ທ່ານຜູ່ຟັງທີ່ເຄົາລົບ,ຫວ່າງມໍ່ໆນີ້,ປະມຸກລັດ,ຫົວໜ້າລັດຖະບານແລະເຈົ້າໜ້າທີ່ອາວຸໂສຂອງ48ປະເທດອາຟິຼກກາໄດ້ເຕົ້າໂຮມກັນຢູ່ປັກກິ່ງ ນະຄອນຫຼວງຂອງຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືຈີນ-ອາຟິຼກກາ,ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຟິຼກກາໄດ້ກ້າວເຂົ້າສູ່ໄລຍະໃໝ່.ໃນລາຍການແຈ້ງຂ່າວເສດຖະກິດຈີນພາກນີ້,ພວກເຮົາຈະສະເໜີສະພາບດ້ານນີ້ສູ່ຟັງ.
ຫຼາຍປີມໍ່ໆມານີ້,ການໄປມາຫາສູ່ກັນດ້ານເສດຖະກິດການຄ້າໄດ້ເສີມຂະຫຍາຍບົດບາດສຳຄັນທີ່ສຸດໃນການຊຸກຍູ້ການພົວພັນໄມຕີຈິດລະຫວ່າງຈີນກັບອາຟິຼກກາ.ປັດຈຸບັນ,ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບສາມຂອງອາຟິຼກກາ.ນັບມາຮອດທ້າຍປີ2005,ຈີນລົງທຶນຢູ່ອາຟິຼກກາບັນລຸເຖິງ6ຕື້270ລ້ານໂດລາ,ໄດ້ສ້າງຕັ້ງວິສາຫະກິດປະເພດຕ່າງໆ800ກວ່າແຫຼ່ງ.ປີນີ້,ມູນຄ່າການຄ້າຈີນອາຟິຼກກາຄາດວ່າຈະບັນລຸ50ຕື້ກວ່າໂດລາ.ນອກນີ້,ລັດຖະບານຈີນຍັງໃຫ້ການຊ່ອຍເຫຼືອດ້ານເສດຖະກິດແບບຈິງໃຈບໍ່ເຫັນແກ່ຕົວແລະບໍ່ມີເງື່ອນໄຂດ້ານການເມືອງໃດໆແກ່ປະເທດອາຟິຼກກາຕະຫຼອດມາ,ຊ່ອຍເຫຼືອປະເທດເຫຼົ່ານີ້ດຳເນີນການກໍ່ສ້າງພື້ນຖານໂຄງລ່າງ,ຊຸກຍູ້ການພັດທະນາເສດຖະກິດແລະສັງຄົມ.
ໃນກອງປະຊຸມສົນທະນາລະຫວ່າງຜູ່ນຳກັບຜູ່ແທນຊັ້ນສູງວົງການອຸດສາຫະກຳການຄ້າຂອງຈີນອາຟິຼກາທັງເປັນກອງປະຊຸມນັກທຸລະກິດຈີນອາຟິຼກກາຄັ້ງທີສອງທີ່ຈັດຂຶ້ນໃນໄລຍະກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືຈີນ_ອາຟິຼກກາ, ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນກ່າວວ່າ,ສອງຝ່າຍຈີນ ອາຟິຼກກາຄວນພັດທະນາການແລກປ່ຽນດ້ານເສດຖະກິດການຄ້າຕື່ມອີກ.
"ສອງຝ່າຍຈີນອາຟິຼກກາຄວນປັບປຸງອົງປະກອບການຄ້າໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ,ຂຸດຄົ້ນທ່າແຮງບົ່ມຊ້ອນຕື່ມອີກ,ບຸກບືນເມື່ອຮອດປີ2010,ໃຫ້ມູນຄ່າການຄ້າລະຫວ່າງຈີນອາຟິຼກກາບັນລຸ100ຕື້ໂດລາ.ຝ່າຍຈີນສົ່ງເສີມໃຫ້ວິສາຫະກິດຈີນໄປລົງທຶນດຳເນີນທຸລະກິດຢູ່ປະເທດອາຟິຼກກາ,ຖ່າຍທອດເຕັກນິກທີ່ເໝາະໃຊ້ແລະບົດຮຽນດ້ານການຄຸ້ມຄອງ,ພ້ອມທັງເຊີນຊວນວິສາຫະກິດອາຟິຼກກາມາລົງທຶນຢູ່ຈີນ.ຈີນຈະອີງຕາມລະດັບການພັດທະນາຂອງຕົນ,ຄ່ອຍໆເພີ່ມຂະໜາດແຫ່ງການຊ່ອຍເຫຼືອປະເທດອາຟິຼກກາ,ຊ່ອຍເຫຼືອປະເທດອາຟິຼກກາຍົກຄວາມສາມາດພັດທະນາແບບເປັນເຈົ້າຕົນເອງໃຫ້ສູງຂຶ້ນ,ຊຸກຍູ້ໃຫ້ເສດຖະກິດແລະສັງຄົມໄດ້ຮັບການພັດທະນາຢ່າງຮອບດ້ານ."
ລັດຖະບານຈີນໄດ້ປະຕິບັດຕາມຫຼັກການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ຕະຫຼອດມາໃນການໄປມາຫາສູ່ດ້ານເສດຖະກິດການຄ້າກັບບັນດາປະເທດອາຟຼິກກາ,ຊຸກຍູ້ວິສາຫະກິດຂອງສອງຝ່າຍດຳເນີນການຮ່ວມມືໃນຂົງເຂດຕ່າງໆ,ເຊິ່ງໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກລັດຖະບານແລະປະຊາຊົນຂອງບັນດາປະເທດອາຟິຼກກາ.ໃນໄລຍະກອງປະຊຸມສຸດຍອດ,ທ່ານເລເລສເຈນາວີ ນາຍົກລັດຖະມົນຕີເອທີໂອປີທີ່ເປັນປະເທດປະທານຮ່ວມຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟິຼກກາກ່າວວ່າ:
"ຂ້າພະເຈົ້າເຫັນວ່າ,ພວກຂ້າພະເຈົ້າລ້ວນແຕ່ມີໜ້າທີ່ອັນໜັກໜ່ວງ,ຕ້ອງປັບປຸງສະພາບແວດລ້ອມໃຫ້ດີຂຶ້ນ,ເພື່ອໃຫ້ວົງການວິສາຫະກິດສາມາດແລກປ່ຽນກັນຢ່າງສະດວກກວ່າເກົ່າ,ຊຸກຍູ້ການຄ້າແລະການລົງທຶນ,ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຝ່າຍ.ເສດຖະກິດຈີນທີ່ພັດທະນາຢ່າງວ່ອງໄວໄດ້ດຶງດູດສາຍຕາຂອງຊາວໂລກ,ນັກທຸລະກິດອາຟິຼກກາຄວນເຫັນໄດ້ໂອກາດການຄ້າອັນໃຫຍ່ຫຼວງ.ອີກດ້ານໜຶ່ງ,ເຖິງວ່າປັດຈຸບັນ,ອາຟິຼກກາຍັງປະເຊີນກັບຄວາມຫຍຸ້ງຍາກ,ແຕ່ກໍມີທ່າແຮງບົ່ມຊ້ອນອັນມະຫາສານ.ໂລກນີ້ປາສະຈາກອາຟິຼກກາບໍ່ໄດ້,ໂອກາດການລົງທຶນແລະການຄ້າຂອງອາຟິຼກກາແມ່ນເຫັນໄດ້ຢ່າງເດັ່ນຊັດ.ສອງຝ່າຍຈີນອາຟິຼກກາສາມາດຖອດຖອນເອົາທ່າແຮງຂອງໃຜລາວ,ເພື່ອໃຫ້ໄດ້ຮັບຜົນປະໂຫຍດຮ່ວມກັນ."
ໃນຂະນະທີ່ຂະໜາດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,ອົງປະກອບການຄ້າລະຫວ່າງຈີນກັບອາຟິຼກກາກໍໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ.ດ້ານໜຶ່ງ,ໃນຜະລິດຕະພັນທີ່ຈີນສົ່ງໄປຂາຍໃຫ້ອາຟິຼກກາ,ອັດຕາສ່ວນຂອງເຄື່ອງຈັກໄຟຟ້າແລະຜະລິດຕະພັນເຕັກນິກສູງໄດ້ເພີ່ມຂຶ້ນເລື້ອຍໆ,ອີກດ້ານໜຶ່ງ,ຜ່ານຈາກການປະຕິບັດນະໂຍບາຍຍົກເວັ້ນພາສີຕໍ່ຜະລິດຕະພັນຂອງປະເທດດ້ອຍພັດທະນາທີ່ສຸດຂອງອາຟິຼກກາ,ຈີນໄດ້ເປີດກວ້າງການນຳເຂົ້າສິນຄ້າຈາກປະເທດອາຟິຼກກາ.
ສິ່ງທີ່ເປັນໜ້າປິຕິຊົມຊື່ນແມ່ນພາຍໃຕ້ການຊຸກຍູ້ຂອງລັດຖະບານ,ການແລກປ່ຽນລະຫວ່າງນັກທຸລະກິດຈີນກັບບັນດາປະເທດອາຟິຼກການັບມື້ນັບກ້າວສູ່ລວງເລິກ.ເດືອນພະຈິກປີ2003,ໃນກອງປະຊຸມນັກທຸລະກິດຈີນອາຟິຼກກາຄັ້ງທຳອິດທີ່ໄຂຂຶ້ນຢູ່ອາດິສອາເບບາ ນະຄອນຫຼວງເອທີໂອປີ,ນັກທຸລະກິດຈີນແລະອາຟິຼກກາໄດ້ເຊັນຂໍ້ຜູກພັນເສດຖະກິດການຄ້າທຸກປະເພດທີ່ມີມູນຄ່າຫຼາຍກວ່າ1ຕື້ໂດລາ,ເຊິ່ງໄດ້ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດຈີນກັບອາຟຼິກກາຢ່າງຫຼວງຫຼາຍ.ໃນກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືຈີນ-ອາຟິຼກກາທີ່ຫາກໍ່ສິ້ນສຸດລົງນັ້ນ,ນັກທຸລະກິດຈີນແລະອາຟິຼກກາ1500ຄົນໄດ້ເຂົ້າຮ່ວມກອງປະຊຸມນັກທຸລະກິດຈີນອາຟິຼກກາຄັ້ງທີສອງ,ໄດ້ດຳເນີນການພົບປະເຈລະຈາໃນຫຼາຍຂົງເຂດ.ທ່ານຮາບີ ມາຮາມາດູ ຊາລີຊູ ລັດຖະມົນຕີວ່າການກະຊວງການຄ້າ ອຸດສະຫະກຳແລະການພັດທະນາຫັນເປັນເອກະຊົນຂອງນີເຊ ທີ່ຮ່ວມປະຊຸມໄດ້ບອກນັກຂ່າວວ່າ,ລັດຖະບານນີເຊ ສົ່ງເສີມໃຫ້ວິສາຫະກິດນີເຊແລະຈີນດຳເນີນການຮ່ວມມືດ້ານເສດຖະກິດການຄ້າໃຫ້ຫຼາຍກວ່າເກົ່າ.
"ດ້ານໜຶ່ງທີ່ສຳຄັນຂອງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງນີເຊກັບຈີນແມ່ນຂະແໜງການໂທລະຄົມ,ບໍລິສັດຈົ່ງຊິງຂອງຈີນພວມເຮັດທຸລະກິດຢູ່ນີເຊ.ໃນໄລຍະກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືຈີນ-ອາຟິຼກກາ, ພວກຂ້າພະເຈົ້າໄດ້ຫາລືກັບນັກທຸລະກິດຈີນ,ພະຍາຍາມໃຫ້ພວກເຂົາເຈົ້າໄປລົງທຶນຕັ້ງໂຮງງານຢູ່ນີເຊ.ເພື່ອເລື່ອງນີ້,ລັດຖະບານນີເຊກໍຈະພະຍາຍາມສ້າງເງື່ອນໄຂ,ເພື່ອໃຫ້ວິສາຫະກິດນີເຊແລະຈີນສາມາດດຳເນີນການຮ່ວມມືໃຫ້ດີກວ່າເກົ່າ."
ການຊຸກຍູ້ອັນຕັ້ງໜ້າຂອງລັດຖະບານຈີນແລະອາຟິຼກກາໄດ້ສ້າງສະພາບແວດລ້ອມອັນດີງາມໃຫ້ແກ່ການຮ່ວມມືລະຫວ່າງວິສາຫະກິດສອງຝ່າຍ.ພາຍຫຼັງກອງປະຊຸມນັກທຸລະກິດຈີນອາຟິຼກກາຄັ້ງທີສອງສິ້ນສຸດລົງແລ້ວ,ວິສາຫະກິດຂອງສອງຝ່າຍໄດ້ເຊັນຂໍ້ຜູກພັນແລະສັນຍາການຄ້າ16ລາຍການ,ມີມູນຄ່າປະມານ1ຕື້900ລ້ານໂດລາ,ເຊິ່ງໄດ້ກວມເອົາຫຼາຍຂົງເຂດເຊັ່ນການກໍ່ສ້າງພື້ນຖານໂຄງລ່າງ,ໂທລະຄົມ,ການສົ່ງອອກອຸປະກອນເຕັກນິກ,ການຢາແລະແພດສາດການທະນາຄານເປັນຕົ້ນ.ພ້ອມກັນນັ້ນ,ຍັງມີຫຼາຍວິສາຫະກິດໄດ້ກ້າວເຖິງຂັ້ນຕົກລົງ ເບື້ອງຕົ້ນກ່ຽວກັບການຮ່ວມມື,ຈະດຳເນີນການປຶກສາຫາລືຕື່ມອີກ.ກຸ່ມບໍລິສັດ ການຢາແລະແພດສາດຟູຊິງຊຽງໄຮ້ໄດ້ຮັບການຢືນຢັນຈາກອົງການອະນາໄມໂລກໃຫ້ເປັນບໍລິສັດສະໜອງຢາຕ້ານໄຂ້ຍຸງສຳຮອງໃນທ້າຍປີ2005.ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸພວກເຮົາ.ທ່ານວາງຊຸນປິ່ນ ປະທານກຸ່ມບໍລິສັດກ່າວວ່າ,ບໍລິສັດການຢາແລະແພດສາດຟູຊິງພວມຫາລືເລື່ອງການຮ່ວມມືກັບວິສາຫະກິດອາຟິຼກກາ,ເພື່ອສົ່ງຢາຕ້ານໄຂ້ຍຸງຫຼາຍກວ່າເກົ່າໄປຂາຍຢູ່ອາຟິຼກກາ.
ປັດຈຸບັນ,ຢາຕ້ານໄຂ້ຍຸງຂອງບໍລິສັດພວກເຮົາລ້ວນແຕ່ຂາຍດີຢູ່ປະເທດອາຟິຼກກາສ່ວນຫຼາຍ,ໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຕ້ານໄຂ້ຍຸງຂອງປະຊາຊົນອາຟິຼກກາ.ພວກເຮົາຫວັງຢາກຜ່ານຈາກເວທີປຶກສາຫາລືການຮ່ວມມືຈີນ-ອາຟິຼກກາ,ໃຫ້ຜະລິດຕະພັນເຂົ້າສູ່ຕະຫຼາດອາຟິຼກກາຫຼາຍກວ່າເກົ່າ,ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງອາຟິຼກກາ.ປັດຈຸບັນ,ການຮ່ວມມືທີ່ກ່ຽວຂ້ອງພວມຢູ່ໃນການປຶກສາຫາລືແລະດຳເນີນຢູ່.
ທ່ານຜູ່ຟັງທີ່ເຄົາລົບ, ພາຍໃຕ້ສະພາບທີ່ການພົວພັນໄມຕີຈິດລະຫວ່າງຈີນອາຟຼິກກາພວມກ້າວໄປໜ້າຢ່າງບໍ່ຢຸດຢັ້ງ,ການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຟິຼກກາມີຜົນດີຕໍ່ການຊຸກຍູ້ຄວາມກ້າວໜ້າດ້ານເສດຖະກິດແລະສັງຄົມຂອງອາຟິຼກກາ.ລັດຖະບານຈີນໄດ້ວາງນະໂຍບາຍໃໝ່ທີ່ມີຈຸດປະສົງເພື່ອຊຸກຍູ້ໃຫ້ການພົວພັນເສດຖະກິດການຄ້າຈີນອາຟິຼກກາຂະຫຍາຍຕົວຕື່ມອີກນັ້ນຈະອຳນວຍເງື່ອນໄຂສະດວກກວ່າເກົ່າແລະສະພາບແວດລ້ອມດີກວ່າເກົ່າໃຫ້ແກ່ການຮ່ວມມືລະຫວ່າງສອງຝ່າຍຈີນອາຟິຼກກາ.
ທ່ານຜູ່ຟັງທີ່ເຄົາລົບ,ລາຍການແຈ້ງຂ່າວເສດຖະກິດຈີນພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້,ຂອບໃຈທ່ານທີ່ຮັບຟັງ,ສະບາຍດີ.
|