ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-28 18:50:06    
ນັກ​ປາດ​ຈີນ​ຊີ້​ອອກ​ວ່າ,​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ສ.​ເກົາ​ຫຼີ​ມີ​ການ​ພົວ​ພັນ​ອັນ​​ແໜ້ນ​ແຟ້ນ​ກັບ​ການ​ຮ່ວມ​ມື​ຂອງ​ອາ​ຊີ​ຕາ​ເວັນ​ອອກ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27​ພະຈິກ​ນີ້,​ໃນ​ກອງ​ປະຊຸມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ2006​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ນັກ​ປາດ​ແລະ​ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ຂອງ​ຈີນກ່າວ​ວ່າ,ສະພາບ​ການ​ພັດທະນາ​ຂອງ​ການ​ພົວພັນ​ຈີນ​ຍີ່ປຸ່ນ​ສ.​ເກົາຫຼີນັບມື້​ນັບ​ກາຍ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ມີ​ຜົນ​ສະທ້ອນ​ຕໍ່​ການ​ຮ່ວມ​ມື​ຂອງ​ອາຊີຕາ​ເວັນ​ອອກ.

ນັກປາດ​ເຫຼົ່ານີ້​ຊີ້​ອອກ​ວ່າ,ການ​ພົວພັນ​ຈີນ​ຍີ່ປຸ່ນ​ສ.​ເກົາຫຼີມີ​ການ​ພົວພັນອັນ​ແໜ້ນ​ແຟ້ນກັບ​ການ​ຮ່ວມ​ມື​ຂອງ​ອາ​ຊີ​ຕາ​ເວັນ​ອອກ.​ໂດຍ​ສະ​ເພາະ​ແຕ່​ຜູ້ນຳ​ສູງ​ສຸດ​ຂອງ​ອາ​ຊຽນ​ກັບ​ຈີນ​ຍີ່ປຸ່ນ​ສ.ເກົາ​ຫຼີ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ10+3ຄັ້ງທຳ​ອິດ​ຢູ່​ມາ​ເລ​ເຊຍ​ໃນເດືອນ​ທັນວາ​ປີ1997​​ເປັນຕົ້ນມາ,ຈີນ​ຍີ່​ປຸ່ນ​ສ.​ເກົາ​ຫຼີ​ໄດ້​​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​10+3​ທຸກ​ປີ​ຢ່າງ​ຫ້າວ​ຫັນ,​ແລະ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ການ​ພ້ອມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ອາຊີ​ຕາ​ເວັນ​ອອກ.​ຫຼັງ​ຈາກ​ນັ້ນ,ການ​ຮ່ວມ​ມືລະຫວ່າງ​ຈີນ​ຍີ່ປຸ່ນສ.​ເກົາຫຼີ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຕັ້ງໜ້າ​ໃນ​ຂອບ​"10+3".

ຂະນະ​ດຽວ​ກັນ​ນີ້,ຜູ້​ຊ່ຽວຊານ​​ຊີ້​ອອກ​ວ່າ,ປະຈຸ​ບັນ​ນີ້,ຈີນ​ຍີ່ປຸ່ນ​ສ.​ເກົາຫຼີຄວນຈັບໂອ​ກາດ,​ເລັ່ງລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ເຊິ່ງກັນ​ແລະ​ກັນ​ແລະ​ການ​ຮ່ວມ​ມືຂອງທົ່ວ​ອາຊີ​ຕາ​ເວັນ​ອອກ.