|
 |
(GMT+08:00)
2006-12-01 18:38:49
|
 |
ຜູ່ຕາງໜ້າຖາວອນຂອງຈີນປະຈຳສະຫະປະຊາຊາດບັນລະຍາຍທັດສະນະຂອງຈີນກ່ຽວກັບການແກ້ໄຂບັນຫາຕາເວັນອອກກາງ
cri
ຕາມຂ່າວCRI,ໃນກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ61ທີ່ຈັດຂຶ້ນໃນວັນທີ30ພະຈິກແລ້ວນີ້,ທ່ານວາງກວ່າງຢາ ຜູ່ຕາງໜ້າຖາວອນຂອງຈີນປະຈຳສະຫະປະຊາຊາດໄດ້ບັນລະຍາຍທັດສະນະຂອງຈີນກ່ຽວກັບການແກ້ໄຂບັນຫາຕາເວັນອອກກາງຢ່າງຮອບດ້ານ.
ໃນເວລາປະກອບຄຳຄິດຄຳເຫັນ,ທ່ານວາງກວ່າງຢາກ່າວວ່າ,ພາກພື້ນຕາເວັນອອກກາງຄັນຢາກບັນລຸສັນຕິພາບຮອບດ້ານ,ກໍແຍກອອກຈາກການແກ້ໄຂການວິວາດກັນລະຫວ່າງຊີຣີກັບອິສຣາແອນແລະລະຫວ່າງລີບັງກັບອິສຣາແອນຢ່າງເໝາະສົມນັ້ນບໍ່ໄດ້. ຈີນຮຽກຮ້ອງປະເທດທີ່ກ່ຽວຂ້ອງຈົ່ງຈັດການເຈລະຈາໂດຍໄວເທົ່າທີ່ຈະໄວໄດ້,ຊອກຫາວິທີແກ້ໄຂທີ່ຕ່າງຝ່າຍຕ່າງໆລ້ວນແຕ່ຮັບເອົາໄດ້ ຕາມຫຼັກການທີ່ຕົກລົງກັນໃນກອງປະຊຸມທີ່ມາດຼີດ.
ທ່ານວາງກວ້າງຢາກ່າວເນັ້ນວ່າ,ມະຕິເລກ1701ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດເປັນເອກະສັນກັນຮັບຮອງນັ້ນແມ່ນບາດກ້າວສຳຄັນກ້າວໜຶ່ງໃນການແກ້ໄຂການປະທະກັນລະຫວ່າງລີບັງກັບອິສຣາແອນ. ຈີນຫວັງໃຫ້ ລີບັງແລະອິສຣາແອນລ້ວນແຕ່ປະຕິບັດມະຕິດັ່ງກ່າວຢ່າງແທ້ຈິງ,ແລະຄອງຄອຍເລຂາທິການໃຫຍ່ສະຫະປະຊາຊາດສະເໜີແຜ່ນການການເມືອງໄລຍະຍາວໂດຍໄວເພື່ອແກ້ໄຂການປະທະກັນລະຫວ່າງລີບັງອິສຣາແອນ .
|
|
|