ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-25 17:08:50    
ຈີນ​ຈະ​ພັດ​ທະ​ນາ​ການ​ສຶກ​ສາ​ໃນ​ຊົນ​ນະ​ບົດ​ຕື່ມ​ອີກ

cri
ຕາມ​ຂ່າວສານ​ຈີນ,ວັນ​ທີ24​ພະຈິກນີ້,ທ່ານ​ນາງ​ເສິນ​ຈື້ລີ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ການ​ສຶກ​ສາ​ທີ່ທ່ຽງ​ທຳແມ່ນ​ຈຸດ​ເລີ່​ມຕົ້ນ​ຂອງ​ສັງຄົມທີ່​ຍຸດຕິ​ທຳ,ຈີນ​ຈະ​ພັດທະນາ​ການ​ສຶກສາ​ໃນ​ຊົນ​ນະ​ບົດ​ຕື່ມ​ອີກ,​ເພື່ອ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ດ້ານ​ການ​ສຶກສາລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນນະບົດ​,ຮັບ​ປະ​ກັນ​ໃຫ້​ເດັກນ້ອຍ​​ເຍົາວະ​ຊົນ​ທຸກຖ້ວນ​ໜ້າ​ມີໂອກາດ​ໄດ້​ຮັບ​ການ​ສຶກສາ​ເປັນ​ຢ່າງ​ດີ.

ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່ ນານ​ນິງ ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ທ່ານ​ນາງ​ເສິນ​ຈື້​ລີ ກ່າວ​ວ່າ, ມີ​ແຕ່​ສ້າງ​ໂຮງ​ຮຽນ​ຊົນ​ນະ​ບົດ​ໃຫ້​ດີ, ການ​ສຶກ​ສາ​ດ້ານ​ຄຸນ​ທາດ​ໄດ້​ຍົກ​ສູງ​ຂຶ້ນ​ແລ້ວ​,ຈິ່ງ​ສາມາດ​ສະ​ໜອງ​ຜູ່​ອອກ​ແຮງ​ງານ​ທີ່​ມີ​ຄຸນ​ທາດ​ອ່າວ​ສູງ​ໃຫ້​ແກ່​ການ​ສ້າງ​ສາ​ຊົນ​ນະ​ບົດ​ໃໝ່​ຢ່າງ​ບໍ່​ຂາດ​ສາຍ.​ມີ​ແຕ່​ສ້າງ​ໂຮງ​ຮຽນ​ຊົນ​ນະ​ບົດ​ໃຫ້​ດີ,​ບັນ​ຫາ​ລູກ​ຫຼານ​ທີ່​ຊາວ​ກະ​ສິ​ກອນ​ອັນ​ໄພ​ສານ​ຈິ່ງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

ລັດຖະບານ​ຈີນ​ຖື​ສຳຄັນ​ທີ່​ສຸດ​ຕໍ່​ການ​ສຶກສາ​ຊົນ​ນະ​ບົດ.​ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ​ພາກ​ບັງ​ຄັບ​ສະ​ບັບ​ປັບ​ປຸງ​ໃໝ່​ທີ່​ປະ​ກາດ​ໃຊ້​ແຕ່​ວັນ​ທີ1​ກັນຍາ​ເປັນ​ຕົ້ນ​​ໄປນັ້ນ​ກໍ່​ໄດ້​ລະ​ບຸ​ໄວ້​ຢ່າງ​ຈະ​ແຈ້ງ​ວ່າ,​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ຄວນ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຊົນ​ນະ​ບົດ​ກ່ອນ.