ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-03 22:16:39    
ຈີນ​ຈະ​ອອກ​ແຮງ​ຊຸກ​ຍູ້​ການ​ສຶກ​ສາ​ທີ່​ຍຸດ​ຕິ​ທຳ

cri Author: shuo
ຕາມ​ຂ່າວCRI:ທ່ານ​ໂຈ່​ວຈີ້ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ຂອງ​ຈີນ​ຮັບປາກ​ວ່າ,ຈີນ​ຈະ​ອອກ​ແຮງ​ຊຸກຍູ້​ການ​ສຶກສາ​ທີ່​ຍຸດຕິ​ທຳ,ຮັບປະກັນ​ໃຫ້​ປະຊາຊົນ​ມີ​ໂອກາດ​ທີ່​​ໄດ້​ຮັບ​ການ​ສຶກສາອັນ​ດີ.

​ວາລະສານ"ຊິວ​ຊື້"ຂອງ​ຈີນ​ສະບັບ​ຫວ່າງ​ມໍ່ໆ​ນີ້​ໄດ້​ພິມ​ບົດ​ຄວາມ​ຂອງ​ທ່ານ​​ໂຈ່​ວຈີ້,​ໃນ​ບົດ​ຄວາມ​ທ່ານ​ຊີ້​ອອກ​ວ່າ,​ເນື່ອງ​ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ບໍ່​ສະ​ໝ່ຳສ​ະ​ເໝີ​ກັນ,​ລະ​ດັບ​ການ​ສຶກ​ສາ​ລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນ​ນະ​ບົດ ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ແລະ​ລະ​ຫວ່າງ​ໂຮງ​ຮຽນ​ຕ່າງ​ໆ​ມີ​ຄວາມ​ຜິດ​ໂຕນ​ກັນ​ອ່າວ​ຫຼາຍ,​ໂອ​ກາດ​ທີ່​ໄດ້​ຮັບ​ການ​ສຶກ​ສາ​ລະ​ຫວ່າງ​ຊຸມ​ຊົນ​ຕ່າງ​ກັນ​ກໍ່​ມີ​ຄວາມ​ຜິດ​ໂຕນ​ກັນ​ອ່າວ​ຫຼາຍ.

ທ່ານ​ໂຈ່​ວຈີ້​ກ່າວ​ວ່າ,ຈີນ​ຈະ​ຍຶດໝັ້ນ​​​ໃຫ້ຊັບພະຍາ​ກອນກາ​ນສຶກສາ​ສາທາລະນະ​ອ່ຽງ​ໄປ​ສູ່​ຊົນ​ນະ​ບົດ ​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ຕົກ ​ເຂດ​ທຸກ​ຍາກ ​ເຂດ​ຊາຍ​ແດນ​ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ,​ຫຼຸດ​ຄວາມ​ຜິດ​ໂຕນ​ດ້ານ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນ​ນະ​ບົດ​ແລະ​ທ້ອງ​ຖິ່ນ​ຕ່າງໆ​ໃຫ້​ໜ້ອຍ​ລົງ​ເທື່ອ​ລະ​ກ້າວ,ສືບ​ຕໍ່​ເຮັດ​ວຽກ​ງານ​ອອກ​ທຶນ​ຊ່ອຍ​ເຫຼືອ​ນັກ​ຮຽນ​ຜູ້​ທຸກ​ຍາກ​ໃຫ້​ດີ,​ພ້ອມ​ທັງ​ຮັບ​ປະ​ກັນ​ສິດ​ໄດ້​ຮັບ​ການ​ສຶກ​ສາ​ຂອງ​ເດັກ​ຍິງ​ແລະ​ເດັກ​ພິ​ການ.