ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-01 16:40:20    
ທ່ານ​ບຸສ​ເວົ້າ​ວ່າ,​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຈະ​ປັບ​ປຸງ​ນະ​ໂຍ​ບາຍ​ແລະ​ຍຸດ​ທະ​ສາດ​ຕໍ່​ອີ​ຣັກ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ30​ພະຈິກ​,ທ່ານ​ບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມ​ຢາມ​ຊອກ​ດາ​ນີ​ກ່າວ​ວ່າ,​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຈະ​ປັບ​ປຸງ​ນະ​ໂຍ​ບາຍ​ແລະ​ຍຸດທະ​ສາດ​ຕໍ່​ອີ​ຣັກ,​ຮັບ​ຟັງ​ຂໍ້​ສະ​ເໜີ​ຂອງ​ຝ່າຍ​ຕ່າງໆ,​ເພື່ອ​ຫັນ​ປ່ຽນ​ສະ​ພາບ​ການ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ໃນ​ປະ​ຈຸ​ບັນ​ນີ້.

ທ່ານ​ບຸ​ສ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ພາຍຫຼັງ​​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ນູ​ລີ ອານ ມາ​ລີ​ຄີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ທີ່​ໄປ​ຢ້ຽມ​ຢາມ​ອຳ​ມານ​ໃນ​ມື້​ດຽວ​ກັນ.ຕາມ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ການ​ເຈ​ລະ​ຈາ,​ສອງ​ຝ່າຍ​​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ວ່າ,ຄວນ​ມອບ​ໜ້າ​ທີ່​​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ໃຫ້​ແກ່​ກອງ​ທະ​ຫານ​ອີ​ຣັກ​ໂດຍ​ໄວ​​ເທົ່າ​ທີ່ຈະ​ໄວ​ໄດ້,​ແຕ່​ສອງ​ຝ່າຍ​ບໍ່​ໄດ້​ຕົກ​ລົງ​ຕາ​ລາງ​ເວ​ລາ​ຖອນ​ທະ​ຫານ​ອາ​ເມ​ລິ​ກາ​ອອກ​ໄປ.

​ໃນ​ມື້​ດຽວ​ກັນ,ທ່ານ​ສຕີ​ເຟີ​ນ ຮາດ​ລີ ຜູ້​ຊ່ອຍຂອງ​ປະທານາ​ທິບໍດີ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ວຽກ​ງານ​ຄວາມ​ປອດ​ໄພ​ແຫ່​ງຊາດ​​ກ່າວ​ວ່າ,​ທ່ານ​ບຸສ​ຈະ​ປະ​ກາດ​ແຜນ​ປັບ​ປຸງ​ນະ​ໂຍ​ບາຍ​ພາຍ​ຫັຼງ​ບໍ່​ເທົ່າ​ໃດ​ສັບ​ປະ​ດາ​ທີ່​ໜ່ວຍ​ຄົ້ນ​ຄວ້າ​ບັນ​ຫາ​ອີ​ຣັກ​ທີ່​ປະ​ກອບ​​ໂດຍ​ບຸກ​ຄົນ​ພັກ​ເດ​ໂມ​ແຄ ຣັດ​ແລະ​ພັກ​ຣີ​ພັບ​ລິກ​ກັນ​ວາງ​ຂໍ້​ສະ​ເໜີ​ຕໍ່​ນະ​ໂຍ​ບາຍ​​ອີ​ຣັກ​ໃນ​ວັນ​ທີ6​ທັນ​ວາ​ນີ້​ແລ້ວ.ຕາມ​ໄດ້​ຊາບ,​ໜ່ວຍ​ຄົ້ນ​ຄວ້າ​ບັນ​ຫາ​ອີ​ຣັກ​ຈະ​ສະ​​ເໜີ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ເລີ່ມ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ​ເທື່ອ​ລະ​ກ້າວ​ແຕ່​ຕົ້ນ​ປີ​2007​ເປັນ​ຕົ້ນ​ໄປ.

ອີງ​ຕາມ​ຜົນການ​ສຳ​ຫຼວດສະບັບ​ໜຶ່ງ​ທີ່​ອົງການ​ສຳ​ຫຼວດຮາ​ລິ​ສອາ​ເມ​ລິ​ກາ​ປະກາດ​ໃນ​ມື້​ດຽວ​ກັນ,​ມີ​ຊາວ​ອາ​ເມ​ລິ​ກາ​86%​ເຫັນ​ວ່າ​ອີ​ຣັກ​ພວມ​ເກີດ​ສົງ​ຄາມ​ກາງ​ເມືອງ,​ມີ​ຜູ້​​ໃຫ້​ສຳ​ພາດ​51%​ຫວັງ​ໃຫ້​ລັດ​ຖະ​ບານ​ວາງ​ຕາ​ລາງ​ເວ​ລາ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ.