ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມຢ່າງຮຸນແຮງຕໍ່ການເກນໃຊ້ທະຫານເດັກແລະທໍລະມານເດັກນ້ອຍ
cri
ຕາມຂ່າວສານຊິນຮວາ,ວັນທີ28ພະຈິກນີ້,ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ອອກຖະແຫຼງການຂອງປະທານ,ກ່າວປະນາມຢ່າງຮຸນແຮງຕໍ່ການເກນໃຊ້ທະຫານເດັກແລະການສັງຫານ,ຂົ່ມຂືນແລະລັກພາຕົວເດັກນ້ອຍ.ຮຽກຮ້ອງໃຫ້ສ້າງຕັ້ງສານລະດັບຊາດແລະສາກົນທຸກປະເພດເພື່ອລົງໂທດຜູ່ກ່ຽວທີ່ທໍລະມານເດັກນ້ອຍຢ່າງໜັກໜ່ວງ.
ຕາມຕົວເລກຂອງກອງທຶນເດັກນ້ອຍສະຫະປະຊາຊາດຫຼືຢູນີເຊັຟ,ໃນ10ປີຜ່ານມາ,ທົ່ວໂລກມີເດັກນ້ອຍປະມານ2ລ້ານຄົນໄດ້ເສຍຊີວິດໃນການປະທະກັນດ້ວຍກຳລັງອາວຸດ,ເດັກນ້ອຍປະມານ6ລ້ານຄົນໄດ້ຖືກບາດເຈັບຫຼືເສຍອົງຄະໃນການປະທະກັນ.ປັດຈຸບັນ,ມີທະຫານເດັກປະມານ3ແສນຄົນໄດ້ເຂົ້າຮ່ວມການປະທະກັນດ້ວຍກຳລັງອາວຸດ30ກວ່າເທື່ອທີ່ເກີດຂຶ້ນຢູ່ແຫ່ງຕ່າງໆຂອງໂລກ.
|
|