ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 16:24:31    
ເມືອງ​ຊື​ເຈ່ຍ​ຈ່ວງ​ໄດ້​ແກ້​ໄຂ​ບັນ​ຫາ​ປະ​ຊາ​ຊົນ​ປິ່ນ​ປົວ​ພະ​ຍາດ​ຍາກ​ແລະ​ລາ​ຄາ​ແພງ​ຢ່າງ​ໄດ້​ມີ​ປະ​ສິດ​ທິ​ຜົນ

cri Author: shuo

ຈີນ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ທີ່​ມີ​ປະ​ຊາ​ກອນ​ຫຼາຍ,​ລະ​ບົບ​ປະ​ກັນ​ການ​ປິ່ນ​ປົວ​ພະ​ຍາດ​ຍັງ​ບໍ່​ຄົບ​ຖ້ວນ​ສົມ​ບູນ,​ສະ​ນັ້ນ,​ຈະ​ເຮັດ​ແນວ​ໃດ​ເຮັດ​ໃຫ້​ຜູ້​ມີ​ລາຍ​ໄດ້​ປານ​ກາງ​ແລະ​ຜູ້​ມີ​ລາຍ​ໄດ້​ຕ່ຳ​​ໄດ້​ຮັບ​ການ​ປິ່ນ ປົວ​ພະ​ຍາດ​ທີ່​ລາ​ຄາ​ຖືກ​ແລະ​​ມີ​ປະ​ສິດ​ທິ​ພາບ​ສູງ​ນີ້,​ແມ່ນ​ບັນ​ຫາ​ທີ່​ສັງຄົມ​ຈີນ​ສົນ​ໃຈ​ນຳ​ໂດຍ​ທົ່ວ​ໄປ.​ໃນ​ລາຍ​ການ​ພາກ​ນີ້,​ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ເມືອງ​ຊື​ເຈ່ຍ​ຈ່ວງ ຕົວ​ເມືອງ​ພາກ​ເໜືອ​ຂອງ​ຈີນ,​ໄປ​ເບິ່ງ​ວ່າ ​ເມືອງ​ນີ້​ແມ່ນ​ເຮັດ​ແນວ​ໃດ​​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ມວນ​ຊົນ​ປິ່ນ​ປົວ​ພະ​ຍາດ​ຍາກ​ແລະ​ຄ່າ​ປິ່ນ​ປົວ​ແພງ​ນັ້ນ​ເທື່ອ​ລະ​ກ້າວ,​ໂດຍ​ໃຊ້​ວິທີ​ຕ່າງໆ ​ເຊັ່ນ​ການ​ສ້າງ​ຕັ້ງ ສຸກ​ສາ​ລາ​ຢູ່​ໃນ​ຊຸມ​ຊົນ ​ໂຮງ​ໝໍ​ລາ​ຄາ​ຖືກ​ພ້ອມ​ດ້ວຍ​ການ​ເຜີຍ​ແຜ່​ການ​ປະກັນ​ໄພ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ເປັນ​ຕົ້ນ.

​ເມືອງ​ຊື​ເຈ່ຍ​ຈ່ວງ​ແມ່ນ​ຕົວ​ເມືອງທີ່​ຕັ້ງຢູ່ພາກ​ເໜືອ​ຂອງ​ຈີນ,ມີ​ປະຊາກອນ9​ລ້ານ​ກວ່າ​ຄົນ.​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ສາມາດ​ປິ່ນປົວ​ພະຍາດ​ຢ່າງ​ສະດວກ​,​ເມືອງ​ຊື​ເຈ່ຍ​ຈ່ວງ​ໄດ້​ຕັ້ງ​ສຸກ​ສາ​ລາ​ຊຸມ​ຊົນ​ຢູ່​ຫຼາຍ​ບ່ອນ​ທີ່​ມີ​ປະຊາກ​ອນ​ອາ​ໄສ​ຢູ່.ຫວ່າງ​ມໍ່ໆ​ນີ້,​ນັກ​ຂ່າວ​ໄດ້​ໄປ​ເອົາ​ຂ່າວ​ຢູ່​ສຸ​ກສາ​ລາ​ຊຸມ​ຊົນ​ຢູ່​ທີ່ຢູ່​ໃກ້​ຕະຫຼາດມ້າ​ຄຳ​ເມືອງ​ຊື​ເຈ່ຍ​ຈ່ວງ.​ນັກ​ຂ່າວ​ໄດ້​ເຫັນ​ວ່າ,​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ສຸກ​ສາ​ລາ​ສະ​ອາດ​ດິ,​ຜ້າ​ປູ​ຕຽງ​ສີ​​ແດ່​ງອອນ​ເຮັດ​ໃຫ້​ຫ້ອງ​ຄົນ​ເຈັບ​ອົບ​ອຸ່ນ​ຫຼາຍ.​ໃນ​ເວລາ​ສັ້ນໆ​ພຽງ​ແຕ່​10​ກວ່າ​ນາ​ທີ,​ກໍ​ມີ​ປະ​ຊາ​ຊົນ​5​ຫາ​6​ຄົນ​ທີ່​ຢູ່​ໃກ້​ມາ​ກວດ​ພະ​ຍາດ,​ກວດ​ແລ້ວ​ກໍ​ເອົາ​ຢາ​ເມືອ​ນຳ.

ຢູ່​ອ້ອມ​ສຸກສາລາ​ຫຼັງນີ້​ມີຊຸມ​ຊົນຫຼາຍ​ແຫຼ່ງ,ຍັງ​ມີ​ຕະຫຼາດ​ອ່າວ​ໃຫຍ່​​ແຫ່ງໜຶ່ງ​ແລະ​ຊູ​ເປີ​ມາ​ເກັດ​ຫຼາຍ​ແຫ່ງ,​ມີ​ປະ​ຊາ​ຊົນ​ປະ​ມານ​1​ໝື່ນ​ຄົນ.​ການ​ສ້າງ​ຕັ້ງ​ສຸກ​ສາ​ລາ​ບໍ່​ພຽງ​ແຕ່​ໄດ້​ສະ​ໜອງ​ຄວາມ​ສະ​ດວກ​ແກ່​ການ​ກວດ​ພະ​ຍາດ​ຂອງ​ຊາວ​ເມືອງ​ທີ່​ອາ​ໄສ​ຢູ່​ແຫ່ງ​ນີ້​ທໍ່​ນັ້ນ,ຍັງ​ໄດ້​ສະ​ໜອງ​ຄວາມ​ສະ​ດວກ​ພິ​ເສດ​ໃຫ້​ປະ​ຊາ​ຊົນ​ຜູ້​ດ້ອຍ​ໂອກາດ ​ເຊັ່ນ ປະ​ຊາ​ກອນ​ເຄື່ອນ​ທີ່ ​ຊາວ​ເມືອງ​ຜູ້​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ ຜູ້​ຫວ່າງ​ງານ​ແລະ​ຄົນ​ພິ​ການ​ເປັນ​ຕົ້ນ.​ທ່ານ​ກ່ວນ​ຊິ່ງ​ຊວນ ຫົວ​ໜ້າ​ສຸກ​ສາ​ລາ​ແນະ​ນຳ​ວ່າ,ສຸກສາລາ​ຈະ​ຫຼຸດຄ່າ​ປິ່ນປົວ​ພະ​ຍາດ 10%​ໃຫ້​ປະ​ຊາ​ຊົນ​ຜູ້​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ຕາມ​ຂໍ້​ກຳນົດ.ນອກ​ນີ້,​ນາຍ​ໝໍ​ຂອງ​ໂຮງ​ໝໍ​ໃຫຍ່​ຍັງ​ໄດ້​ປະ​ກອບ​ເປັນ​ຄະ​ນະ​ຜູ້​ຊ່ຽວ​ຊານ​ມາ​ບໍ​ລິ​ການ​ຢູ່​ສຸກ​ສາ​ລາ​ຊຸມ​ຊົນ,​ຖ້າ​ມີ​ພະ​ຍາດ​ທີ່​ກວດ​ຍາກ​ກໍ​​ໄປ​ຫາ​ຄະ​ນະ​ຜູ້​ຊ່ຽວ​ຊານ​ເພື່ອ​ກວດ​ກາ​ປິ່ນ​ປົວ​ຢ່າງ​ທັນ​ການ,​ຖ້າ​ວ່າ​ຕ້ອງ​ການ​ກວດ​ກາ​ພິ​ເສດ​ກໍ​ຍ້າຍ​ໄປ​ກວດ​ກາ​ຢູ່​ໂຮງ​ໝໍ​ໃຫຍ່​ກວ່າ​ນັ້ນ.

ປະຈຸ​ບັນ​ນີ້,​ເມືອງ​ຊື​ເຈ່ຍ​ຈ່ວງມີ​ສຸກສາລາຊຸມ​ຊົນ197​ຫຼັງ,ມີ​ພະນັກງານ​ແພດໝໍ1400ກວ່າ​ຄົນ,​ຍ້ອນ​ການ​ບໍ​ລິ​ການ​ຂອງ​ສຸກ​ສາ​ລາ​ເຫຼົ່າ​ນີ້​ສະ​ດວກ​ສະ​ບາຍ​ແລະ​ເກັບ​ລາ​ຄາ​ຖືກ,​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ.

ພະຍາດ​ທຳ​ມະ​ດາ​ໄປ​ກວດ​ປິ່ນ​ປົວ​ຢູ່​ສຸກສາລາ​ຊຸມ​ຊົນ​​ທັງ​ສະດວກ​ທັງ​ເສຍ​ເງິນ​ບໍ່ຫຼາຍ. ຖ້າວ່າ​ເປັນພະຍາດ​ໜັກ,ກໍ​ຕ້ອງ​ໄປ​ໂຮງໝໍ​ໃຫຍ່.​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຜູ້​ມີ​ຄວາມ​ຫຍຸ້ງ ຍາກ​ດ້ານ​ເສດ​ຖະ​ກິດ​ກໍສາມາດກວດ​ພະຍາດ,​ເມືອງ​ຊື​ເຈ່ຍ​ຈ່ວງກຳ​ນົດ​ໃຫ້​ໂຮງ​ໝໍ​ໃຈ​ກາງ​ເມືອງ​ຊື​ເຈ່ຍ​ຈ່ວງ​ທີ່​ມີ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​​ໃນ​ທົ່ວ​ເມືອງ​ເປັນ​ໂຮງ​ໝໍ​ລາ​ຄາ​ຖືກ.​ການ​ເງິນ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ສະ​ໜອງ​ການ​ເກື້ອ​ກູນ​ຈຳ​ນວນ​ໜຶ່ງ​ໃຫ້​​ໂຮງ​ໝໍ​ແບບ​ນີ້,​ເມື່ອ​ມີ​ຜູ້​ທຸກ​ຍາກ​ໄປ​ກວດ​ພະ​ຍາດ,​ກໍ​ບໍ່​ເກັບ​ຄ່າ​ຈົດ​ທະ​ບຽນ,​ຄ່າ​ກວດ​ພະ​ຍາດ​ຫຼຸດ​ລາ​ຄາ​10%,​ຄ່າ​ປິ່ນ​ປົວ​ພະ​ຍາດ​ຫຼຸດ​ລາ​ຄາ​5%,​ແລະ​ຄ່າ​ຕຽງ​ຄົນ​ເຈັບ​ຫຼຸດ​50%.

​ເດືອນ​ສິງຫາ​ປີ​ນີ້,ນາງ​ເຊ້ຊູ່​ເຟີ່ງຂອງ​ເຂດ​ຊຸມ​ຊົນຈ້ຽນມີນ​ເປັນພະຍາດ​​ເຍື່ອຫຸ້ມ​ປອດ​ອັກ​ເສບ,​ພີ່​ນ້ອງ​ໃນ​ຄອບ​ຄົວ​​ຂອງ​ນາງໄດ້​ຄິດ​ຮອດ​ໂຮງ​ໝໍ​ລາ​ຄາ​ຖືກ​ກ່ອນ​ໝູ່.​ພວກ​ເຂົາ​ເຈົ້າ​ຖື​ບັດ​ກວດ​ພະ​ຍາດ​ຂອງ​ຄົນ​ທຸກ​ຍາກ​ໄປ​ໂຮງ​ໝໍ​ໃຈ​ກາງ​ເມືອງ​ຊື​ເຈ່ຍ​ຈ່ວງ,​ຜ່ານ​ການ​ກວດ ກາ​ປິ່ນປົ​ວ​​ໃນ​ໂຮງ​ໝໍ​ນີ້,ບໍ່​ພຽງ​ແຕ່​ເຮັດ​ໃຫ້​ນາງ​ເຊ້ຊູ່​​ເຟີ່ງ​ຊວາງ​ເຊົາ​ທໍ່​ນັ້ນ,​ຍັງ​​ໄດ້​ປະຢັດ​ເງິນ​ຫຼາຍ.​ແມ່​ຂອງ​ນາງ​ເຊ້ຊູ່​ເຟີ່ງ​​ເວົ້າຕໍ່​ນັກ​ຂ່າວ​ວ່າ:"​ໂຮງ​ໝໍ​ລາ​ຄາ​ຖືກ​ໃຫ້ຄວາມ​ສະດວກ​ພິ​ເສດ​ຫຼາຍ​​ແກ່ຜູ້​ມີ​ລາຍ​ໄດ້​ຕ່ຳ,ພວກ​ເຮົາ​ຫາ​ກໍ​ໄດ້​ບັດ​ກວດ​ພະຍາດ​ຂອງ​ຄົນທຸກ​ຍາກ,ລູກ​ສາວ​​ກໍ​​ໃສເປັນ​ພະຍາດ,ພໍດີ​​ໄດ້ໃຊ້."

ທ່ານ​ເຊິ່ງຟານ​ເວີນ ຮອງ​ຫົວໜ້າ​​ໂຮງໝໍ​ໃຈກາງ​ເມືອງ​ຊື​ເຈ່ຍ​ຈ່ວງ​ເວົ້າວ່າ​: "​ໃນ​ໂຮງໝໍ​ພວກ​ເຮົາ,ບໍ່​ວ່າຄົນ​ເຈັບ​ຜູ້​ມີ​ລາຍ​ໄດ້​ຕ່ຳ​ຫຼື​ວ່າ​ຄົນ​ເຈັບ​ທຳ​ມະ​ດາ,​ລ້ວນ​ແຕ່​ໄດ້​ຮັບ​ການ​ບໍ​ລິ​ການ​ເທົ່າ​ທຽມ​ກັນ​ໃນ​ເວ​ລາ​ກວດ​ກາ​ພະ​ຍາດ​ແລະ​​ປິ່ນ​ປົວ​ພະ​ຍາດ​,​ແຕ່​​ເກັບ​ລາ​ຄາ​ຖືກ​ຕໍ່​ປະ​ຊາ​ຊົນ​ຜູ້​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ.​ເຖິງ​ວ່າ​ໄດ້​ເກັບ​ລາຄາ​ຖືກ​ນຳ​ເຂົາ​ເຈົ້າ,​ແຕ່​ຄຸນ​ນະ​ພາບ​ຂອງ​ການ​ບໍ​ລິ​ການ​ກໍບໍ່​ຕ່ຳ​ກວ່າ​ຜູ້​ອື່ນ."

ອົງການ​ປິ່ນປົວ​ພະຍາດ​ໄດ້​​ໃຊ້​ຫຼາຍວິທີ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ຜູ້​ມີ​ລາຍ​ໄດ້​ຕ່ຳ​​ໃຫ້​ໄດ້​ກວດ​ກາ​ພະ​ຍາດ​ໃນ​ລາ​ຄາ​ຖືກ,​ສ່ວນ​ການ​ສ້າງ​ລະ​ບອບ​ປະ​ກັນ​ການ​ປິ່ນ​ປົວ​ພະ​ຍາດ​ໃຫ້​​ເຂັ້ມ​ແຂງ​ແລະ​ສົມ​ບູນ​ເຮັດ​ໃຫ້​ຜູ້​ມີ​ລາຍ​ໄດ້​ຕ່ຳ​​ໄດ້​ຮັບ​ຜົນ​ດີ​​ຫຼາຍ​ຂຶ້ນ.

ນາງ​ຮູ​ກຸ້ຍ​ສຽວ​ມີ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ,​ເມື່ອ​ໄດ້​ເຂົ້າຮ່ວມ​ການ​ປະກັນ​ໄພ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ໜຶ່ງ​ປີ​ແລ້ວ,​ນາງ​ໄດ້​ຖືກ​ກວດ​ພົບ​ເປັນ​ພະ​ຍາດ​ເນື້ອ​ງອກ​ໃນ​ມົດ​ລູກ.​ນາງ​ຮູ​ກຸ້ຍ​ສຽວ​ບໍ່​ມີ​ເງິນ​ສະ​ສົມ,​ຕ້ອງ​ອາ​ໄສ​ເງິນ​ສົງ​ເຄາະ​ດຳ​ລົງ​ຊີ​ວິດ.​ຖ້າ​ວ່າ​ບໍ່​ໄດ້​ເຂົ້າຮ່ວມ ການ​ປະ​ກັນ​ໄພ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ,​ຄ່າ​ຜ່າ​ຕັດ​7ພັນ​ກວ່າ​ຢວນ​ຈະ​ເປັນ​ເງິນ​ທີ່​ນາງ​ບໍ່​ສາ​ມາດ​ຈ່າຍ​ໄດ້​ເລີຍ.​"ການ​ປິ່ນ​ປົວ​ພະ​ຍາດ​ຕ້ອງ​ເສຍ​​ເງິນ​7​ພັນ​ກວ່າ​ຢວນ,​ຂ້ອຍ​ຈ່າຍ​ເອງ​1​ພັນ​ກວ່າ​ຢວນ,​ການ​ປະ​ກັນ​ໄພ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ຈ່າຍ​ໃຫ້5​ພັນ​ກວ່າ​ຢວນ,​ມັນ​ໄດ້​ຊ່ອຍ​ຂ້ອຍ​ຫຼາຍ,​ຖ້າ​​ໃຫ້​ຂ້ອຍ​ຈ່າຍ​ເອງ​7​ພັນ​ຢວນ,​ຂ້ອຍ​ຈ່າຍ​ບໍ່​ໄດ້​ດອກ."

ທ່ານ​ສ່ຽວ​ຊື້​​ເຈ ຮອງ​ຫົວໜ້າ​ພະ​ແນ​ກແຮງ​ງານ​ແລະ​ປະ​ກັນ​ສັງ​ຄົມ​ຂອງ​ເມືອງ​ຊື​ເຈ່ຍ​ຈ່ວງ​ແນະ​ນຳ​ວ່າ,​ນັບ​ມາ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້,​ຜູ້​ເຂົ້າ​ຮ່ວມ​ການ​ປະ​ກັນ​ໄພ​ດ້ານ​ການ​ປິ່ນ ປົວ​ພະຍາດ​ພື້ນ​ຖານ​ໃນ​ທົ່ວ​ເມືອງ​ໄດ້​ບັນ​ລຸ​ເກືອບ​1​ລ້ານ​ຄົນ.ຕໍ່​ໄປ,​ວຽກ​ງານ​ປະກັນ​ໄພ ການ​ປິ່ນປົວ​ພະຍາດ​ພື້ນ​ຖານ​ຈະ​ຈາກ​ພະນັກງານ​ຕົວ​ເມືອງ​ຂະ​ຫຍາຍ​ໄປ​ຮອດ​ປະ​ຊາ​ຊົນ ຕົວ​ເມືອງ,ຈຸດ​ໜັກ​ແມ່ນ​ປຸກລະດົມ​ໃຫ້​ຄົນ​ຕ່າງ​ຖິ່ນ​ທີ່​ມາ​ເຮັດ​ວຽກ​ຢູ່​ເມືອງ​ຊື​ເຈ່ຍ​ຈ່ວງ,​ໂດຍ​ສະ​ເພາະ​ແມ່ນ​ຜູ້​​ເຮັດ​ວຽກ​ໃນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ນັ້ນ​ເຂົ້າ​ຮ່ວມ​ການ​ປະ​ກັນ​ໄພ.​ທ່ານ​ສ່ຽວ​ຊື້​ເຈ​ເວົ້າ​ວ່າ:​"​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,​ພວກ​ເຮົາ​ຈະ​ໃຫ້​ການ​ປະ​ກັນ​ໄພ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ພື້ນ​ຖານ​ຂະ​ຫຍາຍ​ໄປ​ຮອດ​ປະ​ຊາ​ຊົນ​ຕົວ​ເມືອງ​ທັງ​ໝົດ,​ບວກ​ກັບ​ວຽກ​ງານ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ຂອງ​ຊົນ​ນະ​ບົດ​ກ້າວ​ສູ່​ລວງ​ເລິກ​ແລະ​ກ້າວ​​ໄປ​ໜ້າ,​ເມື່ອ​ຮອດ​ປີ​2008,​ຄົນ​ໃນ​ເມືອງ​ທຸກ​ຖ້ວນ​ໜ້າ​ຂອງ​ເມືອງ​ຊື​ເຈ່ຍ​ຈ່ວງ​ພວກ​ເຮົາ​ລ້ວນ​ແຕ່​ຈະ​​ໄດ້ຮັບ​ການ​ປະ​ກັນ​ໄພ​ການ​ປິ່ນ​ປົວ​ພະ​ຍາດ,​ນັ້ນ​ແມ່ນ​ເລື່ອງ​ທີ່ຈະ​ເຮັດ​ໃຫ້​ຄົນ​ສະ​ບາຍ​ໃຈ.​ພວກ​​ເຮົາ​ພວມ​ເຮັດ​ວຽກ​ງານ​ໃນ​ດ້ານ​ນີ້."