ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-03 22:27:15    
ທ່ານ​ຮາ​ນີ​ຢາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ຂອງ​ປາ​ເລັດ​ສະ​ຕິນ​ປະ​ຕິ​ເສດ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່ງ

cri Author: shuo
ຕາມ​ຂ່າວCRI:ພາຍຫຼັງຄະນະບໍລິຫານງານ​​ອົງການ​ປົດ​ປ່ອຍ​ປາ​ເລັດ​ສະຕິນຮຽກຮ້ອງ​ໃຫ້​ທ່ານ​ອິນ​ແມນ ຮາ​ນີ​ຢາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ປາ​ເລັດ​ສະ​ຕິນ ຜູ້ ນຳ​ຂະ​ບວນ​ການ​ອິສ​ລາມ​ຕໍ່​ຕ້ານ​ຫຼື​ຮາ​ມາສ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ​1​ທັນ​ວາ​ແລ້ວ,​ວັນ​ທີ​2​ທັນ​ວາ,​ທ່ານ​ຮາ​ນີ​ຢາ​ໄດ້​ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ.

ວັນ​ທີ2​ທັນວາ,ຢູ່ກາຊາ,ທ່ານ​ຄາ​ລິນ ອານ ​ແຮ​ຢາ ຜູ້ນຳ​​ຝ່າຍ​ອົງການຮາ​ມາສ​​ໃນ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັດ​ສະ​ຕິນ​ຊີ້​ອອກ​ວ່າ,​ຖ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ຂອງ​ອົງ​ການ​ປົດ​ປ່ອຍ​ປາ​ເລັດ​ສະ​ຕິນ​ຕົກ​ລົງ​ຍຸບ​ເລີກ​ລັດຖະບານ​ຊຸດ​ໃໝ່​ທີ່​ນຳ​ໂດຍ​ຮາ​ມາສ,​ປາ​ເລັດ​ສະ​ຕິນ ຈະ​ຕົກ​ຢູ່​ໃນ​ສ​ະພາບ​ການ​ວຸ້ນ​ວາຍ.​ທ່ານ​ກ່າວ​ວ່າ,ທ່ານ​ມາມຸດ ອາບ​ບາສ ປະ​ທານ​ອງ​ການ ອຳ​ນາດ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ​ພ້ອມ​ດ້ວຍ​ຂະ​ບວ​ນການ​ປົດ​ປ່ອຍ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ ຫຼື​ອານ​ຟາ​ຕາ​ທີ່​ທ່ານ​ນຳ​ພາ​ນັ້ນ​ຄວນ​ຫາບ​ແບກ​ໜ້າ​ຮັບ​ຜິດ​ຊອບ​ທີ່​ຕໍ່​ການ​ເສຍ​ໄຊ​ຂອງ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປະ​ກອບ​ສ້າງ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ.

​ໃນ​ມື້​ດຽວ​ກັນ,ທ່ານ​ຈາ​ເວ​ຍ ​ໂຊ​ລາ​ນາ ມາດາ​​ເລຍ​ກາ ຜູ້ຕາງໜ້າ​ຊັ້ນສູງ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ທີ່​ຮັບ​ຜິດ​ຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ​ທີ່​ພວມ​ຢ້ຽມ​ຢາມ​ກາ​ຊາ​ໄດ້​ຕິ​ຕຽນ​ຮາ​ມາສ​ພາດ​ໂອ​ກາດ​ທີ່​ດີ​ທີ່​ປະກອບສ້າງ​ລັດຖະບານ​ປະສົມ​​ແຫ່ງ​ຊາດ.

ວັນ​ທີ30​ພະຈິກ,ທ່ານ​ອາ​ບບາສກ່າວ​ວ່າ,ການ​ເຈລະຈາ​ກ່ຽວ​ກັບ​ການ​ປະກອບ​ສ້າງລັດຖະ ບານ​ປະ​ສົມ​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນ​ໄດ້​ຕົກ​ຢູ່​ສະພາບ​ບໍ່​ໄປ​ບໍ່​ມາ.ຕອນ​ຄ່ຳ​ວັນ​ທີ1​ທັນວາ, ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ປົດ​ປ່ອຍ​ປາ​ເລັດ​ສະ​ຕິນ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ທີ່​ນຳ​ໂດຍ​ອົງ​ການ​ຮາ​ມາສ​ລາ​ອອກ​ຈາກ​ຕຳ​ແໜ່ງ,​ເພື່ອ​ຖື​ເປັນ​ເງື່ອນ​ໄຂ​ທີ່​ຟຶ້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປະ​ກອບ​ສ້າງ​ລັດ​ຖະ​ບານ​ປະສົມ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ.