ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 21:37:35    
ຈີນ​ຫວັງ​ໃຫ້​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຈັດ​ຂຶ້ນ​ໂດຍ​ໄວ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​

cri
ຕາມ​ຂ່າວCRI,ວັນ​ທີ30​ພະຈິກນີ້,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ນາງ​ຈ່ຽງ​ຢູ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ຂອງ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກຳໂອກາດ,​ໃຊ້​ການ​ກະທຳ​ຢ່າງ​ຕັ້ງ​ໜ້າ,​ເພື່ອ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ໄລ​ຍະ​ຕໍ່​ໄປ​ໄດ້​ຈັດ​ຂຶ້ນ​ໂດຍ​ໄວ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ

ນາງ​ກ່າວ​ວ່າ,ພາຍຫຼັງ​ຫົວໜ້າ​ຄະນະ​ຜູ່​ແທນ​​ເຈລະຈາ​ຫົກ​ຝ່າຍຂອງ​ຈີນ,​ອາ​ເມ​ລິ​ກາ​ແລະ​ສປປ​ເກົາຫຼີ​ພົບ​ປະກັນ​ຢ່າງ​ບໍ່​ເປັນ​ທາງ​ການ​ໃນ​ເດື​ອນ​ແລ້ວ​ນີ້,​ວັນ​ທີ​28​ແລະ​ວັນ​ທີ​29​ພະ​ຈິກ,​ສາມ​ຝ່າຍ​ດັ່ງ​ກ່າວ​ໄດ້​ຈັດ​ການ​ພົບ​ປະ​ກັນ​ຢ່າງ​ບໍ່​ເປັນ​ທາງ​ການ​ຢູ່​ປັກ​ກິ່ງ​ອີກ.​ສາມ​ຝ່າຍ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ລົງ​ເລິກ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ຫົກ​ຝ່າຍ.ຝ່າຍ​ຈີນ​ເຫັນ​ວ່າ,ການ​ພົບ​ປະ​ເທື່ອ​ນີ້​ມີ​ຜົນ​ດີ​ຕໍ່​ຝ່າຍ​ຕ່າງໆ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ຫຼັກ​ໝັ້ນ​ແລະ​ຄວາມ​ສົນ​ໃຈ​ຂອງ​ແຕ່​ລະ​ຝ່າຍ.

ນາງ​ຈ່ຽງຢູກ່າວ​ວ່າ,​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ຂອງ​ການ​ເຈລະຈາ​ຫົກ​ຝ່າຍ,​ຈີນ​ຈະ​ຮັກ​ສາ​ຄວາມ​ພະ​ຍາ​ຍາ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ກັບ​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ວັນ​ເວລາ​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ໄລຍະ​ຕໍ່​ໄປ​ແລະ​ບັນຫາ​ອື່ນໆ.