|
 |
(GMT+08:00)
2006-12-03 21:57:07
|
 |
ວິທະຍຸສາກົນແຫ່ງປະເທດຈີນສະເຫຼີມສະຫຼອງວັນສ້າງຕັ້ງຂຶ້ນຄົບຮອບ65ປິ
cri
Author: shuo
 ຕາມຂ່າວCRI:ວັນທີ3ທັນວາແມ່ນວັນລະລຶກການສ້າງຕັ້ງພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງປະຊາຊົນຈີນກໍຄືວິທະຍຸສາກົນແຫ່ງປະເທດຈີນຄົບຮອບ65ປີ.ຢູ່ປັກກິ່ງ,ໄດ້ຈັດກອງປະຊຸມລະລຶກຢ່າງຄຶກຄື້ນ.
ທ່ານຫຼີຊາງຊຸ່ນ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນໄດ້ສົ່ງຈົດໝາຍອວຍພອນ,ສະແດງຄວາມອວຍພອນຢ່າງສຸດໃຈແລະການຢື້ຢາມຖາມຂ່າວຢ່າງອົບອຸ່ນຕໍ່ພະນັກງານທຸກຖ້ວນໜ້າຂອງວິທະຍຸສາກົນແຫ່ງປະເທດຈີນ.ທ່ານຫວັງໃຫ້ວິທະຍຸສາກົນແຫ່ງປະເທດຈີນອອກແຮງໂຄສະນາເຜີຍແຜ່ເຈດຈຳ ນົງຂອງຈີນທີ່ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິແລະຊຸກຍູ້ການສ້າງສາໂລກທີ່ກົມກຽວກັນ,ເລັ່ງລັດການສ້າງສາລະບົບກະຈາຍສຽງສາກົນທີ່ທັນສະໄໝໃຫ້ໄວເຂົ້າ,ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການປະຕິຮູບ ໄຂປະຕູສູ່ພາຍນອກແລະການສ້າງສາສັງຄົມສັງຄົມນິຍົມທີ່ທັນສະໄໝຂອງຈີນ.
 ທ່ານວາງເກີ່ງນຽນ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນກ່າວຄຳປາໄສ ໃນເວລາກ່າວຄຳປາໄສ,ທ່ານວາງເກີ່ງນຽນ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ກ່າວວ່າ,ລະບົບການກະຈາຍສຽງສາກົນທີ່ທັນສະໄໝຄວນໂຮມສູນສື່ມວນຊົນທັນສະໄໝຕ່າງໆ ຄືວິທະຍຸກະຈາຍສຽງ ການກະຈາຍສຽງເທິງອິນເຕີເນັດແລະການກະຈາຍສຽງດ້ວຍສາລະພັດສື່ເປັນເອກະພົບດຽວ,ພະຍາຍາມປະກອບສ່ວນເຂົ້າໃນການສ້າງສາໂລກທີ່ກົມກຽວກັນ.
ທ່ານລິວຢຸນຊ່ານ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ທ່ານວາງໄທ້ຮວາ ຫົວໜ້າກົມໃຫຍ່ວິທະຍຸ ຮູບເງົາແລະໂທລະພາບແຫ່ງຊາດຈີນກໍໄດ້ກ່າວຄຳປາໄສໃນກອງປະຊຸມ.

ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ທ່ານຫງຽນ ຕານດຸງ ນາຍົກລັດ ຖະມົນຕີຫວຽດນາມ ທ່ານນາງອາໂຣໂຢ ປະທານາທິບໍດີຟິລິບປິນ ປະເທດປະ ທານວຽນອາຊຽນ ທ່ານແຢັກຄິວສ ຊີຣັກ ປະທານາທິບໍດີຝຣັ່ງ ທ່ານດູເລົາ ບາໂຣໂຊ ປະທານຄະນະກຳມາທິການສະຫະພາບເອີລົບ ທ່ານມູໄວ ຄີບາຄີ ປະທານາທິບໍດີເຄັນຢາພ້ອມດ້ວຍຜູ້ນຳຫຼາຍທ່ານຂອງປະເທດອື່ນໆພາກັນສະແດງຄວາມອວຍພອນຕໍ່ວິທະຍຸສາກົນແຫ່ງປະເທດຈີນພວກເຮົາດ້ວຍຮູບການຂຽນຈົດໝາຍອວຍ ພອນຫຼືຂຽນຄຳຂວັນ.
ບຸກຄົນວົງການຕ່າງໆຂອງຈີນແລະຕ່າງປະເທດຫຼາຍຮ້ອຍຄົນ ເຊັ່ນຜູ້ຮັບຜິດຊອບພາກສ່ວນທີ່ກ່ຽວຂ້ອງຂອງລັດຈີນແລະສື່ມວນຊົນຖະແຫຼງຂ່າວຕົ້ນຕໍຂອງຈີນ,ພ້ອມດ້ວຍຜູ້ຕາງໜ້າຜູ້ຟັງທັງຫຼາຍທີ່ມາຈາກ15ປະເທດ ຄື ລາວ ອາເມລິກາ ກາ ນາຕາ ຣັດເຊຍ ເຄັນຢາ ເຢຍລະມັນ ອິນເດຍແລະອາຟການິສະຖານໄດ້ເຂົ້າຮ່ວມກອງປະຊຸມລະລຶກ.
|
|
|