ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 21:29:50    
ໄຂ​ກອງ​ປະ​ຊຸມ​ລະ​ລຶກ​ວັນ​ສາ​ກົນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ປາ​ເລັສ​ຕິນ

cri
ຕາມ​ຂ່າວCRI,ກອງ​ປະຊຸມ​ລະ​ລຶກວັນ​ສາກົນ​ສະໜັບສະໜູນ​ປະ​ຊາ​ຊົນ​ປາ​ເລັສ​ຕິນ​ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນີວຢອກ​ໃນ​ວັນ​ທີ29​ພະ​ຈິກ​ນີ້.

ທ່ານ​​ໂກ​ຟີ ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ສູນ​ທອນ​ພົດ​ໃນ​ກອງ​ປະ​ຊຸມ,ທ່ານ​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ປາ​ເລັສຕິນ​ອິສຣາ​ແອນພ້ອມ​ກັນ​ພະ​ຍາ​ຍາມ​ຟື້ນ​ຟູ​ຂະ​ບວນ​ການ​ສັນ​ຕິ​ພາບ​ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ນັ້ນ​ຄືນ​ໃໝ່.​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ປາ​ເລັສ​ຕິນ​ສ້າງ​ຕັ້ງ​ປະ​ເທດ​ແລະ​ອິສຣາ​ແອນ​ໄດ້​ມີຄວາມ​ປອດ​ໄພ.

ໃນ​ໂທລະ​ເລກ​ອວຍພອນ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ,ບັນຫາ​ປາ​ເລັສ​ຕິນ​ແມ່ນ​ໃຈກາງ​ຂອງ​ບັນຫາ​ຕາ​ເວັນ​ອອກ​ກາງ.ຈີນ​ສະໜັບສະໜູນ​ການ​ຟື້ນ​ຟູ​ຂະ​ບວນ​ການ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ໂດຍ​ໄວ,ດຳ​ເນີນ​ການ​ເຈ​ລະ​ຈາ​ທາງ​ການ​ເມືອງ, ອີງ​ຕາມ​ມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຫຼັກການ​ເອົາ​ທີ່​ດິນ​ແລກ​ປ່ຽນ​ສັນ​ຕິ​ພາບ,​ສ້າງ​ຕັ້ງ​ປະ​ເທດ​ປາ​ເລັສ​ຕິນ​ທີ່​ເປັນ​ອິດ​ສະ​ຫຼະ​ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ກັບ​ອິສ​ຣາ​ແອນ.

ວັນ​ທີ29​ພະຈິກ,ຢູ່​ນະຄອນຫຼວງ​ເລີ​ແກຂອງ​ເອຢິບ, ພາຍຫຼັງ​ໄດ້​ເຈລະຈາ​ກັບ​ທ່ານ​ອິສ​ມາ​ອີ​ວ ຮາ​ນິ​ເຢ ນາຍົກລັດ​ຖະມົນຕີ​ລັດຖະບານ​ປົກຄອງ​ຕົນ​ເອງ​ຂອງ​ປາ​ເລັສ​ຕິນ​ທີ່​ມາ​ຢ້ຽມ​ຢາມ,​ທ່ານ​ອາ​ມ​ໂມ​ຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ອາ​ລັບ​ກ່າວ​ວ່າ,ປະຊາ​ຄົມ​ໂລກ​ຄວນ​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ຍົກ​ເລີກ​ການ​ປິດ​ລ້ອມ​ຕໍ່ປາ​ເລັສຕິນ,​ແລະຊ່ອຍ​ເຫຼືອ​ປາ​ເລັສ​ຕິນ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ໂດຍ​ໄວ.