ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 19:12:11    
ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟະ​ລິ​ກາ​ໃຕ້​ສົ່ງ​ຈົດ​ໝາຍ​ເຖິງ​ທ່ານ​ປະ​ທານ​ຮູ​ຈິນ​ທ່າວ​ເພື່ອ​ອວຍ​ພອນ​ກິດ​ຈະ​ກຳ​"ສຳ​ຜັດ​ກັບ​ຈີນ​ຢູ່​ອາ​ຟະ​ລິ​ກາ​ໃຕ້"​ສຳ​ເລັດ​ຜົນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:"ສຳຜັດ​ກັບ​ຈີນ​ຢູ່ອາ​ຟະ​ລິ​ກາ​ໃຕ້"​ແມ່ນ​ຄຳ​ຂວັນ​ຂອງ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ​ຂະໜາດ​ໃຫຍ່ທີ່​​ໄດ້​ຈັດ​ຂຶ້ນຢູ່​ອາ​ຟະ​ລິ​ກາ​ໃຕ້​ແຕ່​ວັນ​ທີ1​ຮອດ​ວັນ​ທີ30​ພະຈິກນີ້.​ໃນ​ໄລຍະ​ຈັດການ​ເຄື່ອນ​ໄຫວ,ທ່ານ​ຕາ​ໂບ ມູ​ເບ​ກີ ປະທານາ​ທິບໍດີ​ອາ​ຟະ​ລິກາ​ໃຕ້​ສົ່ງຈົດໝາຍ​ໄປ​​ເຖິງ​ທ່ານ​ປະທານ​ຮູ​ຈິນທ່າວ,ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ກິດຈະກຳ​​ເທື່ອ​ນີ້,​ແລະ​ຕາງໜ້າ​ປະຊາຊົນ​ອາ​ຟະ​ລິ​ກາ​ໃຕ້​ທຸກ​ຖ້ວນ​ໜ້າ​ຂໍ​ອວຍ ພອນ​ໃຫ້​ກິດຈະກຳ​ຈົ່ງ​ປະສົບ​ຜົນສຳ​ເລັດ.

​ໃນ​ຈົດໝາຍ,ປະທານາທິບໍດີ​ມູ​ເບ​ກີ​ຂຽນ​ວ່າ,ກິດ​ຈະ​ກຳ​ວັດທະນະທຳ "ສຳຜັດ​ກັບ​ຈີນ​ຢູ່​ອາ​ຟະ​ລິ​ກາ​ໃຕ້"​ໄດ້​ສະໜອງ​ໂອກາດ​ທີ່​ດີ​ໃຫ້​ອາ​ຟະ​ລິກາ​ໃຕ້​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີງາມ​ກັບ​ຈີນ​ຕື່ມ​ອີກ.ອາ​ຟະ​ລິ​ກາ​ໃຕ້​ກັບ​ຈີນ​ມີ​ປະຫວັດສາດ​ຕໍ່ສູ້​ທີ່​ຄ້າຍຄື​ກັນ,​ໃນ​ຫຼາຍປີ​ມາ​ນີ້, ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວພັນ​ເສດຖະກິດ​ແລະ​ການ​ເມືອງ​ທີ່​ໜັກ​ແໜ້ນ​ກວ່າ​ເກົ່າ.ການ​ພົວພັນ​ອັນ​​ແໜ້ນ​ແຟ້ນລະຫວ່າງ​ຈີນ​ອາ​ຟະ​ລິ​ກາ​ໃຕ້​ເຮັດ​​ໃຫ້​ພວກ​ເຮົາ​ຮ່ວມ​ມື​ກັນ​ໃນ​ຫຼາຍ ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ ຄື ການຫຼຸດຜ່ອນຄວາມທຸກ​ຍາກ ການ​ຄ້າ​ທີ່ຍຸດຕິ​ທຳ​ແລະ​ການ​ສະ​ແຫວງ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ອັນ​ດີງາມ​ກວ່າ​ເກົ່າ​ໃຫ້​ປະຊາຊົນ.

ກິດຈະກຳ​​ແລກປ່ຽນ​ວັດທະນະທຳ​ເທື່ອ​ນີ້​ຈັດ​ເປັນ​ເວລາ​ໜຶ່ງ​ເດືອນ,​ໄດ້​ດຶງ​ດູດ​ຜູ້​ຊົມ​ອາ​ຟະ​ລິ​ກາ​ໃຕ້​ຢ່າງ​ຫຼວງຫຼາຍ,​ແລະ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ສັນລະ​ເສີນ​ຢ່າງ​ກວ້າງ​ຂວາງ.