ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 21:06:13    
ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເຈ​ລະ​ຈາ​​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ30​ພະຈິກ​ນີ້,ຢູ່ອຳ​ມານ,ທ່ານຈັອດ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມ​ຢາມ​ຊັອກ​ດາ​ນີ​ໄດ້​ເຈລະຈາ​ກັບ​ທ່ານ​ນູ​ລີ ອານ ມາ​ລີ​ຄີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ.

​ໃນການ​ຖະ​ແຫຼງຂ່າວ​ຮ່ວມ​ທີ່​ຈັດ​ຂຶ້ນຫຼັງການ​ເຈລະຈາ,ທ່ານ​ບຸ​ສ​ເວົ້າວ່າ,ທ່ານ​ມາລີ​ຄີ​ແມ່ນ​ຜູ້​ນຳ​ທີ່​ມີ​ກຳ​ລັງ​ເຂັ້ມ​ແຂງ​ຂອງ​ອີ​ຣັກ,​ມີ​ຄວາມ​ຕັດ​ສິນ​ໃຈ​ທີ່​ໃຫ້​ອີ​ຣັກ​ບັນ​ລຸ​ເສ​ລີ​ພາບ​ແລະ​ປະ​ຊາ​ທິ​ປະ​ໄຕ,​ທ່ານ​ຮູ້​ສຶກ​ເພີ່ງ​ພໍ​ໃຈ​ຕໍ່​ຄວາມ​ຕັດ​ສິນ​ໃຈ​ຂອງ​ທ່ານ​ມາ​ລີ​ຄີ​ທີ່​ຈະ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ນິ​ກາຍ​ຕ່າງໆ​ຊອງ​ອີ​ຣັກ.

ທ່ານ​ມາລີ​ຄີ​ກ່າວ​ວ່າ,ຂໍ​ແຕ່​ບໍ່​ໃຫ້​ມີ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ອີຣັກ,​ທ່ານ​ກຽມ​ຈະ​ຮ່ວມ​ມື​ກັບ​ທຸກ​ຝ່າຍ​ທີ່​ສາ​ມາດ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປ້ອງ​ສະ​ຖຽນ​ລະ​ພາບ​ຂອງ​ອີ​ຣັກ.​ກ່ອນ​ໜ້າ​ນີ້,​ຊີ​ຣີ​ແລະ​ອີຣານທີ່​​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳຄັນ​ຂອງ​ອີ​ຣັກ​ລ້ວນ​ແຕ່​ໄດ້​ກ່າວ​ວ່າ​ຈະ​ຊ່ອຍ​ເຫຼືອ​ອີ​ຣັກ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ອີຣັກ.