວ​ຫນຸ່ມ​ຈີນ​ອິນ​ເດຍປະກອບສ່ວນ​​ເຂົ້າ​ໃນ​ການຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.ທ່ານ​ເວົ້າວ່າ:

ຊາວ​ຫນຸ່ມ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕືລືລົ້ນ, ມີ​ອຸດົມ​ການ, ​ແມ່ນ​ຄວາມ​ຫວັງ​ຂອງ​ປະ​ເທດ,​ແລະ​ກໍ່​ແມ່ນ​ອະນາຄົດ​ຂອງ​ມວນ​ມະນຸດ.ປີ 1924, ​ໃນ​ເວລາ​ທ່ານ​ທາ​ໂກ​ເຣ ນັກກະວີຜູ່​ຍິ່ງ​ໃຫຍ່​ຂອງ​ອິນ​ເດຍຢ້ຽມຢາມ​ຈີນ, ​ເພິ່ນ​ເຄີຍ​ເວົ້າວ່າ, ຊາວ​ຫນຸ່ມ​ເຫມືອນ​ກັບ​ດາວ​ປະດັບ​ຟ້າ,​ເປັ່ງ​ແສງ​ແຫ່ງ​ຄວາມ​ຫວັງ​ຂອງ​ອະນາຄົດ​ຂອງ​ປະ​ເທດ​ຊາດ.ຂ້າພະ​ເຈົ້າຫວັງ​ຢ່າງ​ຍິ່ງ​ວ່າ​ຊາວ​ຫນຸ່ມ​ຈີນ​ອິນ​ເດຍຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ, ​ເພີ່ມ​ໄມຕີ​ຈິດ​ມິດຕະພາບ, ຕ່າງ​ຮ່ຳຮຽນ​ນຳ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື,ພ້ອມ​ກັນ​ຂຽນຫນ້າ​ປະຫວັດສາດໃຫມ່​ແຫ່ງ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ຈີນ​ອິນ​ເດຍ.ພ້ອມ​ກັນ​ສ້າງ​ອະນາຄົດ​ອັນ​ດີງາມ​ກວ່າ​ເກົ່າ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ.

​ໃນ​ເວລາ​ກ່າວ​ຄຳ​ອວຍພອນ, ທ່ານ​ຄາ​ລາມ ປະທານາທິບໍດີ​ອິນ​ເດຍ​ໄດ້​ອ່ານ​ກາບກອນ​ສັນລະ​ເສີນ​ອິນ​ເດຍທີ່​ໂຮມ​ສູນ​ແນວ​ຄິດ​ຂົງຈື້ຂອງ​ຈີນ​ແລະ​ມີ​ເນື້ອ​ໃນ​ພຸດທະ​ສາສະຫນາ. ທ່ານ​ຮຽກຮ້ອງຊາວ​ຫນຸ່ມ​ຈີນ​ອິນ​ເດຍປະກອບ ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ, ​ເກາະ​ແຂນ​ກັນ​ພ້ອມ​ກັນ​ສ້າງ​ໂລກ​ທີ່​ກົມກຽວ​ກັນ.ທ່ານ​ຄາ​ລາມ​ເວົ້າວ່າ:

ຈີນ​ໄດ້​ມີ​​ແຜນ​ແມ່​ບົດ​ໃຫຍ່ໃນ​ການ​ພັດທະນາ​ປະ​ເທດ,ຄື ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ, ​ແລະ​ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ,ພ້ອມ​ກັນນັ້ນຈີນ​ຍັງ​ຕ້ອງ​ອະນຸລັກທັດສະນະ​ຄຸນຄ່າ​ດັ້ງ​ເດີມທີ່​ສືບ​ທອດ​ມາ​ແຕ່​ສະ​ໄຫມ​ຂົງຈື້ຂອງ​ຈີນ.​ເປົ້າຫມາຍ​ຂອງ​ພວກຂ້າພະ​ເຈົ້າ​ແມ່ນ,ກ່ອນ​ປີ 2020,ສ້າງ​ອິນ​ເດຍ​ເປັນ​ປະ​ເທດ​ພັດທະນາ​ທາງ​ດ້ານ​ເສດຖະກິດ,ອະນຸລັກວັດທະນະທຳ​ດັ້ງ​ເດີມ​ຕັ້ງ​ແຕ່​ກຳ​ເນີ​ດພຸດທະ​ສາສະຫນາ​ເປັນຕົ້ນມາ.​ໃນ​ໂລກ​ປັດຈຸບັນ, ວຽກ​ງານ​ຂອງ​ຊາວ​ຫນຸ່ມ​ກໍ່​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ກຳ​ເນີ​ດສັງຄົມ​ທີ່​​ໂອບອ້ອມ​ອາລີ.ຈີນ​ກັບ​ອິນ​ເດຍ​ໄດ້​ເສີມ​ຂະຫຍາຍ​ບົດບາດສຳຄັນ​ໃນ​ການຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ໂລກ, ຜ່ານ​ການ​ໃຫ້​ຊາວ​ຫນຸ່ມ​ໄປ​ເຜີຍ​ແຜ່​ຄວາມ​ຮູ້, ນຳ​ໃຊ້​ຊັບພະຍາກອນ​ໃຫ້​ດີກ​ວ່າ​ເກົ່າ,​ກໍ່​ອາດ​ຈະ​ລົບ​ລ້າງ​ຄວາມ​ບໍ່​ດຸນ​ດຽງ​ກັນ​ໃນ​ການ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ, ​ແລະ​ບັນລຸ​ສັນຕິພາບ​ໄດ້.