ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-25 20:35:49    
ທ່ານຫູຈີນທ່າວເດີນທາງໄປຮອດເມືອງ
ລາໂຮສືບຕໍ່ຢ້ຽມຢາມລັດຖະກິດຢູ່ປາກິ
ສະຖານ

cri Author: cai

ວັນທີ24ພະຈິກ,ທ່ານຫູຈິນທາວທີ່ພວມຢ້ຽມຢາມຢູ່ປາກີສະຖານໄດ້ກ່າວຄຳປາໄສຕໍ່
ບຸກຄົນວົງການຕ່າງໆຂອງປາກີສຖານຢູ່ສູນປະຊຸມອິສລາມາບັດ

ຕາມ​ຂ່າວ​CRI:ວັນ​ທີ 25 ພະ​ຈິກ​ນີ້,ທ່ານ​ຫູ​ຈີນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ເມືອງ​ລາ​ໂຮ ເມືອງ​ໃຫຍ່​ທີ​ສອງ​ຂອງ​ປາ​ກິ​ສະຖານ,ສືບ​ຕໍ່​ຢ້ຽມຢາມ​ລັດ​ຖະ​ກິດ​ຢູ່ປາ​ກິ​ສະຖານ.

ທ່ານ​ຫູ​ຈີນ​ທ່າວ​ແມ່ນ​ຂີ່​ຍົນ​ພິ​ເສດ​ໄປ​ຮອດ​ເມືອງ​ລາ​ໂຮ​ພາຍຫຼັງ​ໄດ້​ສຳ​ເລັດ​ການ​ຢ້ຽມ​ຢາມ​ຢູ່​ອິດສ​ຣາມ​ບັດ​ສ໌.ຢູ່​​ເມືອງ​ລາ​ໂຮ,​ທ່ານ​ຫູ​ຈີນ​ທ່າວ​ຈະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຂອງ​ປະ​ຊາ​ຊົນ​ເມືອງ​ລາ​ໂຮ​ແລະ​ກ່າວ​ຄຳ​ປາ​ໄສ,​ແລະ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ແຂວນ​ປ້າຍ"​ເຂດ​ເສດ​ຖະ​ກິດ​ແຮວ-​ຣູບາ​ແຫ່ງ​ປາ​ກິ​ສະ​ຖານ"ແລະ​ໄປ​ທັດ​ສະ​ນະ​ສຶກ​ສາ​ເຂດ​ອຸດ​ສາ​ຫະ​ກຳ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນເຮືອນ​ແຮວ.ນີ້​ແມ່ນ​ເຂດ​ພັດ​ທະນາ​ເສດ​ຖະ​ກິດ​ແຫ່ງ​ທຳ​ອິດ​ທີ່​ຈີນ​ສ້າງ​ຂຶ້ນ​ຢູ່​ຕ່າງປະ​ເທດ.

ວັນ​ທີ 24 ພະ​ຈິກນີ້,ຢູ່​ອິດສ​ຣາມບັດ​ສ໌,ທ່ານ​ຫູ​ຈີນ​ທ່າວ​ໄດ້​ພົບ​ປະ​ຜູ້ນຳ​ປາ​ກິ​ສະຖານ​ຄື​ທ່ານຊາ​ອູ​ຄັດ ອາ​ສີສ ນາຍົກ​ລັດຖະ​ມົນຕີ​ເປັນ​ຕົ້ນ​ແລະ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳຕ່າງໆ.​ໃນ​ເວລາ​ພົບ​ປະ​ທ່ານ​ອາ​ສີສ,ທ່ານ​ຫູ​ຈີນ​ທ່າວກ່າວ​ວ່າ,​ແຕ່ຈີນ​ປາ​ກິ​ສະຖານ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ເປັນ​ເວລາ 55 ປີ​ມາ​ນີ້,​ສອງ​ປະ​ເທດໄດ້​ສ້າງ​ມິດຕະ​ພາບ​ຮອບ​ດ້ານ,​ແລະ​ໄດ້​ດຳ​ເນີນ​ການ​ຮ່ວມ​ມືຮອບ​ດ້ານ,​ໄມຕີ​ຈິດ​ລະ​ຫວ່າງ​ຈີນ​ປາ​ກິ​ສະຖານ​ແມ່ນ​ສິ່ງ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ,​ເປັນ​ຕາ​ຖະໜອມ​ຫວງ​ແຫນ​ທີ່​ສຸດ.ທ່ານ​ອາ​ສີສກ່າວວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈີນ​ທ່າວ​ເທື່ອ​ນີ້​ໄດ້​ນຳ​ເອົາ​ຄວາມ​ຫວັງ​ໃໝ່​ມາ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ຍ່ອມ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ປາ​ກິ​ສະຖານ​ກັບ​ຈີນຢ່າງ​ແຂງ​ແຮງ.

ທ່ານ​ຫູ​ຈີນ​ທ່າວ​ຍັງ​ໄດ້​ພົບ​ປະ​ທ່ານ​ເອວ​ລາ​ຮີ ບາກ​ສ໌ ຊູ​ມ​ໂຣ ປະ​ທານ​ສະພາ​ສູງ​ແລະ​ທ່ານ​ຈອດຣີ ອາ​ເມຍ ຮູ​ສ​​ແຊນ ປະທານ​ສະພາ​ປະ​ຊາ​ຊົນ​ປາ​ກິ​ສະຖານ,​ແລະ​ໄດ້​ກ່າວ​ປາຖະ​ກະຖາ​ທີ່​ພາດ​ຫົວ​​ເລື່ອງ​ວ່າ"ສົ່ງ​ເສີມ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ ລົງ​ເລິກ​ການ​ຮ່ວມ​ມື​ຮອບດ້ານ"ຕໍ່​ປະຊາຊົນ​ວົງ​ການ​ຕ່າງໆ​ຂອງ​ປາ​ກິ​ສະຖານ​ຢູ່​ສູນປະຊຸມ​ອິດສຣາມບັດ​ສ໌.ຈາກ​ນັ້ນ,ທ່ານ​ຍັງ​ໄດ້​ພົບ​ປະ​ຄະນະ​ຜູ້​ແທນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ແລະ​ຄະນະຜູ້​ແທນໄມຕີ​ຈິດ​ຂອງ​ປາ​ກິ​ສະຖານ.