ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-27 21:52:38    
ຕຳ​ຫຼວດ​ປາ​ເລັສ​ຕິນ​ໝື່ນ​ກວ່າ​ຄົນ​ເຂົ້າ​ຮັກ​ສາ​ການ​ຢຸດ​ຍິງ

cri
ຕາມ​ຂ່າວCRI, ​ເລີ່​ມ​ແຕ່​ວັນ​ທີ26​ພະຈິກນີ້​ເປັນ​ຕົ້ນ​ໄປ,ປາ​ເລັສຕິນ​ໄດ້​ຈັດ​ວາງ​ສະ​ມາ​ຊິກ​ກອງ​ປ້ອງ​ກັນ​ຄວາມປອດ​ໄພ1​ໝື່ນ3​ພັນ​ຄົນຢູ່​ບໍລິ​ເວນ​ກາ​ຊາ​ທີ່​ຢູ່​ໃກ້​ກັບເຂດ​ຊາຍ​ແດນ​ອິສຣາ​ແອນ,​ເພື່ອ​ຮັກສາ​ສັນຍາ​ຢຸດ​ຍິງ​ທີ່​ປາ​ເລັສຕິ​ນອິສຣາ​ແອນ​ຫາ​ກໍ່​ເຊັນກັນ.

ມື້​ດຽວ​ກັນ,ທ່ານ​ເອຮຸດ ​ໂອນ​ເມີດ ນາຍົກລັດ​ຖະມົນ​ຕີ​ອິສຣາ​ແອນ​ກ່າວ​ວ່າ,ປາ​ເລັສ​ຕິນ​ອິສ​ຣາ​ແອນ​ບັນລຸ​ການ​ຢຸດ​ຍິງ​ຢູ່​ກາ​ຊາ​ຈະ​ຊຸກ​ຍູ້​ການ​ ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ສອງ​ຝ່າຍ​ຈັດ​ຂຶ້ນ​ຄືນ​ໃໝ່.

ວັນ​ທີ26​ພະຈິກນີ້,​ສັນ​ນິ​ບາດ​ອາ​ລັບ​ໄດ້​ອອກ​ຖະ​ແຫຼ​ງການ, ຊົມ​ເຊີຍ​ສັນ​ຍາ​ຢຸດ​ຍິງ​ທີ່​ກຸ່ມ​ປະ​ກອບ​ອາ​ວຸດ​ຕ່າງໆ​ຂອງ​ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​ໄດ້​ຕົກ​ລົງ​ກັນ​ໃນ​ຕອນ​ຄ່ຳ​ວັນ​ທີ​25​ພະ​ຈິກ​ນີ້.​ສັນ​ນິ​ບາດ​ ອາ​ລັບ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ແລະ​ສີ່​ຝ່າຍ​ທີ່​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງຄື​ສະ​ຫະ​ປະ​ຊາ​ຊາດ ອາ​ເມ​ລິ​ກາ ຣັດ​ເຊຍ​ແລະ​ສະ​ຫະ​ພາບ​ເອີ​ລົບ​ສົ່ງ​ຜູ່​ສັງ​ເກດ​ການ​ສາກົນ​ໄປ​ດິນ​ແດນ​ປາ​ເລັສ​ຕິນ​ທີ່​ຖືກ​ຍຶດ​ຄອງ​ເພື່ອ​ຕິດ​ຕາມ​ກວດ​ກາ​ການ​ປະ​ຕິ​ບັດ​ສັນ​ຍາ​ຢຸດ​ຍິງ.