ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-23 19:05:24    
ຈີນ​ກັບ​ມຽນ​ມາ​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຫຼາຍ​ສະບັບ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນ​ຮວາ:ວັນ​ທີ 23 ພະ​ຈິກ,ຢູ່​ຢາງ​ກຸງ ນະ​ຄອນ​ຫຼວງ​ມຽນມາ,ຜູ້​ຕາງ​ໜ້າ​ລັດຖະ​ບານ​ຈີນກັບ​ມຽນ​ມາ​ໄດ້​ເຊັນ​ເອກະ​ສານ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຫຼາຍ​ສະ​ບັບ,​ເພື່ອ​ຊຸກຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາ​ຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ເອກະ​ສານ​ມີ​ດັ່ງ​ນີ້:"ຂໍ້​ຄວາມ​ສຳຄັນ​ການ​ຫາລືກັນ​ຮອບ​ສອງ​ລະຫວ່າງ​ລັດຖະ​ບານ​ສາທາ​ລະນະ​ລັດ​ປະ​ຊາ​ຊົນ​ຈີນກັບ​ລັດຖະ​ບານ​ສະຫະ​ພາບ​ມຽນມາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ປ່າ​ໄມ້​ແລະ​ບໍ່​ແຮ່""ອະນຸ​ສັນຍາ​ກ່ຽວ​ກັບ​ລັດຖະບານ​ສາທາ​ລະນະ​ລັດ​ປະຊາ​ຊົນ​ຈີນ​ຍົກ​ເລີກ​ໜີ້​ສິນ​ສ່ວນ​ໜຶ່ງ​ຂອງ​ລັດຖະ​ບານ​ສະຫະ​ພາບ​ມຽນມາ""ສັນຍາ​ຮ່ວມ​ມື​ດ້ານ​ເສດຖະ​ກິດເຕັກ​ນິກ​ລະຫວ່າງ​ຈີນ​ມຽນມາ"​ແລະ"ສັນຍາຂອບກ່ຽວ​ກັບຈີນ​ໃຫ້​ເງິນ​ກູ້​ດອກ​ເບັ້ຍ​ຕ່ຳ​ແກ່​ມຽນມາ".

ທ່ານ​ເຊີນ​ຈ້ຽນ ຜູ້​ຊ່ວຍ​ລັດຖະ​ມົນຕີ​ວ່າການ​ກະ​ຊວງ​ການ​ຄ້າ​ຈີນ​ທີ່​ໄດ້ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ກ່າວ​ວ່າ,​ໃນ​ຂະນະ​ທີ່​ຈີນ​ກັບ​ມຽນ​ມາ​ຂະ​ຫຍາຍ​ການ​ພົວພັນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ທີ່​ມີ​ມູນ​ເຊື້ອນັ້ນ,ຄວນ​ອອກ​ແຮງ​ຂະ​ຫຍາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ຮອບດ້ານ​ເຊິ່ງລວມ​ທັງ​ການ​ລົງທຶນ ການ​ຮັບ​​ເໝົາກໍ່ສ້າງ​ໂຄງການ ການ​ຮ່ວມ​ມື​ເສດຖະກິດ​ແລະ​ເຕັກ​ນິກ ການ​ທ່ອງ​ທ່ຽວ​ແລະ​ຂົງ​ເຂດ​ອື່ນໆ.ທ່ານ​ອູ​ຄຽວ​ດູ ລັດຖະ​ມົນ​ຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ມຽນມາ​ເວົ້າ​ວ່າ,ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ມາ​ດຳ​ເນີນ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂົງ​ເຂດ​ປ່າ​ໄມ້​ແລະ​ບໍ່​ແຮ່​ເປັນ​ຕົ້ນ​ຢູ່​ມຽນມາ.