ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-28 21:01:42    
ທ່ານ​ຫູ​ຈິນ​ທາວ​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ບຸ​ສ

cri
ຕາມ​ຂ່າວສານ​ຊິນ​ຮວາ, ຕອນ​ຄ່ຳ​ວັນ​ທີ27​ພະຈິກ​ນີ້,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ໂທລະ​ສັບ​ລົມ​ກັບ​ທ່ານ​ບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຕາມ​ການ​ສະ​ເໜີ.​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ​ແລະ​ບັນ​ຫາ​ທີ່​ສົນ​ໃຈ​ນຳ​ກັນ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ທ່ານ​ກັບ​ທ່ານ​ປະທານາທິບໍດີ​ບຸສ​ໄດ້​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ກັນ​ອັນ​ສຳ​ຄັນ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຄັ້ງ​ທີ14​ທີ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ​ຍຂອງ​ຫວຽດ​ນາມ,​ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ຫຼວງ​ຫຼາຍ.​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ອາ​ເມ​ລິ​ກາ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ຄື​ກັນ​ເຫຼົ່າ​ນີ້,​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃຫ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ​.ທ່ານ​ບຸສ​ກ່າວ​ວ່າ,​ຢູ່​ທີ່​ຮ່າ​ໂນຍ ສອງ​ຝ່າຍ​ໄດ້​ຫາລື​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຢ່າງ​ຈິງ​ໃຈ​ແລະ​ມີ​ຜົນ​ປະ​ໂຫຍ​ດ.

ກ່ຽວກັບ​ບັນຫາ​ດາ​ຟູ​ຂອງຊູ​ດັງ,ທ່ານ​ບຸ​ສ​ໄດ້​ແນະນຳ​ຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາ.​ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ,ການ​ແກ້​ໄຂ​ບັນ​ຫາ​ດາ​ຟູ​ໄດ້​ມີ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງ​ໜ້າ,​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຮັກສາ​ທ່ວງທ່າ​ທີ່​ເຈ​ລະ​ຈາ​ກັນ​ເພື່ອ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ແຜນ​ການ​ແກ້​ໄຂ​ໂດຍ​ໄວ,​ໃຫ້​ເຂດ​ດາ​ຟູ​ບັນລຸ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ.