ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-28 21:29:35    
ທ່ານ​ອານ​ນານ​ເຫັນ​ວ່າ,​ອີ​ຣັກ​ເກືອບ​ໄດ້​ຕົກ​ຢູ່​ໃນ​ສົງ​ຄາມ​ກາງ​ເມືອງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ27​ພະຈິກນີ້,ທ່ານ​ອານ​ນານ ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,​ເນື່ອງ​ຈາກ​ສະພາບ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງຢູ່​ພາຍ​ໃນ​ປະ​ເທດ​ອີຣັກ​ໄດ້ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ,ຄົນ​ທັງຫຼາຍ​ເກືອບ​ເຫັນ​ໄດ້​ວ່າ ອີຣັກໄດ້​ຕົກ​ຢູ່​ໃນສົງຄາມ​ກາງ​ເມືອງ.

​ໃນ​ເວລາ​ຕ້ອນຮັບການ​​ເຂົ້າສຳພາດ​ຂອງ​ສື່​ມວນ​ຊົນ​ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວ ຢອກ,ທ່ານອານ​ນານ​ເວົ້າວ່າ,​ໂດຍຄຳ​ນຶງ​ເຖິງ​ສະພາບ​​ຂອງ​ອີຣັກ​ໃນ​ປັດຈຸບັນ,ມີ​ແຕ່​ໃຊ້​ມາດ​ຕະ​ການ​​ໃນ​ທັນທີ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ສະຖານະ​ການ​ຊຸດ​ຮ້າຍ​ລົງ​ຕື່ມ​ອີກ​,ຖ້າ​ບໍ່​ດັ່ງນັ້ນ,ການ​ທີ່​ອີຣັກຕົກ​ຢູ່​ໃນ​ສົງຄາມ​ກາງ​ເມືອງ​ຈະແມ່ນ​ເລື່ອງ​ຫຼີກ​ເວັ້ນບໍ່​ໄດ້,ທີ່​ຈິງ​ແລ້ວ,ອີຣັກ​ເກືອບ​ໄດ້​ຕົກ​ຢູ່​ໃນ​ສົງຄາມ​ກາງ​ເມືອງ​ແລ້ວ.

​ໃນ​ມື້​ດຽວ​ກັນ,ບົດ​ແຈ້ງ​ຂ່າວ​ຂອງNBC​ກໍ​ກ່າວ​ວ່າ,​ອີ​ຣັກ​ໄດ້​ຕົກ​ຢູ່​ໃນ​ສົງ​ຄາມ​ກາງ​ເມືອງ​ແລ້ວ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ກໍ​ເດິ​ນ ຈອງ​ໂດຼ ​ໂຄສົກ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ເຖິງວ່າ​ປະຈຸ​ບັນ​ນີ້​,ສະຖານະ​ການ​ອີຣັກຂ້ຽວ​ຂາດ​ຫຼາຍ,​ແຕ່​ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ແລະ​ທ່ານ​ນູ​ລີ ອານ ມາ​ລີ​ຄີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ລ້ວນ​ແຕ່​ບໍ່​ເຫັນ​ວ່າ​ອີຣັກ​ໄດ້​ຕົກ​ຢູ່​ໃນ​ສົງຄາມ​ກາງ​ເມືອງ.

​ເພື່ອ​ສະ​ແຫວ​ງຫາ​ການ​ຊ່ອຍ​ເຫຼືອຂອງ​ອີຣານມາ​ຜ່ອນຄາຍ​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ໄດ້ຊຸດ​ຮ້າຍ​ລົງ​ຢ່າງ​ບໍ່​ຢຸດ​ຢັ້ງ,ຕອນ​ຄ່ຳ​ວັນ​ທີ27​ພະຈິກ,ທ່ານ​ຈາ​ລານ ທາລາ​ບາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີຣັກ​ເລີ່ມ​ຢ້​ຽມ​ຢາມ​ອີ​ຣານ,​ແລະ​ເຈ​ລະ​ຈາ​ກັບ​ທ່ານ​ມາຣມຸດ ອາຣມາ​ດີ ​ເນ​ຈາດ ປະ​ທາ​ນາ​ທິ​ບໍ​ດີ​ອີຣານ.